spot_img
Homeຂ່າວພາຍ​ໃນດຸເດືອດ!ຣາຊັນເປີດບ້ານຮັບກາໝີ

ດຸເດືອດ!ຣາຊັນເປີດບ້ານຮັບກາໝີ

Published on

ພຣີວິວການແຂ່ງຂັນ ຢູຟາ ແຊ້ມປຽນລີກ ຮອບກ່ອນຮອງຊະນະເລີດ ນັດທີ 2 ປະຈຳວັນພຸດທີ 22 ເມສາ 2015 ດາບີ້ແມັດເມືອງມາດຣິດ! ຣາຊັນຊຸດຂາວ ເຣອັນ ມາດຣິດກຽມສົ່ງຄຣິດສ໌ຕຽນໂນ ໂລນັນໂດ ເປີດບ້ານຮັບການມາເຢືອນຂອງ ກາໝີ ແອດເລຕິໂກ ມາດຣິດ

06024

ເຣອັນ ມາດຣິດ ຍັງມີຜົນງານໄດ້ດີຕໍ່ເນື່ອງເກັບໄຊຊະນະ 4 ນັດຕິຕໍ່ກັນ ແຕ່ຈະມີບາງຕົວສຳຄັນທີ່ບໍ່ໄດ້ລົງ ຄາຣິມ ເບນເຊມ່າ , ເກແຣັດ ເບວ ແລະ ລູກ້າ ໂມດິດຊ໌ ທີ່ໄດ້ຮັບບາດເຈັບ ມາເຊໂລ່ ທີ່ຕິດໂທດແບນຈາກການສະສົມໃບເຫຼືອງຄົບແຕ່ຈະໄດ້ ຟາບິໂອ ໂຄເອັນເຕລາ ກັບມາຊ່ວຍທີມ

ທາງດ້ານ ກາໝີ ຟອມດີຫຼາຍ 8 ເກມຫຼັງສຸດຊະນະ 5 ສເໝີ 3 ຍັງບໍ່ແພ້ໃຜເລຍ ແຕ່ໝົດສິດໃຊ້ງານ ມາຣິໂອ ຊູອາເຣດຊ໌ ທີ່ຕິດໂທດແບນ 1 ນັດ ຈາກການສະສົມໃບເຫຼືອງ ແຕ່ຍັງລຸ້ນວ່າ ມາຣິໂອ ມານຄູຊິດ ຈະຟື້ນມາລົງສະໜາມອີກຄັ້ງ

ໃນຮອບ 8 ທີມ ນັດທຳອິດ ສະເໝີ 0-0 ທຽບຈາກສະຖິຕິທີ່ເຄີຍພົບກັນ 5 ນັດຫຼັງສຸດຈະເປັນຝັ່ງຂອງແອັດ ມາດຣິດ ທີ່ເຮັດໄດ້ດີກວ່າ ແຕ່ໄລຍະຫຼັງ ກາໝີ ຟອມນອກບ້ານຍັງບໍ່ແນ່ນອນແຕ່ຈະຮູ້ກັນຢ່າງແນ່ນອນ

ສະໜາມ: ເອດສ໌ຕາດິໂອ ຊານຕິອາໂກ້ ເບນາເບວ
ຜູ້ຕັດສິນ: ເຟລິກ ບຣິດຊ໌
ເວລາ: 01.45 ນາທີ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...