Homeຂ່າວພາຍ​ໃນບາເຢີນ ແລະ ບາຊ່າ ຜ່ານເຂົ້າຮອບຮອງຊະນະເລີດແບບສະບາຍ

ບາເຢີນ ແລະ ບາຊ່າ ຜ່ານເຂົ້າຮອບຮອງຊະນະເລີດແບບສະບາຍ

Published on

ໃນການແຂ່ງຂັນບານເຕະ ຢູຟາ ແຊມປຽນ ລີກ ຮອບກ່ອນຮອງຊະນະເລີດນັດທີ 2 ຄູ່ທີ່ໜ້າສົນໃຈແມ່ນ ບາເຢີນ ທີມດັງຈາກເຢຍລະມັນນັດທຳອິດບຸກໄປເສຍໃຫ້ ເອັບຊີ ປໍໂຕ້ ທີ່ປະເທດປອກຕຸຍການ 1-3 ໄດ້ກັບມາຫຼີ້ນໃນບ້ານຕົວເອງໂດຍຕ້ອງການເພີ່ມອີກ 2 ປະຕູເພື່ອທີ່ຈະເຂົ້າຮອບຕໍ່ໄປ ແຕ່ຜົນອອກມາດີເກີນຄາດເພາະວ່າ ບາເຢີນ ສາມາດຍິງປະຕູໄດ້ເຖິງ ປະຕູ 6-1 ລວມປະຕູທັງໝົດແມ່ນ 7-4 ເຮັດໃຫ້ທີມເສືອໃຕ້ເຂົ້າສູ່ຮອບຊິງຊະນະເລີດຕໍ່ໄປ
558000004743902

ສ່ວນການແຂ່ງຂັນອີກ 1 ຄູ່ໃນເວລາດຽວກັນ ບາເຊໂລນາ ເປີດສະໜາມ ຄັມປ໌ ນູ ເອົາຊະນະ ປາຣີ ແຊງ ແຊແມງ 2-0 ຜົນລວມ 2 ນັດ ບາຊ່າ ເຂົ້າຮອບຮອງຊະນະເລີດດ້ວຍປະຕູ 5-1

558000004743905

ບົດຄວາມຫຼ້າສຸດ

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...

ຮັກສາສິ່ງແວດລ້ອມ! ບໍ່ແຮ່ໃຕ້ດິນ ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໜ້າດິນຮັກສາໜ້າດິນ.

ອີງຕາມ Lane Xang Minerals Limited Companyໃນວັນທີ 30 ກໍລະກົດ 2026 ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ, ສປປ ລາວ ບໍລິສັດ...