ຕະ​ລຶງ! ອະ​ດີດ​ເຈົ້າ​ອາ​ວາດ​ ຢູ່​​ຊຽງ​ໃໝ່​ປະ​ເທດ​ໄທ ຝັງ​ສົບ​ເດັກ​ນ້ອຍ​ຢູ່​ກ້ອງ​ພະ ເຮັດ​ເຄື່ອງ​ລາງ​ຂອງ​ຂັງ!

14295942801429594297l

ຕະ​ລຶງ​ທົ່ວ​ສັງ​ຄົມ​ໄທ ເມື່ອ​ເຈົ້າ​ໜ້າ​ທີ່​ຂຸ​ດ​ພົບ​ສົບ​ເດັກ​ນ້ອຍ ຖືກ​ຝັງ​ໄວ້​ກ້ອງ​ຖານ​ພະ​ພົມ​ຢູ່​ວັດ​ແຫ່ງ​ໜຶ່ງໃນ​ແຂວງ​ຊຽງ​ໃໝ່ ເພື່ອ​ສະ​ກົດ​ວິນ​ຍານ​ເຮັດ​ເຄື່ອງ​ລາງ​ຂອ​ງ​ຂັງ.

ສຳ​ນັກ​ຂ່າວ​ໄທ​ຣັດ ໄດ້​ລາຍ​ງານ​ໃນ​ວັນ​ທີ 21 ເມ​ສາ​ຜ່ານ​ມາ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ໄດ້​ສົມ​ທົບ​ກັບ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ໄດ້​ລົງ​ກວດ​ກາ ແລະ ຂຸດ​ຄົ້ນ​ຊອກ​ຫາ​ສົບ​ເດັກ​ນ້ອຍ ຢູ່​ວັດ​ຫ້ວຍ​ດິນ​ຈີ່ ເມືອງດອຍ​ສະ​ເກັດ ແຂວງ​ຊຽງ​ໃໝ່ ຣາ​ຊະ​ອາ​ນາ​ຈັກ​ໄທ ຕາມ​ການ​ໃຫ້​ປາກ​ຄຳ​ຂອງ ທ້າວ ສະ​ເຫລີມ ດ້ວງ​ທອງ ອາ​ຍຸ 31 ປີ ເຊິ່ງ​ເປັນ​ອະ​ດີດ​ເຈົ້າ​ອາ​ວາດ​ວັດ​ດັ່ງ​ກ່າວ ແຕ່​ໄດ້​ຖືກ​ຈັບ​ສິກ ຍ້ອນ​ຜິດ​ຄະ​ດີ​ເສບ​ເມ​ຖຸນ ໂດຍ​ຜູ້​ກ່ຽວໄດ້​ຖືກ​ກ່າວ​ຫາ​ຈາກ​ຊາວ​ບ້ານ​ວ່າ ໃນ​ເວ​ລາ​ທີ່ບວດ​ເປັນ​ພະຢູ່​ນັ້ນ ໄດ້​ມີ​ການ​ສະ​ກົດ​ວິນ​ຍານ​ຈາກ​ສົບ​ເດັກ​ນ້ອຍ ເພື່ອ​ສ້າງ​ເຄື່ອງ​ລາງ​ຂອງ​ຂັງ​ ຂາຍ​ໃຫ້​ກັບ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ.

ຜ່ານ​ການ​ຂຸດ​ຢູ່ 2 ຈຸດຄື ຢູ່​ກ້ອງ​ຖານ​ຮູບ​ປັ້ນ​ພະ​ພົມ ແລະ ຮູບ​ປັ້ນ​ພະ​ລື​ສີ ໃຊ້​ເວ​ລາ​ປະ​ມານ 1 ຊົ່ວ​ໂມງ ເຈົ້າ​ໜ້າ​ທີ່ ແລະ ປະ​ຊາ​ຊົນ​ທີ່​ມາ​ລໍ​ຖ້າ​ເບິ່ງ​ກໍ​ຕ້ອງ​ຕົກ​ຕະ​ລຶງ ເມື່ອ​ໄດ້​ພົບ​ກັບ​ຫີບ​ສົບ​ທີ່​ເປັນ​ໂລງ​ແກ້ວ ຝັງ​ຢູ່​ໃນ​ຈຸດ​ກ້ອງ​ຖານ​ຮູບ​ປັ້ນ​ພະ​ພົມຢູ່​ແທ້ງ​ຈິງ ໂດຍ​ອ້ອມ​ຮອບ​ໂລງ​ສົບໄດ້ພົບ​ວ່າ ​ມີ​ການ​ເຮັດ​​ໄມ້​ແຫລມ​ທີ່​ຄາດ​ວ່າ​ເປັນການ​ລົງ​ຄາ​ຖາເພື່ອ​ສະ​ກົດ​ວິນ​ຍານ​ໄວ້, ອີກ​ທັງ​ໃນ​ບໍ​ລິ​ເວນ​ອ້ອມ​ຮອບໂລງ​ແກ້ວ ກໍ​ມີ​ຜ້າ​ຍັນ​ຕິດ​ໄວ້​ອີກ​ດ້ວຍ.

558000004704905

ເມື່ອ​ເຈົ້າ​ໜ້າ​ທີ່​ເປີດ​ໂລງ​ອອກ ກໍ​ພົບ​ກັບ​ເສື້ອ​ຜ້າ​ຂອງ​ເດັກ​ນ້ອຍ​ຜູ້​ຍິງ, ເກີບ​ເດັກ​ນ້ອຍ, ຜ້າ​ຂົນ​ໜູ​ສີ​ຂາວ ແລະ ສິ່ງ​ຂອງ​ເຄື່ອງ​ໃຊ້​ສຳ​ລັບ​ເດັກ​ອ່ອນ, ເງິນ​ໃບ​ລະ 100 ບາດ ຈຳ​ນວນ 10 ໃບ​ມັດ​ລວມ​ກັນ, ສ່ວນ​ສົບ​ເດັກ​ນ້ອຍ​ນັ້ນ ແມ່ນ​ມີ​ສະ​ພາບ​ແຫ້ງ​ຈົນ​ຕິດ​ກະ​ດູກ ມີ​ການ​ປິດ​ທອງ​ຄຳ​ທົ່ວ​ຕົນ​ຕົວ ໂດຍມີ​ຫົວ​ຂະ​ໜາດ​ເທົ່າ​ກັບ​ກ່ຳ​ປັ້ນ​ຜູ້​ໃຫຍ່ ເຊິ່ງ​ຍັງ​ບໍ່​ສາ​ມາດ​ລະ​ບຸ​ໄດ້​ວ່າ ເປັນ​ເພດ​ຍິງ ຫລື ຊາຍ​ເທື່ອ.

ດ້ານ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ຊຸດ​ສືບ​ສວນ​ຄະ​ດີ​ດັ່ງ​ກ່າວ​ນີ້​ໄດ້​ກ່າວ​ວ່າ ເຖິງ​ແມ່ນ​ຈະ​ມີ​ການ​ຂຸດ​ພົບ​ສົບ​ເດັກ​ນ້ອຍ​ແລ້ວ​ກໍ​ຕາມ ແຕ່​ກໍ​ຍັງ​ບໍ່​ສາ​ມາດ​ເອົາ​ຄວາມ​ຜິດ​ກັບ ທ້າວ ສະ​ເຫລີມ ໄດ້​ເທື່ອ ຕ້ອງ​ລໍ​ຖ້າ​ຜົນ​ການ​ຊັນ​ນະ​ສູດ​ຈາກ​ແພດ​ເສຍ​ກ່ອນ ເພື່ອ​ປະ​ກອບ​ເປັນ​ຫລັກ​ຖານ​ໃນ​ການ​ດຳ​ເນີນ​ຄະ​ດີ ກັບ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ຕໍ່​ໄປ.

EyWwB5WU57MYnKOuFtLs2esJ8q2iD7TWdXLYuh9Qa9DyrRaFE9U17I

NjpUs24nCQKx5e1DISo3HKZAJB0ZbR0Xi0KQ9xxak2u