ເຣອັນ ມາດຣິດ ຍັກໃຫຍ່ແຫ່ງລາລີກ້າ ສະເປນມີປັນຫານັກເຕະບາດເຈັບຫຼາຍຄົນ ແກເຣັດ ເບວ ປີກຊ້າຍຄ່າຕົວແພງທີ່ສຸດໃນໂລກມີອາການບາດເຈັບສົ້ນນ່ອງ ສ່ຽງຕໍ່ການພາດຫຼີ້ນນັດສຳຄັນ ແລະ ພ້ອມທັງແນວໜ້າກໍ່ເຈັບຕື່ມອີກ ສະນັ້ນໃນການທີ່ຈະພົບ ແອັດ ມາດຣິດ ເພື່ອນຮ່ວມເມືອງໃນການແຂ່ງຂັນ ຢູຟາ ແຊ້ມປຽນລີກ ຮອບ 8 ທີມສຸດທ້າຍ ວັນທີ 22 ເມສາ 2015 ນີ້ ບໍ່ແມ່ນເລື່ອງງ່າຍ
ສຳລັບເກມນັດທີ 2 ຂອງການແຂ່ງຂັນ ຢູຟາ ແຊ້ມປຽນລີກ ລະຫວ່າງ ເຣອັນ ມາດຣິດ ຍັງມີໂອກາດຕ່າງຝ່າຍຕ່າງບໍ່ມີປະຕູເພາະສະນັ້ນແລ້ວໃນເກມອາດທີ່ຈະເປັນໃຜກໍ່ໄດ້ທີ່ຈະເຂົ້າຮອບ
