Homeຂ່າວພາຍ​ໃນບາຊ່າສະບາຍສະເໝີກໍ່ເຂົ້າຮອບແຕ່PSGຕ້ອງຍິງ 3 ລູກ

ບາຊ່າສະບາຍສະເໝີກໍ່ເຂົ້າຮອບແຕ່PSGຕ້ອງຍິງ 3 ລູກ

Published on

ການແຂ່ງຂັນບານເຕະຢູຟາແຊ້ມປຽນລີກ ລະດູການ 2014-2015 ຮອບ 8 ທີມສຸດທ້າຍນັດທີ 2 ປາຣີແຊັງ ແຊແມັງ ຍົກຄົນໄປບຸກ ບາຊ່າ ໃນວັນທີ 21 ເມສາ 2015 ເວລາ 01.45 ນາທີ

06022

ບາຊ່າ ທີມຈ່າຝູງລາລີກ້າ ແລະ ອະດີດແຊ້ມ 4 ສະໄໝໃນລາຍການນີ້ ຊະນະ 4 ນັດຈາກ 5 ນັດຫຼັງສຸດ ນັດນີ້ກັບມາຫຼິ້ນໃນບ້ານ ຫຼັງຈາກນັດທຳອິດບຸກໄປຊະນະ 3-1 ສ່ວນຜົນງານໃນລີກຍັງຄົງຮັກສາຕຳແໜ່ງຈ່າຝູງໄວ້ ເກມນີ້ພຽງແຕ່ສະເໝີກໍ່ເຂົ້າຮອບແລ້ວຫຼືແພ້ຄາຖີ່ນ 0-2 ກໍ່ຍັງເຂົ້າຢູ່ດີ

ປາຣີ ທີມຮອງຈ່າຝູງຈາກລີກອອງ ຊະນະ 4 ນັດຈາກ 5 ນັດ ຟອມໂດຍລວມຍັງຖືວ່າດີຢູ່ ຜົນງານໃນລີກຍັງຄົງເປັນຮອງຈ່າຝູງ ແຕ່ສຳລັບນັດນີ້ມີແຕ່ບຸກໜັກຢ່າງດຽວເທົ່ານັ້ນຖ້າຫາກຢາກຈະເຂົ້າຮອບຕໍ່ໄປ

ເກມນີ້ຈື່ງສັງເກດເບີ່ງວ່າ ບາເຊໂລນ່າ ລົງເຕະແບບສະບາຍເພາະມີປະຕູໄວ້ 2 ລູກ ແລະຍັງໄດ້ກັບມາເຕະໃນບ້ານອີກຄິດວ່າຍງຄົງຈະເປັນຝ່າຍຄອງບານເໜືອກວ່າ

ສະໜາມ: ຄັມປ໌ ນູ
ຜູ້ຊົມບັນຈຸ: 99,787
ຜູ້ຕັດສິນ: ສະເວນ ໂມນ
ເວລາ: 01.45

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...