spot_img
Homeຂ່າວພາຍ​ໃນ10 ບໍລິສັດ ທຸລະກິດຍິງຂອງລາວ ຄວ້າລາງ ວັນລຸ່ມແມ່ນ້ຳຂອງ

10 ບໍລິສັດ ທຸລະກິດຍິງຂອງລາວ ຄວ້າລາງ ວັນລຸ່ມແມ່ນ້ຳຂອງ

Published on

ຜົນ​ຂອງ​ໂຄງ­ການ​ແຂ່ງ­ຂັນ​ຄວາມ​ທ້າ​ທາຍ​ຜູ້​ປະ­ກອບການ​ຍິງ​ຢູ່​ຂົງ­ເຂດ​ລຸ່ມ​ແມ່­ນ້ຳ​ຂອງ​ສາ­ມາດ​ຄັດ​ເລືອກ​ໄດ້ 10 ບໍ­ລິ­ສັດ​ຍິງ​ຂອງ​ລາວ ຈາກ​ຈຳ­ນວນ 100 ກວ່າ​ບໍ­ລິ­ສັດ​ທີ່​ເຂົ້າຮ່ວມ​ແຂ່ງ­ຂັນ, ພ້ອມ​ທັງ​ຮັບ​ລາ­ງວັນ​ມູນ​ຄ່າ​ເກືອບ 10 ພັນໂດ​ລາ​ສະ­ຫະ­ລັດ​ຕໍ່​ບໍ­ລິ­ສັດ.
ໂສມ​ຫນ້າ​ບໍ­ລິ­ສັດ​ທີ່​ໄດ້​ຮັບລາ­ງວັນ​ຊະ­ນະ​ເລີດ​ປະ­ກອບ​ມີ: ບໍ­ລິ­ສັດ​ວຽງ​ໄຊ​ສິນ​ນິ­ຍົມ​ຂົນ­ສົ່ງຈຳ­ກັດ, ວິ​ສາ​ຫະ​ກິດ​ສ່ວນ​ບຸກຄົນ​ໂຮງ­ງານ​ແອວ​ບີ​ທີ, ກຸ່ມ​ຜະລິດ​ຕະ​ພັນ​ຊາວ­ບ້ານ, ວິ​ສາ​ຫະກິດ​ສ່ວນ​ບຸກ­ຄົນ ຟາມ​ຫມູ່​ຈັນ­ທະຈອນ, ບໍ­ລິ­ສັດ​ວິ­ຊາ​ການ​ໄຟ­ຟ້າໂຍ­ທາ ແລະ ກົນ​ຈັກ​ລາວ​ຈຳ­ກັດ ຜູ້​ດຽວ, ກຸ່ມ​ຜະ­ລິດ​ຕະ​ພັນ​ກະ​ສິກຳ​ສະ​ຫມຸນ​ໄພ, ບໍ­ລິ­ສັດ​ລາວ​ຈິບ ຊິ​ນີ​ມ່າ, ຣີ​ສອດ​ຖາ­ວອນ​ສຸກ, ບໍລິ​ສັດ​ກາ­ເຟ ແລະ ຂົ້ວ​ກາ­ເຟ​ເລີທຣີ​ໂອ, ໂຮງ­ສີ​ເຂົ້າ​ນາງ​ນາ­ລີ​ຍົດໃຫຍ່.
ໃນ​ງານ​ຖະ­ແຫລງ​ຂ່າວ​ການປະ­ກາດ​ຜົນ­ງານ​ວັນ​ຊະ­ນະ​ເລີດຂອງ​ໂຄງ­ການ​ແຂ່ງ­ຂັນ​ຄວາມທ້າ​ທາຍ​ຂອງ​ຜູ້​ປະ­ກອບ​ການ​ຍິງຢູ່​ຂົງ­ເຂດ​ລຸ່ມ​ແມ່­ນ້ຳ​ຂອງ, ທີ່​ຈັດຂຶ້ນ​ຢູ່​ສະ­ມາ­ຄົມ​ນັກ​ຂ່າວ​ແຫ່ງ​ປະເທດ​ລາວ, ມື້­ວານ​ນີ້​ຮູ້​ວ່າ: ໂຄງການ​ນີ້ ເປັນ​ໂຄງ­ການ​ແຂ່ງ­ຂັນ​ຜູ້ປະ­ກອບ​ການ​ຍິງ​ທີ່​ມີ​ຄວາມ​ກະ​ຕືລື​ລົ້ນ ແລະ ແຮງ​ບັນ­ດານ​ໃຈ​ສູງແມ່ນ​ຜູ້​ບໍ­ລິ­ຫານ ແລະ ເປັນ​ເຈົ້າຂອງ​ທຸ­ລະ​ກິດ. ເພື່ອ​ເປັນ​ການ​ສົ່ງເສີມ​ທຸ­ລະ​ກິດ​ຍິງ​ມີ​ການ​ຂະຫຍາຍ​ຕົວ, ເຊິ່ງ​ຜົນ​ຕອບ​ຮັບ​ຈາກໂຄງ­ການ​ແມ່ນ​ຜູ້​ປະ­ກອບ​ການຈະ​ໄດ້​ຮັບ​ເງິນ​ເກືອບ 10 ພັນ​ໂດລາ ເພື່ອ​ນຳ­ໄປ​ປັບ­ປຸງ​ທຸ­ລະ​ກິດ, ໄດ້​ຮັບ​ການ​ໃຫ້​ຄຳ​ປຶກ­ສາ​ແບບຕົວ​ຕໍ່​ຕົວ, ໂດຍ​ແນ­ໃສ່​ແກ້​ໄຂ​ບັນຫາ ແລະ ຄວາມ​ທ້າ​ທາຍ​ຂອງ​ທຸລະ​ກິດ, ຮ່ວມ​ສຳ​ມະ​ນາ ແລະ ຝຶກ​ອົບ­ຮົມ​ແບບ​ປະ­ຕິ­ບັດ, ແລກປ່ຽນ​ຄຳ​ແນະ­ນຳ​ໃນ​ບັນ­ດາ​ຂະແຫນງ​ການ ແລະ ໂອ­ກາດ​ໃນການ​ສ້າງ​ເຄືອ​ຂ່າຍ, ການ​ສຶກສາ​ຖອດ​ຖອນ​ບົດ­ຮຽນ​ນຳ​ກັນດ້ານ​ຕະ­ຫລາດ, ການ​ບໍ­ລິ­ຫານຊັບ­ພະ­ຍາ­ກອນ ແລະ ງົບ​ປະມານ.
ຂ່າວຈາກ:   www.ecom.org.la

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...