Homeຂ່າວຕ່າງປະເທດຊາ​ອຸ​ດິ​ອາ​ຣະ​ເບຍ ໂຈມ​ຕີ​ຄັງ​ແສງ​ຈະ​ຫລວດ​ໃນ​ເຢ​ເມນ ປະ​ຊາ​ຊົນ​ເສຍ​ຊີ​ວິດ - ບາດ​ເຈັບ ​ຫລາຍ​ຮ້ອຍ​ຄົນ!

ຊາ​ອຸ​ດິ​ອາ​ຣະ​ເບຍ ໂຈມ​ຕີ​ຄັງ​ແສງ​ຈະ​ຫລວດ​ໃນ​ເຢ​ເມນ ປະ​ຊາ​ຊົນ​ເສຍ​ຊີ​ວິດ – ບາດ​ເຈັບ ​ຫລາຍ​ຮ້ອຍ​ຄົນ!

Published on

EyWwB5WU57MYnKOuFtLtBBuB2GcG3Lcj4ZcJQt3ktNx8CD14yi8WNr

ກຸ່ມ​ພັນ​ທະ​ມິດ​ອາ​ຫລັບນຳ​ໂດຍ​ຊາ​ອຸ​ດິ​ອາ​ຣະ​ເບຍ ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ຄັງ​ແສງ​ຈະ​ຫລວດ​ໃນ​ເມືອງ​ຫລວງ​ປະ​ເທດ​ເຢ​ເມນ ສ້າງ​ຄວາມ​ເສຍ​ຫາຍ​ວົງ​ກວ້າງ ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຫລາຍ​ຮ້ອຍ​ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 21 ເມ​ສາ​ນີ້​ວ່າ ເຮືອ​ບິນ​ສູ້​ຮົບ​ຂອງ​ກຸ່ມ​ພັນ​ທະ​ມິດ​ຊາດ​ອາ​ຫລັບ​ນິ​ກາຍ​ສຸ​ໜີ່ ເຊິ່ງ​ນຳ​ໂດຍ​ປະ​ເທດ​ຊາ​ອຸ​ດິ​ອາ​ຣະ​ເບຍ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃນ​ປະ​ເທດ​ເຢ​ເມນ​ອີກ​ເທື່ອ​ໜຶ່ງ ໃນ​ມື້​ວັນ​ຈັນ (20 ເມ​ສາ) ທີ່​ຜ່ານ​ມາ ໂດຍ​ມີ​ເປົ້າ​ໝາຍ​ທຳ​ລາຍ​ຄັງ​ແສງ​ທີ່​ເກັບ​ມ້ຽນ​ຈະ​ຫລວດ ເທິງ​ເນີນ​ພູ ຟາດ ອັດ​ຕັນ ຂອງ​ນະ​ຄອນ​ຫລວງ​ຊາ​ນາ ປະ​ເທດ​ເຢ​ເມນ ເຊິ່ງ​ຖືກ​ກຸ່ມ​ຕິດ​ອາ​ວຸດ​ ” ຮູ​ຕິ ” ຍຶດ​ຄອງ​ໄດ້ ໂດຍ​ການ​ໂຈມ​ຕີ​ໄດ້​ເຮັດ​ໃຫ້​ເກີດ​ມີ​ການ​ລະ​ເບີດ​ຮຸນ​ແຮງ ຈົນ​ເຮືອນ​ຊານ​ທີ່​ຢູ່​ອ້ອມ​ຮອບ​ໄດ້​ເພ​ພັງ ຖືກ​ລະ​ຫລົ່ມ​ເສຍ​ຫາຍ​ເປັນ​ວົງ​ກວ້າງ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ເສຍ​ຊີ​ວິດ 18 ຄົນ ແລະ ບາດ​ເຈັບ​ອີກ​ຢ່າງ​ໜ້ອຍ 300 ຄົນ ໂດຍ​ເຊື່ອ​ວ່າ​ຕົວ​ເລກ​ທີ່​ແທ້​ຈິງ​ອາດ​ຈະ​ສູງ​ກ່​ວາ​ນີ້.

NjpUs24nCQKx5e1DISo3fOuY9RpDic1ogRZYsJ0F8JJ

ທັງ​ນີ້ ກຸ່ມ​ພັນ​ທະ​ມິດ​ຊາດ​ອາ​ຫລັບ​ດັ່ງ​ກ່າວ ເຊິ່ງ​ນຳ​ໂດຍ​ຊາ​ອຸ​ດິ​ອາ​ຣະ​ເບຍ ໄດ້​ເລີ່ມ​ປະ​ຕິ​ບັດ​ການ​ໂຈມ​ຕີ​ທາງ​ອາ​ກາດ ຕໍ່​ຕ້ານ​ກຸ່ມ​ຕິດ​ອາ​ວຸດ​ມຸດ​ສະ​ລິມ​ນິ​ກາຍ​ຊີ​ອະ ສາຍ​ໄຊ​ດີ ຫລື ກຸ່ມ ” ຮູ​ຕິ ” ຕັ້ງ​ແຕ່​ເດືອນ​ມີ​ນາ​ທີ່​ຜ່ານ​ມາ ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຄືນ​ອຳ​ນາດ​ໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີ ອາ​ເບດ​ຣາບ​ບູ ມານ​ຊູ ຮາ​ດີ ເຊິ່ງ​ຖືກ​ກຸ່ມ​ຮູ​ຕິ​ເຂົ້າ​ຍຶດ​ອຳ​ນາດ ຈົນ​ຕ້ອງ​ໄດ້​ອົບ​ພະ​ຍົບ​ມາ​ລີ້​ໄພ​ທາງ​ການ​ເມືອງ​ຢູ່​ປະ​ເທດ​ຊາ​ອຸ​ດິ​ອາ​ຣະ​ເບຍ.

ທ່ານ ພົນ​ຈັດ​ຕະ​ວາ ອາ​ເໝັດ ອັນ-ອັດ​ຊີ​ຣີ ໂຄ​ສົກ​ຂອງ​ກຸ່ມ​ພັນ​ທະ​ມິດ​ດັ່ງ​ກ່າວ​ໄດ້​ເປີດ​ເຜີຍມື້​ວານ​ນີ້ (20 ເມ​ສາ) ວ່າ ພວກ​ເຂົາ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໄປ​ແລ້ວ ຫລາຍ​ກ່​ວາ 2,000 ຄັ້ງ ສາ​ມາດ​ຄວບ​ຄຸມ​ນ່ານ​ຟ້າ​ຂອງ​ປະ​ເທດ​ເຢ​ເມນ​ໄດ້​ຢ່າງ​ສົມ​ບູນ ແລະ ກຳ​ລັງ​ຈະ​ທຳ​ລາຍ​ຮາກ​ຖານ​ຂອງ​ກຸ່ມ​ຕິດ​ອາ​ວຸດ​ດັ່ງ​ກ່າວ.

NjpUs24nCQKx5e1DISo3fOuY9RpDic0ZZqYHdzY8vwO

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...