spot_img
Homeຂ່າວພາຍ​ໃນນາດາວຊະນະແບບຫວຸດຫວິດອີດສ໌ເນີ 2-1, ເຟດຕົກ 16 ຄົນ ການແຂ່ງຂັນມອນຕິຄາໂລ

ນາດາວຊະນະແບບຫວຸດຫວິດອີດສ໌ເນີ 2-1, ເຟດຕົກ 16 ຄົນ ການແຂ່ງຂັນມອນຕິຄາໂລ

Published on

nadal
ລາຟາເອວ ນາດາວ ຕ້ອງອອກແຮງເມື່ອຍ ຫຼັງຈາກເອົາຊະນະ ຈອນ ອີດສຼເນີ 2-1 ເຊັດ ຜ່ານເຂົ້າຮອບ 8 ຄົນສຸດທ້າຍໃນການແຂ່ງຂັນເທນນິດ ມອນຕິຄາໂລ ມາດສ໌ເຕີໂອເພັ່ນ ການແຂ່ງຂັນເທນນິດ ເອທີພີ ທົວ ລາຍການ ມອນຕິຄາໂລ ມາດສ໌ເຕີ ທີ່ລັດໂມນາໂກ ເມື່ອວັນທີ 16 ທີ່ຜ່ານມາ

ໃນປະເພດຊາຍດ່ຽວຮອບ 3 ລາຟາເອວ ນາດາວ ມື 3 ຂອງລາຍການຈາກສະເປນ ລົງດວນກັບ ຈອນ ອີດສ໌ເນີ ຈອມເສີບໜັກ ມື 15 ຂອງລາຍການຈາກອາເມລິກາ
ຜົນປະກົດວ່າ ນາດາວ ຕ້ອງອອກແຮງເມື່ອຍເຖິງ 3 ເຊັດ ຈື່ງເອົາຊະນະ ອີດສ໌ເນີ ໄປໄດ້ 2-1 ເຊັດ ດ້ວຍຄະແນນ 7-6 ທາຍເບຣກ 8-6, 4-6 ແລະ 6-3

ໃນຂະນະທີ່ ໂຣເຈີ ເຟເດີເຣີ ອະດີດມື 1 ຂອງໂລກຊາວສະວິດ ພາດທ່າແພ້ໃຫ້ ກາແອວ ມົງຟິວ ຈາກຝຣັ່ງ 0-2 ເຊັດ ຄະແນນ 4-6, 6-7 ທາຍເບຣກ 5-7 ຕົກຮອບ 16 ຄົນສຸດທ້າຍໄປແບບພິກລ໋ອກ

ທາງດ້ານ ມິລອດສ໌ ຣາໂອນິດຊ໌ ມື 4 ຂອງລາຍການຈາກາກນາດາ ຊະນະ ທອມ ໂຣເບໂດ້ ມື 16 ຂອງລາຍການຈາກສະເປນ 2-1 ເຊັດ ຄແນນ 6-3, 3-6, 6-3

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)