spot_img
Homeຂ່າວພາຍ​ໃນຄະນະ​ຜູ້​ແທນ​ຂັ້ນສູງ ພັກ​ກອມ​ມູນິດ ປອກຕຸຍ​ການ ​​ຢ້ຽມຢາມ ສປປ ລາວ

ຄະນະ​ຜູ້​ແທນ​ຂັ້ນສູງ ພັກ​ກອມ​ມູນິດ ປອກຕຸຍ​ການ ​​ຢ້ຽມຢາມ ສປປ ລາວ

Published on

*(ຂປລ): ສະຫາຍ ​ເຮ​ໂຣນີ​ໂມ ​ເດ ຊູ​ຊາ (Jeronimo de Sousa), ​ເລຂາທິການ​ໃຫຍ່ ພັກ​ກອມ​ມູນິດ​ປອກຕຸຍ​ການ ພ້ອມ​ຄະນະ​ ໄດ້​ເດີນທາງມາຢ້ຽມຢາມ ສປປ ລາວ ​ແຕ່​ວັນ​ທີ 25/2 ຫາ 1/3/2013. ​ໃນ​ໂອກາດ​ນີ້ ​ເມື່ອ​ຕອນ​ເຊົ້າວັນ​ທີ 26 ກຸມພາ 2013 ນີ້ ສະຫາຍ ບຸນ​ປອນ ບຸດ​ຕະນະ​ວົງ, ກຳມະການ​ກົມ​ການ​ເມືອງ, ຄະນະເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ ​ໄດ້​ຕາງໜ້າ​ໃຫ້​ສູນ​ກາງ​ພັກ ປປ ລາວ ພົບ​ປະ​ເຮັດ​ວຽກ​ກັບ ສະຫາຍ ​ເຮ​ໂຣນີ​ໂມ ​ເດ ຊູ​ຊາ.

​ໃນ​ການ​ພົບ​ປະ ທັງ​ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ກ່ຽວ​ກັບ​ສະພາບ​ການພົ້ນ​ເດັ່ນ ກໍ​ຄື​ ບົດ​ຮຽນ​ໃນ​ການຈັດຕັ້ງປະຕິບັດ, ການ​ເຄື່ອນ​ໄຫວ​ຊີ້ນຳ​ນຳພາ ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ ​ໃນ​ປະຈຸ​ບັນ; ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ປອກຕຸຍ​ການ ​ໄດ້​ມີ​ຄວາມ​ສົນ​ໃຈ ​ແລະ ​ໃຫ້ການ​ຍ້ອງຍໍ​ຊົມ​ເຊີຍ ຕໍ່​ການ​ນຳພາ​ຂອງ​ພັກ ​ແລະ ລັດ​ເຮົາ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມ​ແນວທາງ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່ ເປັນຕົ້ນ​ແມ່ນ​ການຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ.

ນອກ​ນັ້ນ ທັງ​ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ບົດຮຽນ ກ່ຽວ​ກັບ​ວຽກ​ງານ​ການ​ເຄື່ອນ​ໄຫວ ​ຂອງ​ແຕ່​ລະ​ພັກ, ບັນຫາ​ພາກພື້ນ ​ແລະ ສາກົນ ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ, ທົບ​ທວນ​ຄືນ​ການ​ພົວພັນ ລະຫວ່າງ​ ສອງ​ພັກ​ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ການ​ພົວພັນ​ຮ່ວມ​ມື​ໃນຕໍ່ໜ້າ. ພ້ອມ​ນີ້ ສະຫາຍ ບຸນ​ປອນ ບຸດ​ຕະນະ​ວົງ ​ໄດ້​ຕີ​ລາຄາ​ສູງ ​ແລະ ຊົມ​ເຊີຍ​ຕໍ່​ການ​ມາ​ຢ້ຽມຢາມ ສປປ ລາວ ຂອງ​ຄະນະ​ຜູ້​ແທນ​ດັ່ງກ່າວ ອັນ​ເປັນ​ການ​ປະກອບ ສ່ວນ​ສຳຄັນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ທີ່​ມີ​ມູນ​ເຊື້ອ ລະຫວ່າງ ສອງ​ພັກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກພື້ນ ​ແລະ ສາກົນ.

ສະຫາຍ ​ເຮ​ໂຣນີ​ໂມ ​ເດ ຊູ​ຊາ ກໍ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ ທີ່​ໄດ້​ມີ​ໂອກາດ​ມາ​ຢ້ຽມຢາມ ສປປ ລາວ ເປັນຄັ້ງທຳ​ອິດ, ​ໄດ້​ມາ​ເຫັນ​ຜົນສຳ​ເລັດ ​ໃນ​ການ​ພັດທະນາຂອງ​ປະຊາຊົນ​ລາວ ພາຍ​ໃຕ້​ການ​ນຳພາອັນ​ຖືກຕ້ອງ ​ແລະ ປີ​ຊາ​ສາມາດ ຂອງ​ພັກ ປປ ລາວ ​ແລະ ຂໍ​ອວຍພອນ​ໃຫ້​ປະຊາຊົນ​ລາວ ຈົ່ງ​ປະສົບ​ຜົນ​ໃສຳ​ເລັດ​ໃໝ່ໃຫຍ່​ຫລວງ​ກວ່າ​ເກົ່າ ​ໃນ​ການ​ພັດທະນາ​ ສ້າງສາ​ປະ​ເທດ​ຊາດ.

​ໃນ​ໄລຍະຢູ່​ຢ້ຽມຢາມ ສປປ ລາວ ຄັ້ງນີ້ ຄະນະ​ຜູ້​ແທນ​ຂັ້ນສູງ ພັກ​ກອມ​ມູນິດ ປອກຕຸຍ​ການ ​ຍັງໄດ້​ໄປ​ຢ້ຽມສະຖານ​ທີ່​ປະຫວັດສາດ ​ແລະ ວັດທນນະ​ທຳ​ ຈຳນວນ​ໜຶ່ງຢູ່​ນະຄອນ ຫລວງ​ວຽງ​ຈັນ ​ແລະ ​ເມືອງ​ມໍລະດົກ​ໂລກ ​ແຂວງ​ຫລວງ​ພະ​ບາງ

ທີ່ມາhttp://www.kpl.net.la

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...