ອາເລັກຊິດສ໌ ຊານເຊັດຊ໌ ແນວລຸກຕົວເດັດຂອງ ອາເຊນອນ ກາຍເປັນຊາຍຜູ້ນຳໄຊຊະນະມາສູ່ທີມຫຼັງຈາກ ຈັດການຊັດປະຕູໃນຕອນຕໍ່ເວລາພິເສດເຊືອດ ເຣດດີ້ງ 2-1 ເຂົ້າຮອບຊິງຊະນະເລີດ ເອັບເອ ຄັບ ໄດ້ເປັນທີ່ຮຽບຮ້ອຍ
ເອັບເອ ຄັບ
ເຣດດີ້ງ 1-2 ອາເຊນອນ
ການແຂ່ງຂັນບານເຕະ ເອັບເອ ຄັບ ຮອບຮອງຊະນະເລີດ ເກມທີ່ ເວມບຼີ ສະເຕດຽມ ເຣດດີ້ງ ຈາກ ເດິ ແຊ້ມປຽນຊິບ ລົງສະໜາມພົບ ອາເຊນອນ ແຊ້ມເກົ່າຈາກ ພຣີເມຍລີກ ອັງກິດ ເກມນີ້ເຣດດີ້ງເລືອກສົ່ງ ພາເວວ ໂປຣເກັບນຽກ ຢືນເປົ້າໜ້າລຸ້ນປະຕູ ສ່ວນ ປືນໃຫຍ່ ພັກຕົວຫຼັກແລ້ວສົ່ງ ແດນນີ ເວວເບັກ ເປັນກອງໜ້າຕົວດຽວ
ເປີດເກມມາ 4 ນາທີ ອາເຊນອນ ເກືອບຂື້ນນຳກ່ອນ ແດນນີ ເວວເບັກ ເລັ່ງຄວາມໄວຂື້ນໄປຮັບບານໜ້າປະຕູແຕ່ບໍ່ທັນຖືກ ອາດັມ ເຟເດຣິຊີ ອອກມາເອົາບານກ່ອນ ຂະນະທີ່ນາທີ 8 ເຣດດີ້ງມີສວນໝັດຄືນ ຈໍແດນ ໂອບິຕາ ແລ່ນມາຊັດບານແຕ່ເຂົ້າມື ວອດຊຽດ ເຊດສ໌ນີ ຮັບໄດ້ງ່າຍດາຍ
ປືນໃຫຍ່ໄດ້ໂອກາດຕໍ່ນາທີ 22 ຊານຕິ ກາຊໍລາ ຫຼຽວຊ້າຍຫຼຽວຂວາປັ່ນດ້ວຍຊ້າຍ ແຕ່ບານອອກຂ້າງໄປ ແຕ່ສຸດທ້າຍນາທີ 39 ປະຕູທີ່ລໍຄອຍກໍ່ມາເຖິງ ເມຊຸດ ໂອຊິວ ຈ່າຍເຂົ້າກາງໃຫ້ ອາເລັກຊິດສ໌ ຊານເຊດຊ໌ ຈັບແລ້ວລ໊ອກຫຼົບຍິງເຂົ້າກາງປະຕູນຳ 1-0 ແລະ ໝົດເຄິ່ງເວລາທຳອີດ
ເຄີ່ງເວລາທີ 2 ຜ່ານມາໜ້ອຍດຽວນາທີ 47 ເຣດດີ້ງ ຕີສະເໝີຢ່າງໄວ 1-1 ພາເວວ ໂປຣເກຣັບນຽກ ເປີດກັບມາແລ້ວ ແກເຣັດ ແມັກ ເຄຍຣີ ຍິງສະແລ໋ບເຂົ້າໄປທີ່ ວອດຊຽດຊ໌ ເຊດສ໌ນີ ປັດບໍຫວິດເສັ້ນປະຕູ ຕໍ່ມານາທີ 67 ແດນນຽວ ວິນລຽມ ເກືອບຍິງໃຫ້ ເຣດດີ້ງ ພິກນຳແຕ່ບານອອກຂ້າງໄປ
ນາທີ 77 ເຣດດີ້ງ ບຸກຕໍ່ຈະເອົາລູກຂື້ນນຳ ພາເວວ ໂປຣເກຣັບນຽກ ຄວບບານມາທາງຊ້າຍແລ້ວຫັກຍິງ ແຕ່ຖຶກເສົາໄກອອກຂ້າງ ຂະນະທີ່ນາທີ 83 ອາເຊນອນ ເຮັດໃຫ້ໂອກາດຫຼຸດໄປ ອາຣອນ ແຣມຊີ່ ພາບານເຂົ້າໄປເຂດໂທດແຕ່ໂຊກບໍ່ມີ ຍິງດ້ວຍຊ້າຍໄປຕຳເສົາ ສຸດທ້າຍຈົບເກມ ບໍ່ມີຜູ້ຊະນະ ຕ້ອງຕໍ່ເວລາໄປອີກ 30 ນາທີ
ທົດເວລາພິເສດ ອາເຊນອນ ບຸກດົນເຕີບ ຈົນນາທີ 105 ກໍ່ມາຂື້ນນຳອີກ 2-1 ອາເລັກຊິດສ໌ ຊານເຊັດຊ໌ ຍິງຍັດມຸມແຄບແຕ່ ອາດັມ ເຟເດຣິຊີ ຮັບບໍ່ຢູ່ບານລອດຂາເຂົ້າໄປ ເຣດດີ້ງພະຍາຍາມບຸກຄືນແຕ່ບໍ່ສຳເລັດ ຈົບເກມ ອາເຊນອນ ຕໍ່ເວລາເອົາຊະນະ ເຣດດີ້ງ 2-1 ເຂົ້າຮອບຊິງຊະນະເລີດລໍຖ້າພົບ ລິເວີພູ ຫຼື ແອັດສ໌ຕັນ ວິນລາ ວັນທີ 30 ພຶດສະພານີ້