ແຮມິນຕັນ ຄວ້າແຊ້ມ ເອັບວັນ ໄຊນິດສ໌ ກຣັງປຣີ ສະໝັຍທີ 4
ລູອິດສ໌ ແຮມິນຕັນ ແຊ້ມໂລກ ຟໍມູລ່າວັນ 2 ສະໝັຍຊາວອັງກິດຂອງທີມເມເຊເດດສ໌ ແກ້ຕົວຈາກຄວາມຜິດຫວັງໃນສະໜາມກ່ອນໜ້ານີ້ ກັບມາຄວ້າແຊ້ມ “ ໄຊນິດສ໌ ກຣັງປຣີ ” ທີ່ປະເທດຈີນ ເມື່ອວັນທີ 11 ເມສາ
ໂດຍອອກສະຕ໊າດຈາກຕຳແໜ່ງໂພ ໂພສິຊັ່ນກ່ອນນຳມ້ວນດຽວຈົບ ໃນເວລາ 1 ຊົ່ວໂມງ 39 ນາທີ 42.008 ວິນາທີ ຕິດຕາມມາດ້ວຍນິໂກ້ ຣອດສ໌ເບີກ ເພື່ອນຮ່ວມທີມຊ້າກວ່າ 0.714 ວິນາທີ ແລະ ເຊບາດສະຕຽນ ເວັດເທວ ອະດີດແຊ້ມໂລກ 3 ສະໝັຍຂອງເຟີຣາຣີ່ເຊີ່ງມີເຊີໄພສ໌ຄວ້າແຊ້ມສະໜາມກ່ອນໜ້ານີ້ທີ່ມາເລເຊຍ ເຂົ້າເສັ້ນໄຊເປັນອັນດັບ 3 ໃນເວລາ 1 ຊົ່ວໂມງ 39 ນາທີ 44.996 ວິນາທີ
ໄຊຊະນະໃນຄັ້ງນີ້ເຮັດໃຫ້ແຮມິນຕັນຄວ້າແຊ້ມໄຊນິດສ໌ ກຣັງປຣີ ໄດ້ເປັນສະໝັຍທີ 4 ພ້ອມກັບມີຄະແນນສະສົມແຊ້ມໂລກປະເພດນັກຂັບ 68 ຄະແນນຖິ້ມຫ່າງເວັດເທວທີ່ຕາມມາເປັນອັນດັບສອງ 13 ຄະແນນ ສ່ວນຄະແນນປະເພດຜູ້ຜະລິດ ເມີເຊເດດສ໌ນຳກ່ອນທີ່ 199 ຄະແນນ ໂດຍມີເຟີຣາຣີ່ຕາມມາຫ່າງໆທີ່ 79 ຄະແນນ