spot_img
Homeຂ່າວພາຍ​ໃນສະປິດຄວ້າແຊ້ມກ໊ອບ ເດິມາດສະເຕີ

ສະປິດຄວ້າແຊ້ມກ໊ອບ ເດິມາດສະເຕີ

Published on

asasas
ການແຂ່ງຂັນກ໊ອບ ເມເຈີ ລາຍການ ເດິ ມາດສະເຕີ ທີ່ເມືອງອໍກັດສະຕາ ລັດຈໍເຈັຍ ປະເທດສະຫະລັດອາເມລິກາ ທີ່ຫາກໍ່ຈົບຮອບສຸດທ້າຍໄປເມື່ອຕອນເຊົ້າຂອງວັນທີ 13 ເມສາ ( ເວລາປະເທດລາວ)
ປະກົດວ່າ ຈໍແດນ ສະປິດ ໂປຣກ໊ອບຈາກສະຫະລັດ ອາຍຸ 21 ປີ ມີຜົນງານຢ່າງໂດດເດັ່ນ ດ້ວຍການຄວ້າແຊ້ມໄປຄອງ ຫຼັງຈາກມີຄະແນນລວມ 4 ມື້ ທີ່ 18 ອັນເດີພາ 270

ແລະເຮັດໃຫ້ເຂົາເປັນນັກກ໊ອບອາຍຸນ້ອຍທີ່ສຸດເປັນອັນດັບ 2 ທີ່ໄດ້ແຊ້ມ ເດິະ ມາດສະເຕີ ດ້ວຍອາຍຸພຽງແຕ່ 21 ປີ 8 ເດືອນ 16 ມື້

ໃນຂະນະທີ່ເຈົ!ຂອງສະຖິຕິດັ່ງກ່າວເປັນ ໄທເກີ ວູດ ອະດີດໂປຣກ໊ອບມື 1 ຂອງໂລກທີ່ເຮັດເອົາໄວ້ຕອນອາຍຸ 21 ປີ 3 ເດືອນ 14 ມື້

ສ່ວນອັນດັບ 2 ແມ່ນ ຟິວ ມິກເຄວສັນ ກັບ ຈັດສະຕິນ ໂຣດສ໌ ຄະແນນທີ່ເຮັດໄດ້ 14 ອັນເດີພາ 274
ສ່ວນ ຣໍຣີ່ ແມັກອິນທອຍ ໂປຣກ໊ອບມື 1 ຂອງໂລກຈາກໄອແລນເໜືອ ຄະແນນທີ່ເຮັດໄດ້ 12 ອັນເດີພາ 276
ໃນຂະນະທີ່ ໄທເກີ ວູດ ອະດີດມື 1 ຂອງໂລກຢູ່ທີ່ອັນດັບ 17 ຄະແນນທີ່ເຮັດໄດ້ 5 ອັນເດີພາ 283

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...