spot_img
Homeຂ່າວພາຍ​ໃນຜີເປີດໄຟຂຽວທຸ້ມງົບ 55 ລ້ານປອນດ໌ (ປະມານ 60 ຕື້ກວ່າກີບ) ຊື້ຕົວ ເອດິສັນ ຄາວານີ

ຜີເປີດໄຟຂຽວທຸ້ມງົບ 55 ລ້ານປອນດ໌ (ປະມານ 60 ຕື້ກວ່າກີບ) ຊື້ຕົວ ເອດິສັນ ຄາວານີ

Published on

“ປີສາດແດງ”ແມນເຊດສ໌ເຕີ ຢູໄນເຕັດ ຈັດງົບ 55 ລ້ານປອນດ໌ ຫຼື ປະມານ 60 ຕື້ກວ່າກີບ ຊື້ຕົວ ເອດິສັນ ຄາວານີ ດາວຍິງຂອງປາຣີ ແຊງແຊກແມງ ມາຮ່ວມທັບໃນລະດູຮ້ອນນີ້

zcc

ເມື່ອວັນຈັນທີ 13 ເມສາທີ່ຜ່ານມາສື່ຂ່າວຕ່າງປະເທດລາຍງານວ່າ “ປີສາດແດງ”ແມນເຊດສ໌ເຕີ ຢູໄນເຕັດ ສະໂມສອນຊັ້ນນຳຂອງ ພຣີເມັຍລີກ ອັງກິດ ກຽມຍື່ນຂໍ້ສະເໜີ ກ້ອນໃຫຍ່ຫຼາຍເຖິງ 55 ລ້ານປອນດ໌ ຫຼື ປະມານ 60 ຕື້ກວ່າກີບ ເພື່ອຂໍຊື້ຕົວ ເອດິສັນ ຄາວານີ ໃນໄລຍະຂອງຕະຫຼາດເປີດການຊື້ຂາຍໃນລະດູຮ້ອນນີ້
ດາວຍິງທີມຊາດອຸຣຸກວັຍ ອາຍຸ 28 ປີ ຍ້າຍຈາກນາໂປລີ ມາຄ້າແຂ່ງໃນ ປາກ ເດດສ໌ ແພຣັງ ຕັ້ງແຕ່ປີ 2013 ນັບແຕ່ຍ້າຍມາກໍ່ມີຜົນງານດີມາຕະຫຼອດ ແຕ່ວ່າເຈົ້າໂຕກໍ່ບໍ່ມີຄວາມສຸກເພາະຕົກເປັນຮອງ ຊະລາຕັນ ອິບຣາຮິໂມວິດ ມາຕະຫຼອດ ສ່ວນທາງໂລຣອງ ບລອງ ອາດຈະປ່ອຍຕົວຄາວານີ ອອກຈາກທີມຫາກໄດ້ຄ່າຕົວທີ່ໜ້າພໍໃຈ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...