Homeປະເພນີ-ວັດທະນະທຳຈັດການສະແດງສິລະປະ-ເດີນແບບອາພອນລາວ ແລະ ສະແດງປະຫວັດຂອງນາງສັງຂານ

ຈັດການສະແດງສິລະປະ-ເດີນແບບອາພອນລາວ ແລະ ສະແດງປະຫວັດຂອງນາງສັງຂານ

Published on

ບໍລິສັດນິວຕັນສາກົນຈຳກັດ ຮ່ວມກັບ ບໍລິສັດດວງດາວລາວເອັນເຕີເທັນເມັນຈຳກັດ ໄດ້ຈັດກິດຈະກຳສົ່ງເສີມຄຸນຄ່າສີສັນ
ວັດທະນະທຳທີ່ເປັນເອກະລັກຂອງຊາດ ດ້ວຍການສະແດງສິລະປະ ການເດີນແບບອາພອນລາວ ແລະ ການສະແດງເລົ່າ
ເຖິງປະຫວັດຄວາມເປັນມາຂອງນາງສັງຂານ ເປັນຄັ້ງທຳອິດ ເພື່ອຕ້ອນຮັບບຸນປີໃໝ່ລາວ ພສ.2558 ຂຶ້ນເມື່ອຄໍ່າຄືນວັນທີ
11 ເມສາ 2015 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມງານມີ ທ່ານ ຄຳປະດິດ ເຂັມມານິດ
ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ທ່ານນາງ ລິນດາ ສຸວັນນະເຮືອງ
ປະທານບໍລິສັດດວງດາວລາວເອັນເຕີເທັນເມັນຈຳກັດ ມີຄະນະອຳນວຍການບໍລິສັດນິວຕັນສາກົນຈຳກັດ ບັນດານັກສະແດງ
ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມຊົມເປັນຈຳນວນຫຼາຍ.

BFK_1420-650x433

ທ່ານຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ກ່າວວ່າ
ການຈັດງານຄັ້ງນີ້ ຖືເປັນການປະກອບສ່ວນໃນການປົກປັກຮັກສາ ພັດທະນາ ແລະ ເສີມຂະຫຽາຍມໍລະດົກ ວັດທະນະທຳ
ອັນດີງາມຂອງຊາດໃຫ້ມີລັກສະນະຊາດ ກ້າວໜ້າ ມີຄຸນຄ່າສີສັນວັດທະນະທຳທີ່ເປັນເອກະລັກຂອງຊາດ ແລະ ຂອງເຜົ່າຕ່າງໆ
ທີ່ໄດ້ຮັບການອະນຸຮັກ ແລະ ສືບທອດ ເສີມຂະຫຽາຍຢ່າງເລິກເຊິ່ງ ແລະ ກວ້າງຂວາງ ບົນພື້ນຖານການເສີມຂະຫຍາຍ
ໜ້າວຽກງານວັດທະນະທຳໃນໄລຍະໃໝ່ ຕາມນະໂຍບາຍຂອງພັກ-ລັດ ເຊິ່ງການຈັດງານດັ່ງກ່າວຈິ່ງເປັນງານປະກອບສ່ວນ
ທີ່ສຳຄັນທີ່ບໍລິສັດນິວຕັນສາກົນຈຳກັດ ຮ່ວມກັບ ບໍລິສັດດວງດາວລາວເອັນເຕີເທັນເມັນຈຳກັດ ໄດ້ສົ່ງເສີມການຕະຫຼາດ
ດ້ານສິນຄ້າຫັດຖະກຳລາວ ສູ່ສັງຄົມພາຍໃນ ແລະ ຕ່າງປະເທດຂອງພາກສ່ວນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ
ຫຼື SME ມີການຈັດລາຍການສະແດງສິລະປະວັນນະຄະດີ ການເດີນແບບອາພອນຜ້າໄໝລາວ ແລະ ການເລົ່າເຖິງປະຫັວດ
ຄວາມເປັນມາຂອງນາງສັງຂານ ທັງນີ້ ເພື່ອເປັນການສົ່ງເສີມສິລະປະວັດທະນະທຳລາວໃນງານບຸນປີໃໝ່ລາວ ພສ.2558
ປະຈໍາປີ 2015 ກໍຄືທຸກໆປີຜ່ານມາ ຢູ່ນະຄອນຫຼວງວຽງຈັນ ພ້ອມນີ້ ກໍເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ມີບັນຍາກາດ
ຟົດຟື້ນ ເປັນຕົ້ນການປະກວດນາງສາວນະຄອນວຽງຈັນ ການແຫ່ພະພຸດທະຮູບມິ່ງບ້ານມິ່ງເມືອງ ແຫ່ນາງສັງຂານ ເຊິ່ງມີ
ມວນຊົນໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ໃນແຕ່ລະປີ.

BFK_1410-300x200

ນອກຈາກການສະແດງສິລະປະການຟ້ອນ ດົນຕີ ການຮ້ອງເພງ ຂັບລຳທ້ອງຖິ່ນ ແລະ ການສະແດງອື່ນໆ
ບວກກັບການສະແດງເດີນແບບອາພອນ ຜ້າຝ້າຍ-ໄໝ ເຊິ່ງເປັນແບບນຸ່ງຖືຂອງຄົນລາວທີ່ຜະລິດເປັນສິນຄ້າ ເຄື່ອງນຸ່ງຫົ່ມ
ເປັນຕົ້ນແຜ່ນແພຜ້າໄໝລາວ ເພື່ອຮັກສາຮີດຄອງປະເພນີ ການອະນຸຮັກ ຮັກສາຮີດຄອງການນຸ່ງຖືແບບເຄົ້າເດີມ ແລະ
ການນຸ່ງຖືໃຫ້ແທດເໝາະກັບຍຸກສະໄໝໃໝ່ ທັງສົ່ງເສີມໃຫ້ບັນດາຊາວໜຸ່ມ ເຍົາວະຊົນ ມີການປະກອບສ່ວນດ້ານສິລະປະ
ວັດທະນະທຳ ອະນຸຮັກ-ສົ່ງເສີມຜູ້ຜະລິດເຄື່ອງນຸ່ງຫົ່ມລາວ ແຜ່ນແພ ຜ້າ-ໄໝລາວ ເພື່ອຮັບໃຊ້ສັງຄົມ ສົ່ງເສີມສີມືແຮງງານ
ໃຫ້ມີການພັດທະນາດີຂຶ້ນ ແລະ ສ້າງວຽກເຮັດງານທຳ ນຳໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...