spot_img
Homeຂ່າວພາຍ​ໃນການນຳ ພັກ-ລັດ ຕ້ອນຮັບການນຳຂັ້ນສູງ ສສ ຫວຽດນາມ

ການນຳ ພັກ-ລັດ ຕ້ອນຮັບການນຳຂັ້ນສູງ ສສ ຫວຽດນາມ

Published on

20150412124439

ໂດຍ​ຕອບ​ສະໜອງ​ຄຳ​ເຊີນຂອງ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການເມືອງ​ສູນກາງ​ພັກ ຜູ້​ປະຈຳການ​ຄະນະ​ເລຂາ​ທິ​ການ​ສູນ​ກາງ​ພັກ ຮອງປະທານ​ປະເທດ​ແຫ່ງ ​ສປປ ລາວ ສະຫາຍ ເລ​ຮົງ​ແອງ ກຳມະການກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະຈຳ​ການ​ຄະນະ​ເລຂາທິການ​ສູນກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ​ກອມມູ​ນິດ​ຫວຽດນາມ ໄດ້​ເດີນທາງມາ​ຢ້ຽມຢາມ​ເຮັດ​ວຽກ ແລະ ອວຍພອນ​ປີ​ໃໝ່​ບັນດາ​ສະຫາຍການ​ນຳພັກ-ລັດ ແລະ ປະຊາຊົນ​ລາວ ແຕ່​ວັນ​ທີ 11-13 ເມສາ 2015.

ຕອນ​ບ່າຍ​ວັນ​ທີ 11 ເມສາ ຄະນະ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນກາງ​ພັກ ປະທານ​ປະເທດແຫ່ງ ​ສປປ ລາວ ຢູ່​ເຮືອນ​ຂອງ​ສະຫາຍ ເຊິ່ງ​ສະຫາຍ​ປະທານ​ປະເທດ ກໍ່ໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ສະຫາຍ ເລ​ຮົງ​ແອງ ພ້ອມ​ດ້ວຍພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດນາມ ທີ່​ມາ​ຢ້ຽມຢາມ ແລະ ເຮັດວຽກ​ນຳ​ເອົາ​ໄມຕີ​ຈິດມິດຕະພາບ ແລະ ຄວາມ​ສາມັກຄີ​ອັນ​ດູດດື່ມມາ​ຍັງ​ການ​ນຳ​ພັກ-ລັດ ແລະ ປະຊາ​ຊົນ​ລາວ ໃນ​ໂອກາດ​ປີ​ໃໝ່ ລາວ ​ພສ 2558 ຖື​ວ່າ​ເປັນ​ການເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ສະແດງ​ເຖິງ​ຄວາມ​ສະໜິດສະໜົມ​ຖານ​ອ້າຍ​ນ້ອງ ລະຫວ່າງສອງ​ພັກ ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ ພ້ອມ​ນີ້ ສະຫາຍ​ປະທານ​ປະເທດ ຍັງ​ໄດ້​ອວຍພອນ​ບັນດາ​ຜົນ​ສຳເລັດ​ອັນ​ໃຫຍ່​ຫຼວງສຳຄັນ​ຮອບດ້ານ ມີ​ຄວາມ​ໝາຍ​ປະຫວັດສາດທີ່​ພັກ-ລັດ ແລະ ປະຊາຊົນ​ຫວຽດນາມ​ຍາດ​ມາ​ໄດ້ ​ໃນ​ໄລຍະ​ຜ່ານມາ ແລະ ສະແດງ​ຄວາມ​ເຊື່ອ​ໝັ້ນວ່າ​ ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູ​ນິດຫວຽດນາມ ປະຊາຊົນ​ຫວຽດນາມ ​ຈະ​ສາມາດ​ຍາດ​ໄດ້​ໄຊ​ຊະນະ ແລະ ປະຕິບັດ​ບັນດາ​ເປົ້າໝາຍ​ທີ່​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ກອມ​ມູ​ນິດ​ຫວຽດນາມ ວາງ​ອອກ​ໃຫ້​ມີ​ຜົນສຳເລັດ ແລະ ອວຍພອນ​ໃຫ້ການ​ກະກຽມ​ກອງປະຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ ໃນ​ຕົ້ນ​ປີ 2016 ໄດ້​ຮັບ​ຜົນສຳເລັດເປັນ​ຢ່າງ​ດີ ສະຫາຍ​ປະທານ​ປະເທດ​ ໄດ້​ສະແດງ​ຄວາມ​ປິ​ຕິ​ຊົມຊື່ນຕໍ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນມູນເຊື້ອ ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ ສອງ​ລັດ ແລະ ສອງ​ຊາດ​ລາວ-ຫວຽດນາມ ທີ່​ນັບ​ມື້​ຂະຫຍາຍຕົວ​ເຂົ້າ​ສູ່​ລວງເລິກ ມີ​ປະ​ສິດທິ​ຜົນ ແລະ ແທດເຖິງ​ຕົວ​ຈິງ​ໃນ​ທຸກ​ຂົງເຂດ ພ້ອມທັງ​ໄດ້​ສະແດງ​ຄວາມ​ຂອບໃຈຢ່າງ​ເລິກເຊິ່ງ​ຕໍ່​ພັກ-ລັດ ແລະ ປະຊາ​ຊົນ​ຫວຽດນາມ ທີ່​ໄດ້​ໃຫ້ການສະໜັບສະໜູນ​ຊ່ວຍເຫຼືອ​ອັນ​ໃຫຍ່ຫຼວງ​ແກ່​ພັກ-ລັດ ແລະ ປະຊາຊົນລາວ​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ປັດ​ຈຸບັນ.

ສະຫາຍ ເລ​ຮົງ​ແອງ ໄດ້​ສະແດງ​ຄວາມ​ປິ​ຕິ​ຊົມຊື່ນ​ທີ່​ໄດ້​ມາຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ລາວ ຖືກ​ກັບ​ໄລຍະ​ທີ່​ພັກ-ລັດ ແລະ ປະຊາ​ຊົນ​ລາວ ຫາກໍ່​ສຳເລັດ​ການສະເຫຼີມສະຫຼອງ ​ວັນ​ສ້າງຕັ້ງ​ພັກປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ ແລະ ກຽມ​ສະເຫຼີມສະຫຼອງບຸນປີໃໝ່​ລາວ ພ້ອມ​ທັງ​ສະແດງຄວາມ​ຂອບໃຈ​ຕໍ່​ສະຫາຍ​ປະທານປະເທດ ພ້ອມ​ດ້ວຍ​ການ​ນຳ​ຂັ້ນສູງ​ຂອງ​ພັກ-ລັດ​ຂອງ​ລາວ ທີ່​ໄດ້ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ແກ່ຄະນະ ແລະ ຍັງ​ໄດ້​ນຳ​ເອົາ​ຄວາມຢື້​ຢາມ​ຖາມ​ຂ່າວ ແລະ ອວຍພອນປີ​ໃໝ່​ຈາກ​ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການ​ໃຫຍ່​ພັກ​ກອມມູ​ນິດ​ຫວຽດນາມ ສະຫາຍ ເຈືອງ ເຕິນ​ຊາງ ປະທານ​ປະເທດແຫ່ງ ​ສສ ຫວຽດນາມ ມາ​ຍັງ​ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ແລະ ການນຳ​ຂັ້ນ​ສູງ​ຂອງ​ພັກ-ລັດ ແລະ ປະຊາ​ຊົນ​ລາວ ອວຍພອນ​ບັນດາ​ຜົນສຳເລັດ​ອັນ​ໃຫຍ່​ຫຼວງ​ໃນ​ທຸກ​ຂົງເຂດ ​ທີ່​ພັກ-ລັດ​ບັນລຸ​ໄດ້​ໃນ​ການປ່ຽນແປງ​ໃໝ່ ພ້ອມ​ທັງ​ສະແດງຄວາມ​ເຊື່ອ​ໝັ້ນ​ວ່າ ​ພັກ​ປະຊາຊົນປະຕິວັດ​ລາວ ຈະ​ນຳພາ​ປະຊາຊົນລາວ ​ຍາດ​ໄດ້​ຜົນສຳເລັດ​ໃໝ່​ໃຫຍ່ຫຼວງ​ກວ່າ​ເກົ່າ ປະຕິບັດ​ບັນດາເປົ້າ​ໝາຍ​ທີ່​ກອງ​ປະຊຸມ​ໃຫຍ່ ຄັ້ງທີ 9 ຂອງ​ພັກ​ວາງ​ອອກ ກໍ່​ຄື​ກະກຽມ​ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ 10 ຂອງ​ພັກ ໃນ​ຕົ້ນ​ປີ 2016 ຢ່າງ​ມີ​ຜົນສຳເລັດ.

ສະຫາຍ ເລ​ຮົງ​ແອງ ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ພັກ-ລັດ ແລະ ປະຊາຊົນ​ລາວ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ອັນ​ໃຫຍ່​ຫຼວງ ແລະ ລ້ຳ​ຄ່າ​ແກ່​ພັກ-ລັດ ແລະ ປະຊາ​ຊົນ​ຫວຽດນາມ​ໃນ​ພາລະກິດປົດ​ປ່ອຍ​ຊາດ ທ້ອນໂຮມ​ປະເທດເປັນ​ເອກະ​ພາບ ກໍ່​ຄື​ພາລະກິດແຫ່ງ​ການ​ປ່ຽນແປງ​ໃໝ່​ໃນ​ການສ້າງສາ ແລະ ປົກ​ປັກ​ຮັກສາ​ປະເທດ​ຊາດ​ໃນ​ປັດຈຸບັນ ຈາກ​ນັ້ນ ສະຫາຍ​ກໍ່​ໄດ້​ລາຍ​ງານ​ສະພາບການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຫວຽດນາມ ​ໃນ​ໄລຍະ​ມໍ່ໆມາ​ນີ້ ແລະ ໝາກຜົນ​ຂອງ​ການພົບ​ປະ​ກັບ​ສະຫາຍ ບຸນ​ຍັງ ວໍລະຈິດ ໃຫ້​ສະຫາຍ ຈູມ​ມາລີ ໄຊ​ຍະສອນ ຮັບ​ຊາບ ເຊິ່ງ​ສະຫາຍ​ປະທານ​ປະເທດ​ ໄດ້​ຕີ​ລາຄາ​ສູງ​ຕໍ່ໝາກຜົນ​ຂອງ​ການ​ພົບ​ປະລະຫວ່າງ ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສອງພັກ ລາຍ​ງານ​ສະພາບ​ການ​ຂອງລາວ ການ​ພົວພັນ​ລາວ-ຫວຽດນາມ​ໃນ​ມໍ່ໆ​ນີ້ ພ້ອມ​ທັງ​ສະແດງຄວາມ​ຂອບໃຈ ແລະ ອວຍພອນສຸຂະພາບ​ສະຫາຍ​ເລຂາທິການໃຫຍ່​ ພັກ​ກອມ​ມູ​ນິດ​ຫວຽດນາມ ປະທານ​ປະເທດແຫ່ງ ​ສສ ຫວຽດນາມ ແລະ ການ​ນຳ​ຂັ້ນ​ສູງ​ຂອງພັກ-ລັດ​ຫວຽດນາມ​ອີກ​ດ້ວຍ.

ກ່ອນ​ໜ້າ​ນີ້ ສະຫາຍ ເລ​ຮົງ​ແອງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງ​ພັກ​ກອມ​ມູ​ນິດ​ຫວຽດນາມ ກໍ່​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ລາວ ເຊິ່ງ​ນຳ​ໂດຍ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ຢູ່​ທຳ​ນຽບປະທານ​ປະເທດ ເຊິ່ງ​ການ​ພົບ​ປະຄັ້ງ​ນີ້​ ທັງ​ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງຄວາມ​ໝາຍ​ຄວາມ​ສຳຄັນ​ຂອງການ​ຢ້ຽມຢາມ ເຊິ່ງ​ສະແດງ​ເຖິງສາຍ​ພົວພັນ​ຄວາມ​ສາມັກຄີ​ພິເສດ​ລະຫວ່າງ​ລາວ-ຫວຽດນາມ ຫວຽດນາມ-ລາວ ລາຍ​ງານ​ສະພາບ​ການ​ຂອງ​ແຕ່​ລະ​ພັກແຕ່​ລະປະເທດ ການ​ພົວພັນ​ລະຫວ່າງສອງ​ພັກ ສອງ​ລັດ ໃຫ້​ກັນ​ຊາບແລກປ່ຽນ​ບັນຫາ​ທີ່​ສອງ​ຝ່າຍ​ໃຫ້ຄວາມ​ສົນໃຈ ສອງ​ຝ່າຍ​ໄດ້​ເປັນເອກະ​ພາບ​ກັນ​ສືບຕໍ່​ເພີ່ມ​ທະວີການ​ຢ້ຽມຢາມ ພົບ​ປະ​ລະຫວ່າງການ​ນຳ​ຂັ້ນ​ສູງ ເພີ່ມ​ທະວີ​ແລກປ່ຽນ​ຂໍ້​ມູນຂ່າວສານ ບົດຮຽນ​ໃນການ​ກໍ່ສ້າງ​ພັກ ຈັດ​ກອງ​ປະຊຸມພົບ​ປະ​ສຳ​ມະ​ນາ​ທິດ​ສະ​ດີ ແລະ ພຶດຕິ​ກຳ ເພີ່ມ​ທະວີ​ການ​ຮ່ວມ​ມືຮອບດ້ານ ເຊັ່ນ: ວຽກ​ງານ​ປ້ອງກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເສດຖະກິດການ​ຄ້າ ການ​ລົງທຶນ ການ​ສຶກ​ສາ ວັດທະນະທຳ ແລະ ອື່ນໆ ຊຸກຍູ້​ການ​ໂຄສະນາ​ກ່ຽວກັບ​ມູນເຊື້ອ​ການ​ພົວພັນ​ພິເສດ ລະຫວ່າງ​ລາວ-ຫວຽດນາມ ເນື່ອງ​ໃນ​ໂອກາດ​ຄົບຮອບ​ວັນ​ສຳຄັນ​ຂອງ​ສອງ​ພັກ-ສອງ​ລັດ ເປັນ​ເອກະ​ພາບ​ກັນ​ໃນ​ການ​ຊີ້​ນຳ​ ບັນດາ​ກະຊວງຂະແໜງການ ແລະ ທ້ອງຖິ່ນ​ໃຫ້​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ສອງ​ກົມ​ການເມືອງ​ ລະຫວ່າງສອງ​ພັກ ສອງ​ລັດ ແລະ ບັນດາ​ເນື້ອ​ໃນ​ກອງ​ປະຊຸມ​ ຄະນະ​ກຳມາ​ທິ​ການ​ຮ່ວມ​ມື​ສອງ​ຝ່າຍລາວ-ຫວຽດນາມ ໃຫ້​ມີ​ຜົນສຳເລັດ.

ໂອກາດ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ຄັ້ງ​ນີ້ ສະຫາຍ ເລ​ຮົງ​ແອງ ພ້ອມ​ດ້ວຍ​ຄະນະ ​ຍັງ​ໄດ້​ໄປ​ຢ້ຽມຢາມ ແລະ ອວຍພອນ​ປີ​ໃໝ່ ສະຫາຍ ສີ​ສະຫວາດ ແກ້ວ​ບຸນ​ພັນ ອະດີດ​ກຳມະການກົມ​ການເມືອງ​ສູນ​ກາງ​ພັກ ອະດີດ​ນາຍົກລັດຖະມົນຕີ ອະດີດ​ປະທານ​ແນວ​ລາວ​ສ້າງ​ຊາດ ພ້ອມ​ນີ້ ຍັງ​ໄດ້​ໄປ​ວາງ​ກະຕ່າ​ດອກ​ໄມ້​ຢູ່​ຫໍພິ​ພິ​ທະ​ພັນ ໄກສອນ ພົມວິຫານ ແລະ ຫໍ​ພິ​ພິ​ທະ​ພັນ ສຸ​ພານຸ​ວົງ ຕື່ມ​ອີກ.

ການ​ມາ​ຢ້ຽມຢາມ ​ສປປ ລາວ ຂອງ​ສະຫາຍ ເລ​ຮົງ​ແອງ ພ້ອມດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຄັ້ງ​ນີ້ ແມ່ນ​ເຕັມ​ໄປ​ດ້ວຍ​ບັນຍາກາດແຫ່ງ​ຄວາມ​ສາມັກຄີ​ແບບ​ພິເສດ ແລະ ປະກອບສ່ວນ​ສຳຄັນ ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ ​ອັນ​ເປັນ​ມູນເຊື້ອຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານລາວ-ຫວຽດນາມ ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນ ແລະ ເລິກເຊິ່ງ​ກວ່າ​ເກົ່າ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

  • ບົດຄວາມຫຼ້າສຸດ

    ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

    ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

    ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

    ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

    ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

    ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

    ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

    ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...