spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ເຕືອນ ສະຫຼອງປີໃໝ່ດ້ວຍຄວາມປອດໄພ

ເຈົ້າໜ້າທີ່ເຕືອນ ສະຫຼອງປີໃໝ່ດ້ວຍຄວາມປອດໄພ

Published on

Untitled

ເຈົ້າໜ້າທີ່ອອກຂໍ້ຫ້າມເຕືອນສັງຄົມ ໃຫ້ຫລີ້້ນປີໃຫມ່ຢ່າງປອດໄພ
ວັນທີ 7 ເມສາ ນີ້, ທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ໃນການສະຫຼອງບຸນປີໃໝ່ 2015 ນີ້, ໄດ້ຈັດກຳລັງເຈົ້າໜ້າທີ່ຫລາຍກວ່າ 600 ສະຫາຍເຂົ້າປ້ອງກັນບຸນດັ່ງກ່າວຢ່າງຮັບ ປະກັນ ແລະ ພ້ອມນີ້ກໍໄດ້ອອກຂໍ້ຫ້າມຕ່າງໆຄື:

1. ຫ້າມຂາຍສິນຄ້າ ແລະ ອຸປະກອນ ທີ່ກໍ່ໃຫ້ເກີດສຽງແຕກທຸກປະເພດ, ບໍ່ໃຫ້ຈູດໝາກກະໂພກ, ບັ້ງໄຟດອກທຸກຊະນິດ, ບໍ່ໃຫ້ນຳໃຊ້ທາດລະເບີດ, ທາດເບື່ອເຄມີ ແລະ ວັດຖຸອອກລິດຕໍ່ສຸຂະພາບຈິດທີ່ເປັນຜົນລົບຕໍ່ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມ.
2. ຫ້າມໃຊ້ນ້ຳເປື້ອນ, ນ້ຳສີ, ນ້ຳຄັນຄາຍ, ນ້ຳກ້ອນໃສ່ຖົງຢາງຫົດ ຫລື ແກວ່ງໃສ່ກັນ, ບໍ່ໃຫ້ນຸ່ງເຄື່ອງຍົ້ວຍວນ, ສັ້ນເຂີນ, ຫລິ້ນການພະນັນທຸກຊະນິດ ແລະ ຫລິ້ນທ່ຽວແບບລາມົກອານາຈານຢ່າງເດັດຂາດ.
3. ຫ້າມລົງຫລິ້ນຢູ່ຫາດຊາຍ ທີ່ບໍ່ໄດ້ຮັບອະນຸຍາດຈາກທາງການ ຫລື ສະຖານທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນຮັກສາຄວາມປອດໄພ, ເພື່ອເປັນການຫລີກເວັ້ນຕໍ່ສິ່ງທີ່ບໍ່ເພິ່ງປາຖະໜາອາດຈະເກີດຂຶ້ນ.
4. ຫ້າມຂີ່ລົດເປັນພືງເປັນແພ, ແລ່ນລົດໄວເກີນຂອບເຂດ, ເວລາຂັບຂີ່ພາຫະນະທຸກຊະນິດ.
5. ຫ້າມດື່ມສິ່ງມຶນເມົາ ແລະ ການຂັບຂີ່ພາຫະນະທຸກປະເພດໃຫ້ປະຕິບັດ ຕາມປ້າຍສັນຍານຈະລາຈອນຢ່າງເຄັ່ງຄັດ.
6. ຫ້າມໃຊ້ທໍ່ຢາງຕໍ່ນ້ຳອອກມາຈາກເຮືອນ ເພື່ອຫົດນ້ຳຕາມທ້ອງຖະໜົນຢ່າງ ເດັດຂາດເພາະຈະສ້າງຄວາມແອອັດ, ກີດຂວາງການສັນຈອນ.
7. ຫ້າມຫົດນ້ຳໃສ່ເຈົ້າໜ້າທີ່ໆກຳລັງປະຕິບັດໜ້າທີ່ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ແລະ ສະຖານທີ່ຕ່າງໆ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງ ມີສະຕິລະວັງຕົວທຸກສະພາບການ, ລວມໄປເຖິງການ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫລຸດລົງຮັບປະກັນ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານ ສັງຄົມ, ຮັບປະກັນຄວາມປອດໄພ.
ສິ່ງທີ່ສຳຄັນຈົ່ງຊ່ວຍກັນໂຄສະນາປຸກລະດົມມວນຊົນເຂົ້າຮ່ວມຂະບວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕື່ນຕົວປະຕິບັດຄຳສັ່ງແນະນຳ ແລະ ທຸກຂໍ້ກຳນົດຂອງການຫລີ້ນບຸນປີໃໝ່ລາວ ທີ່ທາງການໄດ້ອອກແຈ້ງການຢ່າງເຂັ້ມງວດ.
ຖ້າຫາກມີຜູ້ລະເມີດຂໍ້ຫ້າມທີ່ກ່າວມາຂ້າງເທິງນີ້ ຈະຖືກກ່າວເຕືອນ ຫລື ດຳເນີນມາດຕະການຢ່າງເດັດຂາດ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...