spot_img
Homeຂ່າວພາຍ​ໃນນະຄອນຫຼວງ ເລັ່ງຜະລິດສະບຽງອາຫານເປັນສິນຄ້າ

ນະຄອນຫຼວງ ເລັ່ງຜະລິດສະບຽງອາຫານເປັນສິນຄ້າ

Published on

20150408134421

ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII (2016-2020) ໄດ້​ກຳນົດ​ເອົາ 5 ເມືອງ (ເມືອງ​ນາ​ຊາຍ​ທອງ ໄຊ​ທານີ ຫາດ​ຊາຍ​ຟອງ ສັງ​ທອງ ແລະ ເມືອງ​ປາກ​ງື່ມ) ໃນ​ການ​ຜະລິດເຂົ້າ ປູກ​ພືດ​ຜັກ ປູກ​ຫຍ້າ ແລະ ລ້ຽງ​ງົວ ໃຫ້​ກາຍເປັນ​ສິນຄ້າ ເພື່ອ​ສະໜອງ​ພາຍ​ໃນ ແລະ ສົ່ງອອກ.

ວັນ​ທີ 8 ເມສາ 2015 ທີ່ພະ​ແນກ​ກະສິກຳ ແລະ ປ່າໄມ້ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດກອງ​ປະຊຸມ​ການ​ເຊື່ອມ​ຊຶມ​ ແຜນພັດທະນາ​ເສດຖະກິດ-ສັງຄົມ ຄັ້ງທີ 8 ແລະ ແຜນ​ຍຸດ​ທະ​ສາດພັດທະ​ນາ​ກະສິກຳ 2025 ຂັ້ນ​ສູນກາງ ແລະ ຂັ້ນ​ແຂວງ ແລະ ແຜນ​ພັດທະນາ​ກະສິກຳ ແລະ ປ່າໄມ້ ໄລຍະ 5 ປີ ໂດຍ​ເປັນ​ກຽດເຂົ້າ​ຮ່ວມ​ຂອງ​ທ່ານ ​ດຣ. ພວງ​ປາຣິ​ສັກ ປຣະ​ວົງ​ວຽງ​ຄຳ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສິກຳ ແລະ ປ່າໄມ້ ທ່ານ ​ດຣ. ອາ​ນຸພາບ ຕຸ​ນາ​ລົມ ຮອງ​ເຈົ້າ​ຄອງນະຄອນ​ຫຼວງ​ວຽງ​ຈັນ ພ້ອມ​ກັນ​ນີ້ ກໍ່ມີ​ພະ​ແນກ​ກະສິກຳ ແລະ ປ່າໄມ້ ແຂວງ​ວຽງ​ຈັນ ເມືອງ​ທົດ​ລອງວຽກ​ງານ​ສາມ​ສ້າງ ແລະ ຫ້ອງການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ​ຮສ.​ດຣ. ລິນ​ຄຳ ດວງສະຫວັນ ຫົວໜ້າ​ພະ​ແນກ​ກະ​ສິກຳ ແລະ ປ່າໄມ້ ກ່າວ​ວ່າ: ເພື່ອຮັບປະກັນ​ຄວາມ​ໝັ້ນຄົງ​ທາງດ້ານ​ສະບຽງ​ອາຫານ ໂດຍ​ເລັ່ງໃສ່​ການ​ປູກ​ເຂົ້າລະດູຝົນ ປູກ​ພືດຜັກ ລ້ຽງ​ງົວ ຢູ່​ເຂດ​ທີ່​ມີ​ເງື່ອນໄຂໃນ 5 ຕົວ​ເມືອງ​ຄື: ເມືອງ​ນາຊາຍ​ທອງ ໄຊ​ທານີ ຫາດ​ຊາຍຟອງ ສັງ​ທອງ ແລະ ເມືອງ​ປາກງື່ມ ຕາມ​ຄວາມ​ເໝາະ​ສົມ ເຊິ່ງຈະ​ຊຸກຍູ້​ສົ່ງເສີມ​ການ​ຜະລິດ​ເປັນສິນຄ້າ ​ຕິດ​ພັນ​ກັບ​ອຸດສາຫະກຳ-ປຸງ​ແຕ່ງ ແລະ ການ​ຕະຫຼາດ​ເພື່ອສະໜອງ​ພາຍ​ໃນ ແລະ ສົ່ງ​ອອກຕ່າງ​ແຂວງ ແລະ ຕ່າງປະເທດ ໂດຍ​ເລັ່ງ​ໃສ່​ກະສິກຳ​ອິນ​ຊີ ກະສິ​ກຳ​ສະອາດ ຫັນ​ເປັນ​ການ​ຜະລິດ​ແບບ​ຄົບ​ວົງ​ຈອນ ອິງ​ໃສ່​ບັນດາ​ໂຄງການ​ຊົນລະປະທານ​ທີ່​ມີນ້ຳ​ໄຫຼ​ເອງ ເຊັ່ນ: ໂຄງການ​ນ້ຳຫຸມ-ນ້ຳ​ຊວງ ແລະ ບ່ອນ​ອື່ນໆ.

ຕາມ​ການ​ຄາດໝາຍ​ແຕ່​ປີ 2016-2020 ຈະ​ຜະລິດ​ເຂົ້າ​ໃຫ້ໄດ້​ສະເລ່ຍ 372.200 ໂຕນ​ຕໍ່​ປີ ໃນ​ເນື້ອທີ່ 77.800 ເຮັກຕາ​ຕໍ່​ປີ ພືດ​ຜັກ 125.200 ໂຕນ​ຕໍ່​ປີ ໃນເນື້ອທີ່ 11.700 ເຮັກຕາ​ຕໍ່​ປີ ປູກຫຍ້າ ແລະ ລ້ຽງ​ງົວ ສະໜອງ​ຊີ້ນໃຫ້​ໄດ້ 1.200 ໂຕນ ຫຼື ລ້ຽງ​ງົວໃຫ້​ໄດ້ 17.000 ໂຕ ແລະ ປູກຫຍ້າ​ໃຫ້​ໄດ້​ໃນ​ເນື້ອທີ່ 600 ເຮັກຕາ ນອກຈາກ​ນີ້ ຍັງ​ມີ​ໂຄງການຜະລິດ​ເປັນ​ສິນຄ້າ​ອື່ນໆ​ອີກ​ປະກອບມີ: ການ​ຜະລິດ​ເຂົ້າ​ອິນ​ຊີ ຜັກ​ອິນ​ຊີ ສາລີ ມັນຕົ້ນ ປູກ​ໄມ້​ໃຫ້ໝາກ ລ້ຽງ​ໝູ ປາ ແລະ ສັດ​ປີກ.

ຫາກ​ໂຄງການ​ດັ່ງ​ທີ່​ກ່າວ​ມາຂ້າງ​ເທິງ​ນີ້ ​ສຳເລັດ​ຕາມ​ແຜນ​ອີກ 5 ປີ ຈະ​ເຮັດ​ໃຫ້​ນະຄອນຫຼວງວຽງ​ຈັນ ມີ​ຄວາມ​ສົມບູນ​ແບບກວ່າ​ເກົ່າ ​ເພາະ​ໃນ​ຕົວ​ເມືອງ​ຈະ​ມີການ​ບໍລິການ ແລະ ສູນ​ການ​ຄ້າທີ່​ທັນ​ສະໄໝ ທີ່​ເຕັມ​ໄປ​ດ້ວຍຄວາມ​ສວຍ​ງາມ ສ່ວນ​ນອກເມືອງ​ຈະ​ເຫັນ​ກະສິກຳ​ທີ່​ສວຍ​ສົດງົດ​ງາມ​ ຕະຫຼອດ​ທັງ​ລະດູແລ້ງ ແລະ ລະດູຝົນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...