spot_img
Homeຂ່າວພາຍ​ໃນຖ້ຽວລົດສາຍໃຕ້ ຈະບໍ່ມີການຂຶ້ນລາຄາຄ່າໂດຍສານ ໄລຍະປີໃໝ່ລາວ

ຖ້ຽວລົດສາຍໃຕ້ ຈະບໍ່ມີການຂຶ້ນລາຄາຄ່າໂດຍສານ ໄລຍະປີໃໝ່ລາວ

Published on

20150403130258

ທ່ານ ວັນ​ເພັນ ສີ​ສຸກ ຮອງ​ຜູ້ອຳນວຍການ​ສະຖານີ​ຂົນສົ່ງ​ສາຍ​ໃຕ້-ສາຍ​ຕ່າງປະເທດ ໃຫ້​ສຳພາດ​ໃນວັນ​ທີ 3 ເມສາ 2015 ໄດ້​ຮູ້​ວ່າ: ເພື່ອ​ຮອງ​ຮັບ​ການບໍລິການ​ຂົນສົ່ງ​ຜູ້ໂດຍສານ​ ທີ່​ຈະ​ເດີນທາງ​ລະຫວ່າງ​ພາກ​ກາງ​ສູ່​ພາກ​ໃຕ້ ໃນ​ໄລຍະ​ບຸນປີໃໝ່​ລາວ ​ພສ 2558 ທີ່​ຈະ​ມາ​ເຖິງ​ບໍ່​ດົນ​ນີ້ ປັດຈຸບັນ ທາງ​ສະຖາ​ນີ​ຂົນສົ່ງ​ສາຍ​ໃຕ້-ສາຍ​ຕ່າງປະເທດ ໄດ້​ມີ​ການກະກຽມ​ຄວາມ​ພ້ອມ​ທຸກ​ດ້ານ​ແລ້ວ ບໍ່​ວ່າ​ຈະ​ເປັນ​ທາງດ້ານ​ເຕັກນິກ​ ໄດ້​ມີ​ການ​ປະສານງານ​ກັບ​ເຈົ້າ​ໜ້າທີ່ ແລະ ບໍລິສັດທີ່​ແລ່ນ​ລົດ​ໃນ​ສະຖານີ​ໂດຍສານ ເພື່ອ​ເປັນ​ການ​ຕອບ​ສະໜອງ​ໃຫ້ກັບ​ມວນ​ຊົນ​ທີ່​ຈະ​ເດີນທາງ​ກັບບ້ານ (ພາກ​ໃຕ້) ໄດ້​ມີ​ການ​ເພີ່ມລົດ​ໂດຍສານ​ຈາກ​ວັນ​ປົກກະຕິ 50 ຄັນ ມາ​ເປັນ 80 ຄັນ​ຕໍ່​ວັນ ແລະ ຍ້າຍ​ເວລາ​ອອກ​ໄປ​ເພີ່ມອີກ 1 ຊົ່ວໂມງ ຈາກ​ເວລາ 4:30-22:00 ໂມງ (ເວລາ​ປົກກະຕິ 4:30-21:00 ໂມງ) ແລະ ສາມາດ​ຈ່ອງ​ກ່ອນ​ລ່ວງ​ໜ້າ​ ໄດ້​ພຽງແຕ່​ລົດ​ປະເພດ​ດຽວ​ເທົ່າ​ນັ້ນ​ຄື VIP ສ່ວນ​ລົດ​ທຳ​ມະ​ດາ​ແມ່ນ​ໄປຂຶ້ນ​ກັບ​ສະຖານີ​ເທົ່າ​ນັ້ນ.

ກ່ອນ​ໜ້າ​ນັ້ນ​ຫຼາຍ​ພາກສ່ວນເປັນ​ຫ່ວງ​ວ່າ​ ອາດ​ຈະ​ມີ​ການ​ປັບລາຄາ​ຂຶ້ນ​ເມື່ອ​ມີ​ຜູ້ໂດຍສານ​ໄປ ໃຊ້​ບໍລິການ​ຫຼາຍຕໍ່​ບັນຫາ​ດັ່ງກ່າວ​ນີ້ ​ທ່ານ​ຮອງ​ອຳນວຍ​ການ​ໄດ້​ຢັ້ງຢືນ​ວ່າ​ ຈະ​ບໍ່​ມີ​ການ​ປັບ​ຂຶ້ນ​ລາຄາ​ຢ່າງ​ເດັດຂາດ​ຄື​ລາຄາ​ຈະ​ປົກກະຕິ​ກັບ​ວັນ​ທຳ​ ມະ​ດາ ວຽງ​ຈັນ-ປາກ​ຊັນ ລົດ​ທຳ​ມະ​ດາ 30.000 ກີບ ລົດ​ດ່ວນ 40.000 ກີບ VIP 50.000 ກີບ ວຽງ​ຈັນ-ຫຼັກ 20 ລາຄາ 85.000 ກີບ ວຽງ​ຈັນ-ທ່າ​ແຂກ​ລົດ​ທຳ​ມະ​ດາ 60.000 ກີບ ລົດ​ດ່ວນ 70.000 ກີບ ແລະ 80.000 ກີບ ວຽງ​ຈັນ-ສະຫວັນນະ​ເຂດ ທຳ​ມະ​ດາ 75.000 ກີບ ລົດ​ດ່ວນ 90.000 ກີບ ແລະ VIP 110.000-120.000 ກີບ ວຽງ​ຈັນ-ປາກ​ເຊ ທຳ​ມະ​ດາ 110.000 ກີບ ລົດ​ດ່ວນ 140.000 ກີບ VIP 170.000 ກີບ ວຽງ​ຈັນ-ສາລະ​ວັນ 130.000-190.000 ກີບ ວຽງຈັນ-ເຊ​ກອງ 130.000-210.000 ກີບ ວຽງ​ຈັນ-ອັດ​ຕະ​ປື 140.000-220.000 ກີບ ສ່ວນລາຍ​ລະອຽດ​ຕ່າງໆ​ສາມາດ​ຕິດຕໍ່​ພົວພັນ​ກັບ​ບໍລິສັດ​ຂົນສົ່ງ ຫຼື ສະຖາ​ນີ​ໄດ້.

ສຳລັບ​ປີ​ໃໝ່​ລາວ​ປີ​ນີ້​ ຄາດວ່າ​ຈະ​ມີ​ຈຳນວນ​ຜູ້ໂດຍສານ​ມາໃຊ້​ບໍລິການ​ຫຼາຍ​ກວ່າ​ທຸກ​ປີ​ ເພາະມີ​ເວລາ​ພັກປະມານ 1 ທິດ​ຈາກ ວັນ​ທີ 14-16 ເມສາ ເຊິ່ງ​ຜູ້​ໂດຍສານ​ຈະ​ເລີ່ມ​ມາ​ໃຊ້​ລົດ​ນັບ​ແຕ່​ວັນທີ 10 ເມສາ ເປັນຕົ້ນ​ໄປ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...