spot_img
Homeຂ່າວພາຍ​ໃນພະແນກກະສິກຳ-ປ່າໄມ້ ນວ ກຳນົດພະນັກງານນຳພາ-ຄຸ້ມຄອງ

ພະແນກກະສິກຳ-ປ່າໄມ້ ນວ ກຳນົດພະນັກງານນຳພາ-ຄຸ້ມຄອງ

Published on

23170969991905239766
ກອງປະຊຸມຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງ ພະແນກກະສິກຳ-ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 20
ກຸມພາ 2013 ນີ້ ຢູ່ທີ່ໂຮງຮຽນທິດສະດີການເມືອງ-ການປົກຄອງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສີຫຸນ ສິດທິ
ລືໄຊ ຮອງເລຂາຄະນະພັກ ປະທານກວດກາພັກ-ລັດ ນະຄອນຫຼວງວຽງຈັນ ໂດຍມີຫົວໜ້າກົມຈັດຕັ້ງກະຊວງກະສິກຳ-ປ່າໄມ້ ຫົວ
ໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າພະແນກ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ ສະມາຊິກພັກ ແລະ
ພະນັກງານລັດຖະກອນທົ່ວພະແນກກະສິກຳ-ປ່າໄມ້ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ 457 ສະຫາຍ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນການທາບທາມເອົາເປົ້າໝາຍເພື່ອຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກກະສິ
ກຳ-ປ່າໄມ້ ແຕ່ປີ 2013-2015 ແລະ ເປົ້າໝາຍພະນັກງານນຳພາ-ຄຸ້ມຄອງແມ່ນມີຢູ່ 4 ເປົ້າໝາຍຄື: 1.ແມ່ນຫົວໜ້າພະແນກ
ແລະ ຮອງພະແນກ 2.ແມ່ນຫົວໜ້າຂະແໜງການ ຮອງຂະແໜງການ 3.ແມ່ນຫົວໜ້າຫ້ອງການ ແລະ ຮອງຫ້ອງການກະສິກຳ-
ປ່າໄມ້ເມືອງ ແລະ 4.ແມ່ນຫົວໜ້າໂຄງການ ແລະ ຮອງໂຄງການທີ່ຂຶ້ນກັບພະແນກກະສິກຳ-ປ່າໄມ້ ນະຄອນຫຼວງວຽງຈັນ ເຊິ່ງ
ຜົນຂອງການທາບທາມແຕ່ລະຕຳແໜ່ງໃນຄັ້ງນີ້ ຈະໄດ້ສະຫຼຸບລາຍງານໃຫ້ຂັ້ນເທິງຊາບ ແລະ ນຳໃຊ້ເຂົ້າໃນການປັບປຸງແຜນກຳ
ນົດພະນັກງານນຳພາ-ຄຸ້ມຄອງ ເພື່ອຈັດພະນັກງານນຳພາໃຫ້ຄົບຕາມຕຳແໜ່ງງານຂອງພະແນກກະສິກຳ-ປ່າໄມ້ ນະຄອນຫຼວງວຽງ
ຈັນ ເຊິ່ງປະກອບມີ 1 ຫ້ອງການ 9 ຂະແໜງ ວິຊາການ 1 ກອງ 4 ສູນບໍລິການ 3 ສະຖານີ 9 ຫ້ອງການ ກະສິກຳ-ປ່າໄມ້
ເມືອງ 10 ໂຄງການ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...