spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ຈຳປາສັກ ຈັບຜູ້ຄ້າຢາເສບຕິດລາຍໃຫຍ່ ໄດ້ຂອງກາງ 3 ພັນກ່ວາເມັດ!

ປກສ ຈຳປາສັກ ຈັບຜູ້ຄ້າຢາເສບຕິດລາຍໃຫຍ່ ໄດ້ຂອງກາງ 3 ພັນກ່ວາເມັດ!

Published on

couple thief

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກລາຍງານໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງວ່າ ຈະມີຂະບວນການຄ້າຢາເສບຕິດລາຍໃຫຍ່ ຂົນສົ່ງຢາເສບຕິດແຕ່ແຂວງສະຫວັນນະເຂດ ​ເຂົ້າມາແຂວງຈຳປາສັກ ຈຶ່ງໄດ້ນຳກຳລັງສະເພາະກິດອອກກວດກາ ຕິດຕາມ ຈຶ່ງພົບລົດກະບະວີໂກ້ ສີປອນ ບໍ່ຕິດປ້າຍທະບຽນ ເຊິ່ງເປັນລົດເປົ້າໝາຍ ຈຶ່ງໄດ້ຂໍກວດກາເອກກະສານ ແລະ ກວດຄົ້ນພາຍໃນລົດ, ເຊິ່ງຂັບຂີ່ໂດຍ ທ້າວ ວຽງທອງ ອາຍຸ 32 ປີ ຢູ່ບ້ານສະບູໄຊ ແລະ ນາງ ວັນນີ ອາຍຸ 24 ປີຢູ່ບ້ານ ນາປົ່ງ ເມືອງສອງຄອນ ແຂວງສະຫວັນນະເຂດ ແລະ ພົບຢາບ້າຈຳນວນ 3.200 ເມັດ, ຈຶ່ງໄດ້ຈັບຕົວທັງສອງ ແລະ ຍຶດລົດພ້ອມຢາເສບຕິດທັງໝົດ ໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...