spot_img
Homeຂ່າວເຫດການຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ຈັດ​ກິດ​ຈະ​ກຳ​ຖາມ​ - ຕອບ ສະ​ຫລອງ 2 ວັນ​ປະ​ຫວັດ​ສາດ!

ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ຈັດ​ກິດ​ຈະ​ກຳ​ຖາມ​ – ຕອບ ສະ​ຫລອງ 2 ວັນ​ປະ​ຫວັດ​ສາດ!

Published on

20150402122317

ອີງ​ຕາມ​ແຜນການ​ດຳເນີນ​ງານຂອງ​ຄະນະ​ຊີ້​ນຳ​ລະດັບ​ຊາດ ກໍ່​ຄືອະນຸ​ກຳມະການ​ເນື້ອ​ໃນ ເພື່ອ​ສະເຫຼີມສະຫຼອງ​ວັນ​ປະຫວັດສາດປີ 2015 ວັນ​ຄ້າຍ​ວັນ​ເກີດ​ປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ ວັນ​ສ້າງຕັ້ງ​ສູນ​ກາງ​ຊາວ​ໜຸ່ມ ຄົບຮອບ 60 ປີ ຄະນະ​ໂຄສະນາອົບຮົມ​ສູນ​ກາງ​ພັກ (​ຄອສພ) ໄດ້ເປີດ​ບັ້ນ​ການ​ແຂ່ງຂັນ​ຖາມ-ຕອບ ກ່ຽວ​ກັບ 60 ປີ ພັກ​ປະຊາຊົນ​ປະຕິ​ວັດ​ລາວ ແລະ 40 ປີ ສະ​ຖາປະ​ນາ ​ສປປ ລາວ.

​ຄອສພ ໃນ​ນາມ​ອະນຸ​ກຳ​ມະການ​ເນື້ອ​ໃນ​ລະດັບ​ຊາດ ສະເຫຼີມສະຫຼອງ​ວັນ​ປະຫວັດສາດ​ປີ 2015 ໄດ້​ຈັດ​ກິດຈະກຳຖາມ-ຕອບວິທະຍາສາດ ກ່ຽວ​ກັບ​ວັນສຳຄັນ​ດັ່ງກ່າວ​ຂຶ້ນ​ທີ່​ສະໂມສອນໃຫຍ່ ຄອສພ ວັນ​ທີ 2 ເມສາ 2015 ໂດຍ​ມີ​ທ່ານ ສຈ.​ດຣ. ກິ​ແກ້ວ ໄຂ​ຄຳ​ພິທູນ ກຳມະການສູນ​ກາງ​ພັກ ຫົວໜ້າ​ຄະນະ​ໂຄສະ​ນາ​ອົບຮົມ​ສູນ​ກາງ​ພັກ ມີ​ບັນດາ​ຄະນະ​ພັກ ເລຂາ​ຊາວ​ໝຸ່ມ ຜູ້ອຳນວຍ​ການ​ໂຮງຮຽນ ແລະ ສະມາ​ຊິກ​ຊາວ​ໜຸ່ມອ້ອມ​ຂ້າງ​ສູນກາງ​ເຂົ້າ​ຮ່ວມ.

ທ່ານ ​ສຈ.​ດຣ. ກິ​ແກ້ວ ໄຂ​ຄຳພິທູນ ໄດ້​ກ່າວ​ວ່າ: ການ​ຈັດ​ກິດຈະ​ກຳ​ຖາມ-ຕອບວິທະຍາສາດ ກ່ຽວ​ກັບ​ວັນ​ສຳຄັນ​ຂອງ​ຊາດ ໃນປີ 2015 ນີ້ແມ່ນ​ເຮັດ​ໃຫ້​ຄົນ​ຮຸ່ນໜຸ່ມ​ເຫັນ​ໄດ້ຜົນ​ງານ ແລະ ມູນເຊື້ອ​ແຫ່ງ​ໄຊຊະນະ​ ໃນ​ພາລະກິດຕໍ່ສູ້​ປົດ​ປ່ອຍ​ຊາດ ໃນ​ໄລຍະ​ປົກປັກ​ຮັກສາ​ປະເທດ​ຊາດ ເປັນການ​ປຸກລະດົມ​ຈິດໃຈ​ຮັກ​ຊາດ ຮັກ​ລະບອບ​ໃໝ່ ເຊີດ​ຊູ​ຄວາມເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ ກໍ່​ຄື​ຈຸດໝາຍ​ສັງຄົມ​ນິຍົມ ຖື​ເອົາການ​ສະເຫຼີມສະຫຼອງ 2 ວັນ​ປະຫວັດ​ສາດ ເປັນ​ການ​ໂຄສະນາແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ແລະ ເປັນ​ການ​ຕ້ານ​ກົນ​ອຸບາຍ​ເລ່​ລ່ຽມ​ຂອງ​ອິດ​ທິ​ກຳລັງ​ປໍລະ​ປັກ ທີ່​ຍັງ​ບໍ່​ທັນ​ລົດ​ລະ​ໃນການ​ມ້າງເພ​ທຳລາຍ​ລະບອບໃໝ່​ຂອງ​ພວກ​ເຮົາ ພ້ອມ​ດຽວ​ກັນ ກໍ່​ເປັນ​ການ​ສຶກ​ສາ​ອົບຮົມ​ຄົນ​ຮຸ່ນໜຸ່ມ​ທາງ​ດ້ານ​ການເມືອງ-ແນວຄິດ ມີ​ການ​ກະທຳ​ອັນ​ຖືກຕ້ອງຮັກສາ​ມູນເຊື້ອ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ ເອກອ້າງ​ທະ​ນົງໃຈ​ໃນ​ຊາດ​ຂອງ​ຕົນ ຕັ້ງໜ້າ​ເຂົ້າໃນ​ການ​ຄົ້ນຄວ້າ​ຮ່ຳຮຽນ ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ​ພາລະກິດ​ປົກປັກ​ຮັກສາ ແລະ ສ້າງສາ​ພັດ​ທະນາ​ປະເທດ​ຊາດ.

ສຳລັບ​ເນື້ອ​ໃນ​ຄຳ​ຖາມ-ຄຳຕອບ ທີ່​ທາງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ຮ່າງ​ຂຶ້ນ​ມີ​ທັງ​ໝົດ 130 ຄຳ​ຖາມ-ຄຳ​ຕອບ ກິດ​ຈະກຳ​ໃນ​ຄັ້ງ​ນີ້​ແມ່ນ​ຈະ​ເລີ່ມ​ຕົ້ນ​ໃນເດືອນ​ເມສາ​ຈົນ​ເຖິງ​ທ້າຍ​ປີ 2015 ໂດຍ​ເລີ່ມ​ຈາກ​ຊາວ​ໜຸ່ມ ​ຄອສພ ແລະ ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນປະຕິວັດ​ລາວ ຈາກ​ນັ້ນ ກໍ່​ຂະຫຍາຍ​ໄປ​ຍັງ​ບັນດາ​ສຳນັກງານ ອົງການ ໂຮງຮຽນ ແລະ ສະ​ຖາບັນ​ການ​ສຶກ​ສາ​ຕ່າງໆ ຕາມ​ສະພາບ​ເງື່ອນໄຂ​ຂອງ​ແຕ່​ລະ​ແຫ່ງ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...