Homeຂ່າວຕ່າງປະເທດກອງ​ກຳ​ລັງ​ລັດ​ຖະ​ບານ​ອີ​ຣັກ ຍຶດ​ເມືອງ​ຕິກ​ຣິດ​ຄືນ ຈາ​ກ​ກຸ່ມ IS ໄດ້​ແລ້ວ!

ກອງ​ກຳ​ລັງ​ລັດ​ຖະ​ບານ​ອີ​ຣັກ ຍຶດ​ເມືອງ​ຕິກ​ຣິດ​ຄືນ ຈາ​ກ​ກຸ່ມ IS ໄດ້​ແລ້ວ!

Published on

EyWwB5WU57MYnKOuFtJCBND5OjueDkk6Dk4uXZs6Zy1wivKCf6FnYd

ກອງກຳ​ລັງອີ​ຣັກ ໂດຍ​ມີ​ກຸ່ມ​ນັກ​ຮົບ​ຊາວ​ຊີ​ອະເປັນ​ສະ​ມາ​ຊິກ​ໂດຍ​ສ່ວນ​ໃຫຍ່ ສາ​ມາດ​ຍຶດ​ສະ​ຖານ​ທີ່​ລັດ​ຖະ​ການ​ຄືນ​ ໃນ​ເມືອງ​ຕິກ​ຣິດ​ຈາກ​ກຸ່ມ IS ໄດ້​ແລ້ວ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 1 ເມ​ສາ​ຜ່ານ​ມາ​ນີ້​ວ່າ ກອງ​ທັບ​ອີ​ຣັກ ແລະ ກຸ່ມ​ນັກ​ຮົບ​ທີ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ອີ​ຣັກ ເຊິ່ງ​​ສ່ວນ​ໃຫຍ່ປະ​ກອບ​ມີ​ຊາວ​ຊີ​ອະ​ເຂົ້າ​ຮ່ວມ​ນຳ ສາ​ມາດ​ຍຶດ​ຄືນ​ສະ​ຖານ​ທີ່​ລັດ​ຖະ​ການ​ຂອງ​ລັດ​ຖະ​ບານ ຢູ່​ເມືອງ​ຕິກ​ຣິດ​ຄືນ​ຈາກ​ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ໄດ້​ແລ້ວ ຫລັງ​ຈາກ​ເປີດ​ສາກ​ສູ້​ຮົບ​ເພື່ອ​ຊິງ​ເມືອງ​ນີ້ ນັບ​ຕັ້ງ​ແຕ່​ວັນ​ທີ 2 ມີ​ນາ​ເປັນ​ຕົ້ນ​ມາ.

 

 

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...