spot_img
Homeຂ່າວສັ້ນທີ່ສຸດຂອງ ຖະໜົນ! ເມື່ອມີການສ້າງຖະໜົນທີ່ກວ່າງຂວາງມີເຖີງ 20 ເລນ

ທີ່ສຸດຂອງ ຖະໜົນ! ເມື່ອມີການສ້າງຖະໜົນທີ່ກວ່າງຂວາງມີເຖີງ 20 ເລນ

Published on

1

ທີ່ສຸດຂອງ ຖະໜົນ! ເມື່ອມີການສ້າງຖະໜົນທີ່ກວ່າງຂວາງມີເຖີງ 20 ເລນແລ້ວມາເບິ່ງນໍາກັນວ່າຈະເປັນປະເທດໃດ ຫຼາຍຄົນອາດຈະຄາດບໍ່ເຖີງຮູ້ແລ້ວຈະຕົກໃຈ!

 

ໃນຂະນະທີ່ການຈາລະຈອນ ຢູ່ບ້ານເຮົານັ້ນຍັງຄົງມີການຕິດຄັດໄປໃສມາໃສກໍ່ບໍ່ຄ່ອຍສະດວກ ແຕ່ເມືອງຫຼວງຂອງປະເທດເພືອນບ້ານຂອງເຮົາເຊັ່ນ “ເນປິດໍວ໌” ຂອງ “ພະມ່າ (ມ່ຽນມ່າ)” ກັບມີການສ້າງຖະໜົນທີ່ໃຫຍ່ໂຕອະລັງການມີຈໍານວນເລນເຖີງ 20 ເລນ ເອົາແບບວ່າ ຣັນເວຍ໌ຈອດເຄືອງບິນຍັງເອີ້ນອ້າຍທີ່ສໍາຄັນຖະໜົນສາຍນີ້ ຍັງເປັນຖະໜົນສາຍຫຼັກໃຊ້ເຊື່ອມ 3​ເມືອງສໍາຄັນຂອງ ພະມ່າ ທັງ ຢ່າງກຸ່ງ, ເນປິດໍວ໌ ແລະ ມັນຕະເລຍ໌ ເຊື່ອມເຂົ້າກັນອີກດ້ວຍ

ແຕ່ເຖີງຢ່າງໃດກໍ່ຕາມ ເຖີງແມ່ນວ່າເບິ່ງໃຫຍ່ໂຕອະລັງການ ພາບລວມຂອງການຈາລະຈອນເທີງຖະໜົນ 20 ເລນອັນເປັນ1 ໃນຄວາມພູມໃຈຂອງ ພະມ່າ ກັບເບິ່ງງຽບເຫງົາກວ່າທີ່ຄວນຈະເປັນ ເພາະມີຈໍານວນລົດ ຍານພາຫະນະທີ່ສັນຈອນໄປມາ ຄ່ອນຂ້າງບາງຕາ ອັນເນື່ອງມາຈາກສະພາບເສດຖະກິດທີ່ຍັງບໍ່ເຕີບໂຕ ເຕັມທີ່ ເນື່ອງມາຈາກສາເຫດຫຼັກເພາະ ພະມ່າ ຫາກໍ່ເປີດປະເທດສູ່ສາຍຕາຊາວໂລກມາໄດ້ບໍ່ເທົ້າໃດປີມານີ້. ແຕ່ໃນມູມມອງຂອງອະນຄົດ ກໍ່ຈະເຫັນໄດ້ວ່າເປັນການວາງແຜນພັດທະນາພື້ນຖານໂຄງລ່າງທີ່ດີ ເພື່ອຮອງຮັບຍານພາຫະນະທີ່ນັບມື້ນນັບຫຼາຍຂຶ້ນ.

ohozaahot_BkYcHF

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...