spot_img
Homeມູມໄອທີລາວຜູ້ຮ່ວມກໍ່ຕັ້ງ Apple ຫວັ່ນເລື່ອງເທກໂນໂລຢີ່ປັນຍາປະດິດ ຈະກາຍເປັນສິ່ງທີ່ຊົ້ວຮ້າຍສໍາລັບມະນຸດ

ຜູ້ຮ່ວມກໍ່ຕັ້ງ Apple ຫວັ່ນເລື່ອງເທກໂນໂລຢີ່ປັນຍາປະດິດ ຈະກາຍເປັນສິ່ງທີ່ຊົ້ວຮ້າຍສໍາລັບມະນຸດ

Published on

ຜູ້ຮ່ວມກໍ່ຕັ້ງ Apple ຫວັ່ນເລື່ອງເທກໂນໂລຢີ່ປັນຍາປະດິດ ຈະກາຍເປັນສິ່ງທີ່ຊົ້ວຮ້າຍສໍາລັບມະນຸດ

Steve Wozniak ຜູ້ຮ່ວທກໍ່ຕັ້ງ Apple ອອກມາສະແດງຄວາມກັງວົນຕໍ່ເທກໂນໂລຢີ AI (Artificial Intelligence) ຫຼືປັນຍາປະດິດ ທີ່ຈະມີຄວາມກ້າວໜ້າຈົນຫຼຸດອອກຈາກການຄວບຄຸມຂອງມະນຸດ

Steve-Wozniak-AI-technology-2

Steve Wozniak ຜູ້ຮ່ວທກໍ່ຕັ້ງ Apple

ສ່ວນໜຶ່ງຂອງການໃຫ້ສໍາພາດກັບ Australian Financial Review ຂອງ Steve Wozniak ຜູ້ຮ່ວມກໍ່ຕັ້ງ Apple ເປີດເຜີຍວ່າໃນອະນາຄົດ ເທກໂນໂລຢີ່ປັນຍາປະດິດ ຈະໃຊ້ເວລາຫຼາຍກວ່າມະນຸດ ຊຶ່ງໃນໂລກຂອງເທັກໂນໂລຢີ່ ເລີ່ມມີການເວົ້າເຖີງຄວາມສ່ຽງທີ່ອາດຈະເກີດຂຶ້ນຈາກເທັກໂນໂລຢີ AI (Artificial Intelligence) ຫຼືປັນຍາປະດິດ ລາວຍອມຮັບວ່າ ອະນາຄົດເປັນສິ່ງທີ່ເປັນຕາຢ່ານ ແລະ ມີໂອກາດສິ່ງທີ່ຊົ້ວຮ້າຍສໍາລັບມະນຸດ ຖ້າເຮົາສ້າງອຸປະກອນທີ່ສາມາດເບິ່ງແຍງທຸກຢ່າງໄດ້ສາມາດ ຄິດໄດ້ໄວກວ່າມະນຸດໄດ້ ແລະ ໃນບໍ່ຊ້າ ມະນຸດຈະກ້າຍເປັນສ່ວນເກີນ

Steve-Wozniak-AI-technology-3

ຄວາມຄິດເຫັນຂອງ Steve Wozniak ໃນຄັ້ງນີ້ສອດຄ້ອງກັບການຄາດເດົາຂອງ Elon Musk ຊີດີໂອ ຂອງ Teala ແລະ ຜູ້ກໍ່ຕັ້ງ Space X, Bill Gates ຜູ້ກໍ່ຕັ້ງ Microsoft ແລະ Stephen Hawking ນັກຟີຊິກຊັ້ນນໍາຂອງໂລກ ທີ່ກ່ອນໜ້ານີ້ເຄີຍໃຫ້ຄວາມເຫັນໄວ້ໄກ້ຄຽງກັນວ່າຫາກມະນຸດຕັດສິນໃຈພັດທະນາເທດໂນໂລຢີ່ AI ທີ່ມີຄວາມສາມາດຄືກັບມະນຸດ ອາດເຮັດໃຫ້ AI ສາມາດພັດທະນາຕົວເອງໄດ້ຢ່າງໄວວາຈົນກາຍເປັນ “ວີວັດທະນາການ” ຈົນສົ່ງຜົນໃຫ້ມະນຸດບໍ່ສາມາດແຂ່ງຂັນກັບເຄື່ອງຈັກໄດ້ ເນື່ອງຈາກຂີດຈໍາກັດໃນການພັດທະນາຕົວເອງຊຶ່ງໃນໄລຍະຍາວເທັກໂນໂລຢີ AI ອາດເປັນໄພຄຸກຄາມຕໍ່ການເປັນຢູ່ຂອງມະນຸດຊາດໄດ້

ປັນຍາກະດິດ ຫຼື AI ໝາຍເຖີງຄວາມສະຫຼາດທຽມທີ່ສ້າງຂຶ້ນ ໃຫ້ກັບສິ່ງທີ່ບໍ່ມີຊີວິດ ຊຶ່ງໃນໂລກປັດຈຸບັນຫຸ່ນຍົນທີ່ຮູ້ຈັກດີໃນດ້ານປັນຍາປະດິດຄື ASIMO ຂອງ Honda

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...