ເອດີບີ ຄາດການພັດທະນາເສດຖະກິດຂອງອາຊີ ຈະຂະຫຍາຍຕົວສູງໃນຕໍ່ໜ້າ

ADB

ເອດີບີ ຄາດການພັດທະນາເສດຖະກິດຂອງອາຊີ ຈະຂະຫຍາຍຕົວສູງໃນຕໍ່ໜ້າ

 

ໃນວັນທີ 24 ມີນານີ້, ທະນາຄານພັດທະນາອາຊີ (ADB), ໃນນະ ຄອນ ຫລວງວຽງຈັນ, ໄດ້ຈັດຖະແຫລງຂ່າວຕໍ່ສື່ມວນຊົນລາວກ່ຽວ ກັບການຄາດຄະເນ ການພັດທະນາຂອງອາຊີໃນປີ 2015,

ທ່ານນາງ ແຊນດຼ້າ ນິໂຄຣ໌ ຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈຳລາວ ຖະແຫລງວ່າ: ການພັດທະນາຂອງອາຊີປະຈຳປີ 2015ນີ້, ເປັນສິ່ງສຳຄັນທີ່ສຸດ ຂອງເອດີບີ, ເຊິ່ງສາມາດສະໜອງບົດວິເຄາະບັນຫາຕ່າງໆທາງດ້ານເສດຖະກິດມະຫາພາກຕໍ່ກັບການພັດ ທະນາໃນອາຊີ ຢ່າງຮອບດ້ານ, ລວມທັງການຂະຫຍາຍຕົວສະເພາະໃນບາງປະເທດ ແລະ ພາກພື້ນ, ໂດຍມີຫົວຂໍ້ວ່າ: ການສະໜອງທຶນເພື່ອ ອະນາຄົດການຂະຫຍາຍຕົວຂອງອາຊີ, ຊຶ່ງໄດ້ວິເຄາະບົດບາດລະບົບທາງການເງິນໃນການສະໜັບສະໜູນໃຫ້ແກ່ການ ຂະຫຍາຍຕົວຢ່າງໝັ້ນຄົງ ແລະ ປະຊາຊົນທຸກຄົນໄດ້ຮັບຜົນປະໂຫຍດ, ເນື່ອງຈາກວ່າພາກພື້ນພວມຢູ່ໃນໄລຍະຂ້າມຜ່ານ

ເພື່ອກ້າວໄປສູ່ຮູບແບບການຂະຫຍາຍຕົວແບບໃໝ່, ຊຶ່ງອີງໃສ່ການລົງທຶນທີ່ມີປະສິດທິຜົນ ແລະ ຜົນໄດ້ຮັບທີ່ເພີ້ມຂຶ້ນ. ໃນຂະນະດຽວກັນການຂະຫຍາຍຕົວໃນອາຊີໃຕ້ທີ່ມີອັດຕາການຂະຫຍາຍຕົວຢ່າງວ່ອງໄວເຖິງ 6,9% ໃນປີ2014 ແລະ ຄາດວ່າອັດຕາການຂະຫຍາຍຕົວໃນພາກພື້ນດັ່ງກ່າວຈະສູງເຖິງ 7,3% ໃນປີ 2015, ແລະ 7,6% ໃນປີ2016, ຊຶ່ງເປັນຜົນສະທ້ອນໃຫ້ເຫັນຈາກການຄາດການດຳເນີນງານທີ່ເຂັ້ມແຂງໃນອິນເດຍ, ໂດຍສະເພາະຢູ່ໃນປະເທດບັງກາລາເດັດ ແລະ ປາກີສະຖານ ກໍພວມດຳເນີນໄປຕາມທິດທາງການ ປະຕິຮູບດ້ານເສດຖະກິດທີ່ເປັນວົງກວ້າງເພື່ອແກ້ໄຂບັນຫາກ່ຽວກັບ ການຂາດແຄນພະລັງງານໄປຈົນເຖິງການແກ້ໄຂບັນສິ່ງທ້າທາຍທາງດ້ານການເມືອງ, ຊຶ່ງປັດໄຈດັ່ງກ່າວອາດສົ່ງຜົນໃຫ້ເກີດ ມີຂີດຈຳກັດໃຫ້ແກ່ຄວາມຄືບໜ້າຂອງການຂະ ຫຍາຍຕົວໃນປີ2015. ສຳລັບ 2015 ແລະ 2016 ຢູ່ປະເທດຈີນການພັດທະ ນາຂອງອາຊີຍັງຈະຂະຫຍາຍຕົວຢ່າງແຂງແຮງທາງດ້ານເສດຖະກິດ, ຊຶ່ງໄດ້ຮັບແຮງຍູ້ໜູນຈາກການອ່ອນຄ່າຂອງລາຄາສິນຄ້າ ແລະ ການຟຶ້ນໂຕຂອງເສດ ຖະກິດໃນບັນດາປະເທດອຸດສາຫະກໍາໃຫຍ່ຕ່າງໆ, ພ້ອມນີ້ ບົດລາຍງານເສດຖະກິດປະຈຳປີ ຂອງເອດີບີ ຍັງໄດ້ຄາດຄະເນການພັດທະນາຂອງອາຊີວ່າຈະບັນລຸການຂະຫຍາຍຕົວ 6,3% ຂອງຜະລິດຕະພັນພາຍໃນຢ່າງຕໍ່ເນື່ອງ.

 

ທີມາ: ລາວພັດທະນາ