spot_img
Homeຂ່າວພາຍ​ໃນ"ຟານ ກັລ" ຍົກຍ່ອງ "ເຟລໄລນີ່" ຄືກໍາລັງໂຕສໍາຄັນຂອງທີມ "ຜີສາດແດງ"

“ຟານ ກັລ” ຍົກຍ່ອງ “ເຟລໄລນີ່” ຄືກໍາລັງໂຕສໍາຄັນຂອງທີມ “ຜີສາດແດງ”

Published on

ເຟລໄລນີ່

“ຟານ ກັລ” ຍົກຍ່ອງ “ເຟລໄລນີ່” ຄືກໍາລັງໂຕສໍາຄັນຂອງທີມ “ຜີສາດແດງ”

 

ຫຼຸຍສ໌ ຟານ ກັລ ນານໃຫຍ່ຂອງ ແມນ.ຢູໄນເຕັດ ອອກມາຍົກຍ່ອງ ມາຣູຍານ ເຟລໄລນີ່ ກອງກາງຫົວຟູວ່າເປັນໂຕຄັບເຄື່ອນທີ່ສໍາຄັນຂອງທີມ ໃນຕອນນີ້ ພ້ອມກ່າວວ່າ ອາດຈະດັນນັກເຕະໄວ 27ປີຄົນນີ້ຂຶ້ນໄປຫຼິ້ນໃຫ້ສູງຂຶ້ນອີກ

ຫຼຸຍ ຟານ ກັລ ຜູ້ຈັດການທີມ ແມນເຊັສເຕີຣ໌ ຢູໄນຕັດ ຍອດສະໂມສອນແຫ່ງວົງການ ພຣີເມຍລີກ ອັງກິດກ່າວຍົກຍ່ອງ ມາຣູຍານ ເຟລໄລນີ່ ມິດຟິລດ໌ ຊາວເບລຢ່ຽມ ວ່າເຮັດຜົນງານໄດ້ດີຈົນເປັນກໍາລັງຫຼັກຂອງທີມ ໄປແລ້ວໃນຕອນນີ້

ເຟລໄລນີ່ ຍ້າຍມາຈາກ ເອຟເວີຣ໌ຕັນ ມາຢູ່ກັບ ແມນ.ຢູໄນເຕັດ ສະໄໝທີ່ມີ ເດວິດ ມອຍສ໌ ເປັນກຸຊື່ ເມື່ອຊ່ວງເດືອນ ສິງຫາປີກ່ອນ ດ້ວຍຄາຕົວ 27 ລ້ານປອນດ໌ ແຕ່ລາວກັບໂຊວ໌ຟອຣ໌ມບໍ່ໄດ້ດີພໍເທົ່າໃດ ແຖມຍັງໄດ້ຮັບບາດເຈັບຫຼາຍຄັ້ງ ຈົນຫຼາຍຝ່າຍ ຢຶນຢັນວ່າລາວຕ້ອງເກັບເຄື່ອງຂອງອອກຈາກທີມແນ່ນອນ

ຢ່າງໃດກໍ່ຕາມນັກເຕະໄວ 27ປີ ຍົກລະດັບການຫຼິ້ນຂຶ້ນມາໄດ້ຢ່າງດີ ແລະ ກາຍເປັນຕົວເລືອກທໍາອິດຂອງ ຟານ ກັລ ໄປແລ້ວ ຊຶ່ງລາວເປັນໜຶ່ງໃນປັດໃຈສໍາຄັນທີ່ຊ່ວຍໃຫ້ “ຜີສາດແດງ” ຢູ່ໃນອັນດັບ 4​ຂອງຕາລາງຄະແນນໃນຕອນນີ້ ແລະ ມີລຸ້ນໄດ້ໂອກາດໄປຫຼິ້ນ ລາຍການ ຢູຟ່າ ແຊ່ມປ່ຽນ ລີກ ລະດູການໜ້າອີກດ້ວຍ

ຟານ ກັລ ເຜີຍວ່າ “ ເຟລໄລນີ່ ມີຄຸນະພາບຫຼາຍຢ່່າງ ຕອນນີ້ລາວສາມາດຊ່ວຍເຫຼືອທີມໃດ້ ຫຼາຍ ແລະ ນັ້ນເປັນເຫດທີ່ເຮັດໃຫ້ລາວໄດ້ລົງຫຼິ້ນໃນຕອນນີ້ ລາວຍັງຊ່ວຍຂ້າພະເຈົ້າ ສ້າງຄວາມສົມດຸນໃຫ້ກັບທີມອີກດ້ວຍ ແລະ ມັນເປັນປັດໄຈສໍາຄັນ ນັ້ນຖືເປັນເລືອງສໍາຄັນສໍາລັບ ຜູ້ຈັດການທີມທີ່ກໍາລັງເບິ່ງຫາຄວາມສົມດູນຂອງທີມ ແລະ ນັ້ນກໍ່ຖືວ່າເປັນຜົນງານຢ່າງໜຶ່ງ ແຕ່ລາວມີຜົນງານຫຼາຍກວ່ານັ້ນອີກ ຂ້າພະເຈົ້າຄິດວ່າລາວຕ້ອງຂຶ້ນໄປຫຼິ້ນສູງກວ່ານີ້”

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...