spot_img
Homeຂ່າວຕ່າງປະເທດດ່ວນ! ຍົນໂດຍສານຕົກທີ່ປະເທດຝຣັ່ງ ຜູ້ໂດຍສານ 148 ຄົນ

ດ່ວນ! ຍົນໂດຍສານຕົກທີ່ປະເທດຝຣັ່ງ ຜູ້ໂດຍສານ 148 ຄົນ

Published on

Germanwings-gif_3243311a 2015-03-24_180549

ເຮືອບິນເຢຍລະມັນວິງສ໌ ທ່ຽວບິນ 4U9525 ຕົກທີ່ສາຍພູແອລຟ໌ ມື້ນີ້ ວັນທີ 24 ມີນາ 2015  ສຳນັກຂ່າວໃນປະເທດຝຣັ່ງລາຍງານວ່າ ເກີດເຫດເຮືອບິນແອບັດ ເອ 320 ຂອງສາຍການບິນເຢຍລະມັນວິງສ໌ ແອໄລ ທ່ຽວບິນ 4U9525 ໄດ້ປະສົບອຸບັດເຫດໃນເຂດສາຍພູແອລຟ໌ ທາງຕອນໃຕ້ຂອງປະເທດຝຣັ່ງ ໃກ້ກັບເມືອງດິນເຢ່ ມີລາຍງານວ່າສັນຍານຂອງທ່ຽວບິນທີ່ເກີດເຫດ ໄດ້ຫາຍໄປເມື່ອເວລາ 09:41 ຂອງມື້ນີ້ ຕາມເວລາໃນທ້ອງຖິ່ນ ເຊິ່ງກົງກັບເວລາ 4:41 ນາທີ ຂອງປະເທດລາວ. ທັງນີ້ສຳນັກຂ່າວເອເອຟພີລາຍງານວ່າທ່ຽວບິນດັ່ງກ່າວ ບິນຈາກເມືອງບາເຊໂລນ່າຂອງສະເປນ ແລະມີຈຸດໝາຍປາຍທາງທີ່ເມືອງ ດຸສເຊນດອບຂອງເຢຍລະມັນ ມີຜູ້ໂດຍສານ 142 ຄົນ ແລະຈຸບິນອີກ 6 ຄົນ ເຊິ່ງປະທານາທິບໍດີ ຟຣັງຊົວ ອາວລອງ ຂອງຝຣັ່ງ ເປີດເຜີຍກັບສຳນັກຂ່າວ ເອເອຟພີວ່າ ບໍ່ມີຜູ້ລອດຊີວິດຈາກເຫດການນີ້.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...