spot_img
Homeຂ່າວພາຍ​ໃນຍອມຮັບຜິດ! ສິຕີວີ່ຈີ ຂໍໂທດຫຼັງຈາກ ຖືກໃບແດງ ໃນເວລາອັນສຸດໄວວາ

ຍອມຮັບຜິດ! ສິຕີວີ່ຈີ ຂໍໂທດຫຼັງຈາກ ຖືກໃບແດງ ໃນເວລາອັນສຸດໄວວາ

Published on

ເຈີຣາດ

ຍອມຮັບຜິດ! ສິຕີວີ່ຈີ ຂໍໂທດຫຼັງຈາກ ຖືກໃບແດງ ໃນເວລາອັນສຸດໄວວາ

ສະຕີເວັ່ນ ເຈີຣ໌ຣາຣ໌ດ ມິດຟິລດ໌ ລີເວີຣ໌ພູລ ກົ້ມໜ້າຂໍໂທດ ທຸກຝ່າຍຫຼັງຈາກທີ່ຖືກໃບແດງ ຢ່າງໄວວາໃນເກັມ ທີ່ຕົ້ນສັງກັດພ່າຍ ແມນເຊັສເຕີ ຢູໄນເຕັດ 1-2 ເມື່ອວັນອາທິດທີ່ຜ່ານມາ ພ້ອມແຈ້ງຕອນນັ້ນພະຍາຍາມກະໂດດໜີການເຂົ້າສະກັດຂອງ ອັນເດຣ໌ ເອຣ໌ເຣຣ່າ ກອງກາງ “ຜີສາດແດງ” ແຕ່ເຮັດພາດ

ສະຕີເວ່ນ ເຈີຣ໌ຣາຣ໌ດ ກອງກາງກັບຕັນທີມ ລີເວີຣ໌ພູລ ຍອດສະໂມສອນແຫ່ງວົງການ ພຣີເມຍລີກ ອັງກິດ ກ່າວຂໍໂທດເພື່ອນຮ່ວມທີມ ແລະ ແຟນບານ ຈາກການທີ່ ລາວຖືກໃບແດງ ໃນເກັມລີກນັດ “ແດງເດືອດ” ທີ່ທັບ “ຫົງແດງ” ພ່າຍແພ້ ແມນ.ຢູໄນເຕັດ 1-2 ຄາບ້ານ ເມື່ອວັນອາທິດ ທີ່ 22 ມີນາ 2015 ທີ່ຜ່ານມາ

ເກັມນີ້ເຈີ້ຣ໌ຣາຣ໌ດ ເລີ່ມຕົ້ນດ້ວຍການເປັນໂຕສໍາຮອງ ແລະ ລາວກໍ່ຖືກປ່ຽນລົງໄປແທນ ອະດໍາ ລັລລານ່າ ໃນຊ່ວງ ພັກເຄິ່ງທໍາອິດ ແຕ່ຫຼັງຈາກລົງໄປຫຼິ້ນໄດ້ຍັງບໍ່ຮອດ 1 ນາທີ ລາວກໍ່ໄປຢຽບໃສ່ທາງ ອັນເດຣ໌ ເອຣ໌ເຣຣ່າ ມິດຟິລດ໌ ຊາວສະເປນ ຂອງຄູ່ແຂ່ງ ຈົນຮັດໃຫ້ໄດ້ຮັບໃບແດງ ຈາກກໍາມະການຕັດສິນ ມາຣ໌ຕິນ ແອ໊ກກິນສັນ ແລະ ອອກຈາກສະໜາມ ທັນທີ!

ນັກເຕະໄວ 34​ປີ ໃຫ້ສໍາພາດກັບ ສະກາຍ ສະປອຣ໌ຕສ໌ ສື່ກິລາຊື່ດັງຂອງເມື່ອງຜູ້ດີວ່າ “ ຂ້າພະເຈົ້າຕ້ອງຍອມຮັບມັນ ມັນເປັນການຕັດສິນໃຈທີ່ຖືກຕ້ອງແລ້ວ ມື້ນີ້ຂ້າພະເຈົ້າ ເຮັດໃຫ້ເພື່ອນຮ່ວມທີມ ແລະ ຜູ້ຈັດການທີມຜິດຫວັງ ແລະ ທີ່ສໍາຄັນກວ່ານັ້ນຄື ເຮັດໃຫ້ແຟນບານທຸກຄົນຕ້ອງຜິດຫວັງ ແລະ ຂ້າພະເຈົ້າຂໍຮັບຜິດຊອບ ຕໍ່ການກະທໍາຂອງຕົນເອງຢ່າງເຕັມທີ່”

“ຂ້າພະເຈົ້າພະຍາຍາມກະໂດດໜີການເຂົ້າສະກັດຂອງລາວ (ເອຣ໌ເຣຣ່າ), ຂ້າພະເຈົ້າເຫັນການສະກັດຂອງລາວ ແລະ ຕອບສະໜອງໄປແບບຜິດໆ ຂ້າພະເຈົ້າຢູໃນວົງການນີ້ມາດົນນານຫຼາຍພໍ (ທີ່ຈະຮູ້ວ່າມັນຈະເກີດຫຍັງຂຶ້ນ) ຖ້າຫາກວ່າທ່ານເຮັດແບບນັ້ນລົງໄປ ແລະ ໂດຍສະເພາະຢ່າງຍິ່ງໃນຊ່ວງນັ້ນຂອງເກັມ, ໃນຊ່ວງພັກເຄິ່ງທີ່ຍັງເຫຼືອເວລາໃຫ້ຫຼິ້ນອີກ 45ນາທີ ແລະ ມີໂອກາດຍອດຢ່ຽມທີ່ຈະກັບມາໄດ້ແລ້ວນັ້ນ ຂ້າພະເຈົ້າຂໍຮັບຜິດຊອບຢ່າງເຕັມທີ່” ອາດີດມິດຟິລດ໌ທີມຊາດ ອັງກິດ ລະບຸ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...