spot_img
Homeຂ່າວຕ່າງປະເທດ ຖ້າທ່ານຄິດວ່ານີ້ຄືເດັກນ້ອຍ! ຂໍບອກວ່າທ່ານຄິດຜິດ ເພາະນີ້ຄື...

 ຖ້າທ່ານຄິດວ່ານີ້ຄືເດັກນ້ອຍ! ຂໍບອກວ່າທ່ານຄິດຜິດ ເພາະນີ້ຄື…

Published on

ໝາ

ຖ້າທ່ານຄິດວ່ານີ້ຄືເດັກນ້ອຍ! ຂໍບອກວ່າທ່ານຄິດຜິດ ເພາະນີ້ຄື…

ເຫັນທ່າຍ່າງ ພ້ອມກັບພາຍກະເປົາເປ້ ປະມານກັບເດັກຍິງຄົນໜຶ່ງກໍາລັງຢ່າງໄປໂຮງຮຽນແບບນີ້ ຢ່າຄິດວ່າເປັນເດັກນ້ອຍເດີ່! ອັນທີ່ຈິງແລ້ວເບື້ອງໜ້າມັນບໍ່ແມ່ນມະນຸດ ແຕ່ມັນຈະເປັນຫຍັງທີ່ເຮົາຄາດບໍ່ເຖິງ. ມາຟັງເບ່ິງວ່າມັນຄືຫຍັງກັນແທ້

ນີ້ຄືຄລິບວີດີໂອ ທີ່ໄດ້ຮັບການເປີດເຜີຍເທີງ ເວັບໄຊທ໌ໄທມ໌ ເມື່ອວັນທີ15 ມີນາ ທີ່ຜ່ານມາ ສະແດງໃຫ້ເຫັນພາບທ່າທາງການຍ່າງຂອງພຸດເດິ້ນສີເທົາໄວ 1ຂວບຕົວໜຶ່ງ ທີ່ມີທັກສະການເດີນລະດັບບໍ່ທໍາມະດາ ມັກຍ່າງສອງຂາ ໄປມາຄືກັບມະນຸດ ກໍ່ເລີຍຖືກເຈົ້າຂອງມັນ ຊື່ວ່າ ທ້າວ ຈື່ໄຖ້ ອາຍຸ 43ປີ ຈາກເມືອງເສີງຕູ ຈັບມາແຕ່ງຕົວ ແຖມຍັງແປງຮ່າງພຸດເດິ້ນເພດຜູ້ໂຕນີ້ໃຫ້ແຕ໋ວແຕກ ກາຍເປັນເດັກຜູ້ຍິງສະນັ້ນ!

poodle

ຈື່ໄຖ້ ເປີດເຜີຍວ່າຈຶ່ງໆແລ້ວ ເຂົານີ້ລະທີ່ເປັນຄົນສອນມັນ ໃຫ້ຍ່າງສອງຂາແບບນີ້ ໂດຍໃຊ້ເວລາຝຶກມັນພຽງແດ່ 2ເດືອນເທົ້ານັ້ນ ຫຼັງຈາກນັ້ນຕໍ່ມາຈະຍົກລະດັບໃຫ້ມັນສາມາດຍ່າງສອງຂາທັ່ງໆ ທີ່ໃສ່ຊຸດບວກກັບກະເປົາ ແລະ ເກີບແບບຈັດເຕັມແບບນີ້ໄດ້ ຈົນຕອນນີ້ມັນສາມາດຍ່າງຕໍ່ເນື່ອງໃນໄລຍະທາງຍາວໄດ້ເປັນກິໂລ ໂດຍບໍ່ຕ້ອງເອົາຂາໜ້າລົງມາຍ່າງເລີຍ

poodle2

ຢ່າງໃດກໍ່ດີ ແນ່ນອນວ່າຫຼັງຈາກທີ່ເປັນຂ່າວ ຈື່ໄຖ້ ຖືຫາງສຽງຈາກສັງຄົມສັບເລະໄປຕາມລະບຽບແມ່ນວ່າ ໝາຂອງລາວຈະໜ້າຮັກຟຸ້ງຟິ້ງຢ່າງໃດກໍ່ຕາມ ໂດຍທີ່ ມິມິ່ ເບເຄຊີ່ ຜູ້ອໍານວຍການ ໜ່ວຍງານພິທັກສັດ PETA ໄດ້ສະແດງຄວາມເຫັນວ່າ ສິ່ງທີ່ຄົນເຫຼົ່ານີ້ຕ້ອງການຄື ຕຸກກະຕາ ບໍ່ແມ່ນໝາ ຖ້າຢາກຈະແຕ່ງໂຕໃຫ້ມັນແບບນີ້ ແລະ ທໍາມະຊາດຂອງໝາແລ້ວ ມັນບໍ່ໄດ້ເກີດມາເພື່ອຍ່າງ 2 ຂາ ຖ້າຫາກມັນຍ່າງ 2​ຂາແບບນີ້ສະແດງວ່າມັນຮູ້ສຶກບໍ່ສະບາຍໂຕ ແລະ ມີຫຍັງຜິດປົກກະຕິບໍ່ໄດ້ເກັ່ງກ້າຫຍັງ ທີ່ສໍາຄັນການຝຶກໃຫ້ໝາຍ່າງແບບນີ້ ຍິ່ງຈະເຮັດໃຫ້ເກີດບັນຫາທາງຮ່າງກາຍຂອງມັນອີກດ້ວຍ

poodle3

https://www.youtube.com/watch?v=KSgH3vhlXG0

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...