spot_img
Homeຂ່າວພາຍ​ໃນລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສ.ເຊີເບຍ ຈະເດີນທາງຢ້ຽມຢາມ ສປປ ລາວ

ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສ.ເຊີເບຍ ຈະເດີນທາງຢ້ຽມຢາມ ສປປ ລາວ

Published on

ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສ.ເຊີເບຍ ຈະເດີນທາງຢ້ຽມຢາມ ສປປ ລາວ

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການ ກະ
ຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພະນະທ່ານ ອີວານ ເມກິກ (Ivan MRKIC) ລັດ
ຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດເຊີເບຍ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ
ຢ່າງເປັນທາງການ ແຕ່ວັນທີ 22-25 ກຸມພາ 2013.
ທ່ານ ອີວານ ເມີກິກ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດເຊີເບຍ.
ເກີດເມື່ອວັນທີ 30 ພຶດສະພາ 1953 ທີ່ເບນກຣາດ.
ພາສາຕ່າງປະເທດ: ອັງກິດ ແລະ ຝຣັ່ງ.
ສະຖານະພາບ: ແຕ່ງງານກັບນາງ ອີໂວນາ ມີລູກຊາຍສອງຄົນ (ເມີໂກ ແລະ ມາໂກ).
1977: ຈົບມະຫາວິທະຍາໄລກົດໝາຍ ທີ່ເບນກຣາດ.
1978: ເຮັດວຽກກອງເລຂານຸການ ກະຊວງການຕ່າງປະເທດ.
1979: ຮັບຜິດຊອບວຽກງານດ້ານການຫຼຸດຜ່ອນອາວຸດ ສປຊ (ຈີເນວາ ວຽນນາ ນິວຢອກ ບອສຕັນ).
1979-1982: ວິຊາການໂຕະກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ.
1982-1986: ເລີ່ມອາຊີບນັກການທູດ ໂດຍຖືກແຕ່ງຕັ້ງເປັນອານຸເລຂາ ປະຈຳສຳນັກງານຜູ້ຕາງໜ້າປະເທດເຊີເບຍ ປະຈຳ
ສປຊ.
1990-1992: ເປັນທີ່ປຶກສາຂອງສຳນັກງານຜູ້ຕາງໜ້າເຊີເບຍ ປະຈຳສະມາຄົມເອີຣົບ ທີ່ບຣຸກແຊນ.
1992: ຫົວໜ້າຫ້ອງການປະຈຳຫ້ອງການປະທານາທິບໍດີ ສະຫະພັນສາທາລະນະລັດຢູໂກສະລາວີ.
1993-1999: ອຸປະທູດ ແລະ ຖືກເລື່ອນຂຶ້ນເປັນເອກອັກຄະລັດຖະທູດຂອງສະຫະພັນສາທາລະນະລັດ ຢູໂກສະລາວີ ທີ່ນິໂກເຊຍ
ໄຊປຣັດ.
1999: ໃນຖານະເອກອັກຄະລັດຖະທູດ ໄດ້ຖືກແຕ່ງຕັ້ງເປັນຮອງຫົວໜ້າຮັບຜິດຊອບຂົງເຂດວຽກງານສອງຝ່າຍ.
2000: ຜູ້ຊ່ວຍລັດຖະມົນຕີວ່າການ ກະຊວງການຕ່າງປະເທດ.
2003: ເອກອັກຄະລັດຖະທູດ ປະຈຳກະຊວງການຕ່າງປະເທດເຊີເບຍ ແລະ ມົນເຕເນໂກຣ.
2004: ຖືກແຕ່ງຕັ້ງຮັບຜິດຊອບກຸ່ມເອກອັກຄະລັດຖະທູດ ທີ່ຮັບຜິດຊອບວຽກງານພິເສດ ແລະ ສະເພາະກິດ ທີ່ກະຊວງການຕ່າງ
ປະເທດເຊີເບຍ ແລະ ມົນເຕເນໂກຣ.
2005: ເປັນປະທານຄະນະກຳມາທິການແຫ່ງຊາດ ສຳລັບການຈັດຕັ້ງປະຕິບັດສົນທິສັນຍາອາວຸດເຄມີ.
2006-2011: ແຕ່ງຕັ້ງເປັນເອກອັກຄະລັດຖະທູດເຊີເບຍ ປະຈຳຍີ່ປຸ່ນ.
ຫຼັງຈາກນັ້ນ ທ່ານຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການແຫ່ງ ສາທາລະນະລັດເຊີເບຍ.
ໃນວັນທີ 27 ພຶດສະພາ 2012 ທ່ານ ອີວານ ເມີກິກ ໄດ້ເຂົ້າສາບານຕົນເຂົ້າຮັບຕຳແໜ່ງເປັນລັດຖະມົນຕີວ່າການ ກະຊວງການ
ຕ່າງປະເທດ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...