spot_img
Homeຂ່າວພາຍ​ໃນຮອດປີ 2016 ລາວຈະຜະລິດໄຟຟ້າ ໄດ້ພຽງພໍກັບຄວາມຕ້ອງການ

ຮອດປີ 2016 ລາວຈະຜະລິດໄຟຟ້າ ໄດ້ພຽງພໍກັບຄວາມຕ້ອງການ

Published on

electricity

ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ປັດຈຸບັນຕົວເລກການ ນຳໃຊ້ໄຟ ຟ້າຢູ່ປະເທດເຮົາແມ່ນມີຈຳນວນຫຼາຍ, ຊຶ່ງເຮັດໃຫ້ເກີດມີບັນຫາໃນການ ສະໜອງ ໄຟຟ້າຕໍ່ຜູ້ຊົມຊົມ, ໂດຍສະເພາະແມ່ນລະດູແລ້ງ, ຊຶ່ງຕ້ອງໄດ້ນຳເຂົ້າກະແສໄຟຟ້າ ຈາກບັນດາປະເທດໃຫ້ຄຽງເຊັ່ນ: ຈີນ, ຫວຽດນາມ ແລະ ໄທ, ໃນລາຄາສູງກວ່າ ລາຄາສົ່ງອອກ ແລະ ຕາມການຕີລາຄາ ຂອງລັດຖະບານກ່ຽວກັບຕົວເລກ ການນຳ ໃຊ້ໄຟຟ້າ ໃນປີຜ່ານມາທົ່ວປະເທດສູງເຖິງ 3.000 ລ້ານກິໂລວັດໂມງ, ແຕ່ຍອດ ການຜະລິດມີພຽງ 15.469 ລ້ານ ກວ່າກິໂລວັດໂມງ ແລະ ມາຮອດປັດຈຸບັນອັດຕາການຊົມໃຊ້ໄຟຟ້າກວມ 87% ຂອງ ຈຳນວນຄອບຄົວ, ບ້ານ ແລະ ເມືອງທັງໝົດໃນທົ່ວປະເທດ, ດັ່ງນັ້ນເພື່ອກຽມຮັບມືກັບບັນຫາການສະໜອງກະແສໄຟຟ້າ ໃຫ້ພຽງພໍກະຊວງພະລັງງານ ແລະ ບໍ່ແຮ່ຈະຕ້ອງສຸມໃສ່ສ້າງສາຍສົ່ງເຊື່ອມຕໍ່ຫາກັນໃນແຕ່ລະພາກທົ່ວປະເທດໄດ້, ເພື່ອເປັນ ການລໍ້ຖ້າຮອດປີ 2016 ຊຶ່ງ 20 ກວ່າໂຄງການກໍ່ສ້າງເຂື່ອນໄຟຟ້າຈະສຳເລັດ ແລະ ສາມາດຜະລິດກະແສໄຟຟ້າໃຫ້ ພຽງພໍ

ກັບຄວາມຕ້ອງການທັງລະດູຝົນ ແລະ ລະດູແລ້ງໄດ້, ໃນປີຜ່ານມາຂະແໜງການໄຟ ຟ້າໄດ້ຮຽກຮ້ອງໃຫ້ບັນດາໂຮງຈັກ, ໂຮງ ງານປິດໄຟເປັນບາງໄລຍະເພື່ອຕອບສະໜອງຄວາມຕ້ອງການ ຊົມໃຊ້ໄຟຟ້າຂອງສັງຄົມແລ້ວກໍເຫັນວ່າໄດ້ຮັບຜົນດີ, ບໍ່ມີບັນ ຫາຫຍັງເກີດຂຶ້ນ, ສະນັ້ນ ໃນປີນີ້ລາວເຮົາອາດມີບາງວັນ, ບາງໄລຍະທີ່ໄຟຟ້າບໍ່ພໍໃຊ້ກໍ່ໃຫ້ປະຕິບັດຄືກັນກັບການປະຢັດ ດັ່ງຜ່ານມາ ແລະ ສິ່ງສຳຄັນແມ່ນນຳໃຊ້ໄຟຟ້າຢ່າງມີຄຸນປະໂຫຍດບໍ່ຟຸມເຟືອຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...