ປຶນໃຫຍ່ ຮ້ອງໃຫ້ໜັກ! ບຸກຍິງ ໂມນາໂກ ໄດ້ 2-0 ແຕ່ຕ້ອງຕົກຮອບ ເພາະຍັງບໍ່ດີພໍ
ເຮັດດີແຕ່ຍັງບໍ່ພໍ! “ປຶນໃຫຍ່” ອາຣ໌ເຊນ່ອລ ເຖີງກັບຕ້ອງຫຼັ່ງນໍ້າຕາດ້ວຍຄວາມເສົ້າ ເມື່ອໂຊຟອຣ໌ມຢ່ຽມ ບຸກໄປເອົາຊະນະ ອາແອສ ໂມນາໂກ ເຖິງຖິ່ນ 2-0 ລວມຜົນຂອງນັດສະເໝີກັນ 3-3 ແຕ່ຕ້ອງຕົກຮອບຕາມກົດປະຕູທີມເຢືອນ ຫຼືວ່າ ຕາມກົດ “ເອິເວ ໂກລ໌ Away Goal” (ໃນກໍລະນີຖ້າຜົນອອກມາສະເໝີ ຈະຕັດສິນດ້ວຍການເບິ່ງທີ່ການຍິງປະຕູ ໃນຖານະທີມເຢືອນ ວ່າຝ່າຍໃດທີ່ໄປເຢຶອນ ແລ້ວຍິງໄດ້ຫຼາຍກວ່າ ກໍ່ຖືວ່າທີມນັ້ນຈະເປັນຝ່າຍຊະນະ), ໃນລາຍການແຂ່ງຂັນບານເຕະ ຢູຟ່າແຊ່ມປ່ຽນລີກ ຮອບ 16ທີມສຸດທ້າຍ ນັດທີ່ 2 ເມື່ອຄືນວັນອັງຄານທີ່ 15 ມີນາ ທີ່ຜ່ານມາ