spot_img
Homeຂ່າວການພັດທະນາKOICA ຊ່ວຍເຫຼືອສ້າງແຜນທີ່ພູມສັນຖານ ລະບົບດີຈິຕອນ

KOICA ຊ່ວຍເຫຼືອສ້າງແຜນທີ່ພູມສັນຖານ ລະບົບດີຈິຕອນ

Published on

20150313094651

ອົງການ​ຮ່ວມ​ມື​ສາກົນ​ແຫ່ງ​ປະເທດ ສ ເກົາຫຼີ(KOICA) ໄດ້​ໃຫ້ການ​ຊ່ວຍເຫຼືອ​ສູນ​ສຳ​ຫຼວດ​ວັດແທກ ແລະ ແຜນທີ່ກົມ​ແຜນທີ່ແຫ່ງ​ຊາດ ກະຊວງ​ພາຍ​ໃນ ໃນການຈັດຕັ້ງ​ປະຕິບັດ​ໂຄງການສ້າງ​ແຜນທີ່​ພູມ​ສັນຖານ ​ດ້ວຍ​ລະບົບ​ດີ​ຈິ​ຕອນ ມູນ​ຄ່າ 3,5 ລ້ານໂດ​ລາ​ສະຫະລັດ ຫຼື ປະມານ 28 ຕື້​ກີບ ເຊິ່ງ​ມີ​ໄລຍະ​ປະຕິບັດ​ງານ 2 ປີ ເລີ່ມ​ແຕ່​ປີ 2015 ເປັນຕົ້ນໄປ.

ເພື່ອ​ເປັນ​ການ​ກະກຽມ​ຄວາມພ້ອມ ​ການຈັດຕັ້ງ​ປະຕິບັດ​ໂຄງການ​ສ້າງ​ແຜນທີ່​ພູມ​ສັນຖານ ດ້ວຍ​ລະບົບ​ດີ​ຈິ​ຕອນ​ ໃຫ້​ປະສົບຜົນສຳເລັດ​ຕາມ​ຄາດໝາຍ​ວາງໄວ້ ວັນ​ທີ 13 ມີນາ 2015 ຢູ່​ທີ່ກົມ​ແຜນທີ່​ແຫ່ງ​ຊາດ ໄດ້​ມີ​ກອງປະຊຸມ​ຄັ້ງ​ປະຖົມມະເລິກ ​ການ​ຈັດຕັ້ງ​ປະຕິບັດ​ໂຄງການ​ສ້າງ​ແຜນທີ່​ດ້ວຍ​ລະບົບ​ດີ​ຈິ​ຕອນ​ຂຶ້ນ ໂດຍການ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງຈັນ ມະນີ​ໄຊ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພາຍ​ໃນ ທ່ານ ຊູ ວອນ ຄິມ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາຫຼີ ປະຈຳ​ລາວ ພ້ອມ​ດ້ວຍຜູ້ຕາງໜ້າ​ຈາກ​ອົງການ KOICA ແລະ ພະນັກງານ-ວິຊາ​ການກ່ຽວຂ້ອງ.

ປັດຈຸບັນ ໃນ​ຂອບ​ເຂດ​ທົ່ວປະເທດ​ແມ່ນ​ໃຊ້​ແຜນທີ່​ພູມ​ສັນຖານ​ໃນ​ມາດຕາ​ສ່ວນ 1:50000 ສຳລັບ​ໂຄງການ​ສ້າງ​ແຜນທີ່​ພູມສັນຖານ​ດ້ວຍ​ລະບົບ​ດິ​ຈິ​ຕອນ​ຄັ້ງນີ້ ແມ່ນ​ຈະ​ໃຊ້​ມາດຕາ​ສ່ວນ 1:2000 ດ້ວຍ​ລະບົບ​ຄອມ​ພິວ​ເຕີທີ່​ມີ​ຄວາມ​ລະອຽດ​ສູງ ສາມາດດັດ​ປັບ ແລະ ແກ້​ໄຂ​ໄດ້​ຕາມ​ການປ່ຽນແປງ​ທາງ​ດ້ານ​ພູມ​ສັນຖານທົ່ວ​ໄປ ເຊິ່ງ​ໂຄງການ​ດັ່ງກ່າວ ແມ່ນ​ຈະ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຢູ່​ໃນ 4 ຕົວ​ເມືອງ​ຄື: ເມືອງ​ຈັນທະ​ບູ​ລີ ໄຊ​ເຊດ​ຖາ ສີ​ສັດຕະ​ນາກ ແລະ ເມືອງ​ຫາດ​ຊາຍ​ຟອງຂອງ​ນະຄອນ​ຫຼວງ​ວຽງ​ຈັນ ລວມ​ເນື້ອທີ່​ໂຄງການ​ທັງ​ໝົດ 460 ກິ​ໂລຕາ​ແມັດ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...