spot_img
Homeຂ່າວພາຍ​ໃນລັດເພີ່ມຄ່າແຮງງານຂັ້ນຕ່ຳ ແຕ່ການໂກງຄ່າແຮງງານຍັງມີຫລາຍ​!

ລັດເພີ່ມຄ່າແຮງງານຂັ້ນຕ່ຳ ແຕ່ການໂກງຄ່າແຮງງານຍັງມີຫລາຍ​!

Published on

16062011133031

ຄືດັ່ງພວກເຮົາຮູ້ນຳກັນວ່າ: ນັບແຕ່ວັນທີ 1 ມີນາ 2015 ເປັນຕົ້ນມາ ລັດຖະບານ, ໄດ້ປະກາດປັບເງິນຄ່າແຮງງານ ຂັ້ນຕ່ຳຈາກ 6 ແສນກວ່າກີບ ຂຶ້ນເປັນ 9 ແສນກີບ, ອັນໄດ້ສ້າງຄວາມເພິ່ງພໍໃຈໃຫ້ກັບຖັນແຖວກຳມະ ກອນຊາວຜູ້ອອກ ແຮງງານຢູ່ຕາມຫົວໜ່ວຍທຸລະກິດ, ໂຮງຈັກໂຮງງານຕ່າງໆໃນທົ່ວປະເທດເປັນຢ່າງດີແຕ່ໃນຂະ ນະດຽວກັນ, ກຳມະກອນສ່ວນຫລວງຫລາຍຍັງມີຄວາມໜັກໃຈຕໍ່ບັນຫາການໂກງຄ່າແຮງງານຈາກນາຍຈ້າງຢູ່ ຕາມຫົວໜ່ວຍທຸ ລະກິດຕ່າງໆທີ່ເຫັນວ່າຍັງແຜ່ຫລາຍ, ຊຶ່ງສ້າງຜົນກະທົບຕໍ່ການດຳລົງຊີວິດຂອງເຂົາເຈົ້າເປັນຈຳ ນວນບໍ່ໜ້ອຍ.

ເຖິງຢ່າງໃດກໍດີຄ່າແຮງງານຢູ່ປະເທດເຮົາເຖິງວ່າຈະຢູ່ໃນລະດັບຕ່ຳແຕ່ທຽບໃສ່ກັບປະເທດໃກ້ຄຽງ ໂດຍສະ ເພາະບັນ ດາປະເທດສະມາຊິກອາຊຽນ ກໍເຫັນວ່າບໍ່ແຕກໂຕນກັນຫລາຍຕາມຂໍ້ມູນ ທີ່ເກັບກຳໄດ້ໃນປີຜ່ານມາ ຢູ່ຫວຽດນາມຄ່າ ແຮງງານຂັ້ນຕ່ຳແມ່ນ 711.000 ກີບ, ອິນໂດເນເຊຍ 1,7 ລ້ານກີບ, ກຳປູເຈຍ 557 ພັນກີບ/ ເດືອນ, ມຽນມາ 823 ພັນກີບ, ບຣູໄນ 13 ລ້ານກີບ, ມາເລເຊຍ 2 ລ້ານກີບ, ສິງກະໂປ 14 ລ້ານກີບ, ຟີລິປິນ 2,2 ລ້ານກີບ ແລະ ໄທ 2,2 ລ້ານກີບຕໍ່ເດືອນ.

ເມື່ອເບິ່ງລວມແລ້ວການເພີ່ມຄ່າແຮງງານຂັ້ນຕ່ຳຢູ່ປະເທດເຮົາເຖິງວ່າມີຈຳນວນບໍ່ຫລາຍແຕ່ກໍເປັນການຈູງໃຈ ເຮັດໃຫ້ຖັນແຖວຊາວຜູ້ອອກແຮງງານມີຄວາມກະຕືລືລົ້ນ ເຂົ້າໃນການປະຕິບັດວຽກງານຂອງເຂົາເຈົ້າດີຂຶ້ນ ກວ່າ ເກົ່າ ແລະ ຊີວິດການເປັນຢູ່ ກໍໄດ້ຮັບການປັບປຸງຂຶ້ນສ່ວນໃດສ່ວນໜຶ່ງ. ໃນນີ້, ສິ່ງທີ່ໜັກໃຈ ແລະ ຫາທາງອອກ ຢາກກໍແມ່ນການໂກງ ຄ່າແຮງງານຂອງນາຍຈ້າງຢູ່ຕາມຫົວໜ່ວຍທຸລະກິດຕ່າງໆ ໂດຍສະເພາະແມ່ນທຸລະກິດຂະ ໜາດນ້ອຍ ແລະ ກາງ ນັບວ່າຍັງມີ ແຜ່ຫລາຍ, ຊຶ່ງມັນສະແດງອອກດ້ວຍຫລາຍຮູບແບບທີ່ແຕກຕ່າງກັນເປັນຕົ້ນການອອກແຮງງານເກີນຊົ່ວໂມງແຕ່ບໍ່ມີການ ຄິດໄລ່ເງິນໃຫ້, ຊາວຜູ້ອອກແຮງງານຈຳນວນຫລວງຫລາຍຍັງບໍ່ທັນ ໄດ້ຮັບບັດປະກັນສັງຄົມ ໃນເວລາເກີດມີສະພາບ ເຈັບເປັນກໍຕ້ອງໄດ້ກຸ້ມຕົນເອງ, ໜັກໜ່ວງໄປກວ່ານັ້ນ ກຳມະກອນ ຂັ້ນຕ່ຳ ຫລື ຂັ້ນກາງທີ່ພັກວຽກຈະມີເຫດຜົນ ຫລື ບໍ່ມີເຫດຜົນກໍຖືກຕັດເງິນເດືອນ ໃນລະດັບ 5 ສີບພັນກີບ ຫາ 1 ແສນກີບຂຶ້ນໄປ, ໃນນີ້ ໜັກໜ່ວງກວ່າໝູ່ກໍລະນີຕົວຢ່າງ ເກີດຂຶ້ນຢູ່ບໍລິສັດ ເຄເບີ້ນ ແຫ່ງໜຶ່ງ, ຊຶ່ງເປັນການລົງທຶນ ຂອງຕ່າງປະເທດ ໄດ້ມີສຽງຈົ່ມວ່າຈາກກຳມະກອນ ຢູ່ບໍລິສັດດັ່ງກ່າວວ່າ: ບໍລິສັດນີ້ ເວລາເກີດມີສະພາບເຈັບເປັນ ຕ້ອງໃຊ້ເງິນຕົນເອງເຂົ້າປິ່ນປົວຢູ່ໂຮງໝໍ ແລະ ບໍ່ສະເພາະແຕ່ເທົ່ານັ້ນເກີດມີກໍລະນີເວລາຍາດຕິພີ່ນ້ອງເສຍຊີວິດ ເຂົາເຈົ້າໄດ້ມີການລາຄອບຢ່າງຄັກແນ່ແລ້ວ ແຕ່ເຈົ້າຂອງບໍລິສັດກໍ ບໍ່ມີການໂຍະຍານ ໂດຍຕັດຄ່າແຮງງານ 1 ແສນ ກີບ/ມື້ ຖ້າຂາດວຽກ 4 ວັນ ກໍຈະຖືກຕັດເງິນ 1,2 ລ້ານກີບ, ຈາກເງິນພຽງ 2 ລ້ານກີບ/ເດືອນ, ເຊິ່ງບັນຫາດັ່ງກ່າວ ຈະແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການກຳມະບານ ແລະ ອື່ນໆ ທີ່ຈະເປັນບ່ອນອີງອັນ ແໜ້ນແກ່ນ ແລະທັງເປັນຜູ້ຮັບຜິດຊອບໂຊກຊະຕາກຳຂອງຊາວຜູ້ອອກແຮງງານສົມຄວນລົງຕິດຕາມເບິ່ງຊີວິດ ການເປັນຢູ່ ແລະ ບັນຫາຫຍໍ້ທໍ້ອື່ນໆ ເພື່ອຮ່ວມແກ້ໄຂຢ່າງສົມເຫດສົມຜົນໂດຍພື້ນຖານລະຫວ່າງນາຍຈ້າງ ແລະ ລູກຈ້າງ ຕ່າງກໍມີຜົນປະໂຫຍດຮ່ວມກັນບົນຈິດໃຈແຫ່ງຄວາມຍຸຕິທຳ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...