spot_img
Homeຂ່າວຕ່າງປະເທດການສຳຫລວດພົນລະເມືອງ ຄັ້ງທີ IV ຊ້າກວ່າຄາດໝາຍ

ການສຳຫລວດພົນລະເມືອງ ຄັ້ງທີ IV ຊ້າກວ່າຄາດໝາຍ

Published on

checking

ກອງປະຊຸມເພື່ອລາຍງານການຈັດຕັ້ງປະຕິບັດບັ້ນການສຳຫລດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ IV ປີ 2015 ໄດ້ຈັດຂຶ້ນໃນວັນທີ 12 ມີນານີ້, ຢູ່ຫໍປະ ຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະ ທານຂອງທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ ນຳວຽກງານເສດຖະກິດ ມະຫາພາກ ແລະ ບໍລິການ, ຫົວໜ້າຄະນະຊີ້ນຳລະດັບຊາດສຳລັບການສຳ ຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້, ໂດຍ ມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າ ການ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

ທ່ານຮອງນາຍົກລັດຖະມົນຕີກ່າວເປີດໃນກອງປະຊຸມວ່າ: ຄືດັ່ງທີ່ຮູ້ນຳກັນ ແລ້ວວ່າພັກ ແລະ ລັດເຮົາ ມີຄວາມ ຄາດຫວັງສູງຕໍ່ຄຸນນະພາບ ແລະ ຜົນສຳເລັດຂອງການດຳເນີນການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໃສຄັ້ງນີ້ ແລະ ມີຫລາຍພາກສ່ວນໃຫ້ຄວາມສົນໃຈ ແລະ ຕິດຕາມຢ່າງໃກ້ຊິດ, ໂດຍສະເພາະແມ່ນອົງ ການຈັດຕັ້ງສາກົນ ລວມໄປເຖິງປະຊາຊົນບັນດາເຜົ່າກໍມີຄວາມຈົດຈໍ່ລໍຄອຍໃນການຈົດນັບ, ດັ່ງນັ້ນ ມັນຈຶ່ງຮຽກຮ້ອງ ໃຫ້ທຸກຄົນ ຕ້ອງເອົາໃຈໃສ່ ແລະ ເຂັ້ມງວດກວດຂັນໃນການສະຫລຸບຕີລາຄາຄືນສະພາບການຈັ້ດຕັ້ງປະຕິບັດດຳເນີນການເກັບ ຂໍ້ມູນໃນແຕ່ລະເຂດ, ແຂວງເພື່ອຮັບປະກັນຄຸນນະພາບຂອງຂໍ້ມູນ, ຫລີກລ້ຽງຈົດຊ້ຳ, ຈົດຂາດ ແລະ ພ້ອມກັນນີ້

ທ່ານຍັງໄດ້ສະເໜີໃຫ້ທຸກພາກສ່ວນ ພ້ອມກັນສະຫລຸບຕີລາຄາຄືນການກະກຽມການສຳຫລວດໃນໄລຍະຜ່ານມາ ແລະ ການຈັດຕັ້ງປະຕິບັດການສຳຫລວດພາກສະໜາມໃນແຕ່ລະແຂວງ, ເມືອງ ແລະ ບ້ານໃນຂອບເຂດທົ່ວ ປະ ເທດເພື່ອຖອດຖອນບົດຮຽນບັນດາຈຸດທີ່ພົ້ນເດັ່ນ ແລະ ຂໍ້ຄົງຂ້າງເພື່ອປຶກສາຫາລືໃຫ້ຄຳເຫັນ ແລະ ແກ້ໄຂ.

ທ່ານ ດຣ. ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ຄະນະຊີ້ນຳລະດັບຊາດ ຜູ້ປະຈຳການ ໄດ້ລາຍງານ ວ່າ: ການດຳເນີນບັ້ນສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງນີ້ ໄດ້ດຳເນີນຕາມແຜນທີ່ວາງໄວ້ແຕ່ ວັນທີ 1-7 ມີນາ 2015, ໃນຂອບເຂດທົ່ວປະເທດ, ຊຶ່ງມາຮອດປັດຈຸບັນ, ໃນຈຳນວນ 18 ແຂວງນັ້ນແມ່ນສຳເລັດ ແລ້ວ 17 ແຂວງ, ແຕ່ນະຄອນຫລວງວຽງຈັນ ຍັງຊັກຊ້າ ເນື່ອງຈາກວ່າເປັນຕົວເມືອງໃຫຍ່, ມີພົນລະເມືອງຫລາຍ ແຕ່ກໍໄດ້ສືບຕໍ່ເກັບກຳບາງຈຸດ ທີ່ຍັງບໍ່ທັນຖືກສຳຫລວດເຊັ່ນ: ເມືອງໄຊທານີຄື: ຫໍພັກຄູ ແລະ ນັກຮຽນໂຮງຮຽນ ພອນສະຫວັນດົງໂດກ, ຄົວເຮືອນຕົກລົ່ນ ຈຳນວນໜຶ່ງ ຢູ່ບ້ານຄຳຮຸ່ງ, ສ່ວນຫໍພັກ 17 ຕຶກ, ຫໍພັກຊີເກມ ແລະ ຫໍພັກຄະນະປ່າໄມ້ ມຊ ດົງໂດກ ແມ່ນສືບຕໍ່ສຳຫລວດໃຫ້ສຳເລັດໃນຕົ້ນເດືອນພຶດສະພາ 2015; ເມືອງໄຊເສດຖາ: ຈະສືບຕໍ່ເກັບກຳ ຊາວຄ້າຂາຍຄົນຈີນ ແລະ ຫວຽດນາມ ຢູ່ສູນການຄ້າອາຊຽນມໍ, ສ່ວນເຂດພັດທະນາບຶງທາດ ຫລວງທີ່ມີ ກຳມະກອນຊາວຈີນອາໄສຢູ່ແມ່ນທາງເມືອງໄຊເສດຖາ ກຳລັງຈັດຫານາຍແປພາສາລົງຊ່ວຍ; ເມືອງ ສີໂຄດຕະບອງ ແມ່ນສືບຕໍ່ສຳພາດຄົວເຮືອນຄ້າຂາຍຊາວຈີນຢູ່ເຂດຊັ່ງຈ່ຽງ ໄດ້ 50 ຄົວເຮືອນ ແລະ ຈະສືບຕໍ່ໃຫ້ ສຳເລັດໄວໆນີ້ ແລະ ເມືອງນາຊາຍທອງ ຍັງຈະສືບຕໍ່ກວດກາເກັບກຳຈຳນວນຄົວເຮືອນຕົກລົ່ນຈຳ ນວນໜຶ່ງທີ່ໂທມາ ແຈ້ງຢູ່ບ້ານນາສ້ຽວ. ສຳລັບກະຊວງປ້ອງກັນປະເທດແມ່ນສຳເລັດການເກັບກຳຂໍ້ມູນ ພາກສະໜາມແລ້ວຫົວໜ້າ ກົມສະຖິຕິ ເວົ້າວ່າ: ບັນຫາທີ່ພົບເຫັນແມ່ນນັກເດີນສຳຫລວດສ່ວນໜຶ່ງບໍ່ເຂົ້າໃຈຄັກກ່ຽວກັບການຈົດກ່າຍຄຳ ຕອບ ແລະ ໄດ້ແນະນຳກັນຄືນ ປັດຈຸບັນທາງກະຊວງສາມາດສັງ ລວມເອກະສານໃຫ້ສູນກາງໄດ້ແລ້ວ 50%, ກະຊວງການຕ່າງປະເທດແມ່ນຍັງສືບຕໍ່ສຳຫລວດທັງພາຍໃນ ແລະ ຕ່າງປະເທດຈະໃຫ້ສຳເລັດໃນທ້າຍເດືອນມີນາ ແລະ ກະຊວງປ້ອງກັນຄວາມສະຫງົບແມ່ນໄດ້ ສຳເລັດການສຳຫລວດພາກສະໜາມ, ປັດຈຸບັນກຳລັງກວດກາສັງ ລວມເອກະສານຢູ່ຂັ້ນກະຊວງ.

ຄຽງຄູ່ກັນນີ້ ຍັງມີບາງຈຸດອ່ອນທີ່ຈະຕ້ອງແກ້ໄຂຄື: ຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ທາງດ້ານ ວິຊາການຂອງທ້ອງຖິ່ນຄວນໃຫ້ເຂັ້ມແຂງກວ່າເກົ່າ; ນັກເດີນສຳຫລວດ ແລະ ນັກກວດກາຈຳນວນໜຶ່ງບໍ່ໄດ້ຕາມ ມາດຖານ; ບັນຊີຄົວເຮືອນຢູ່ໃນບ້ານສ່ວນໃຫຍ່ແມ່ນບໍ່ໄດ້ຮັບການປັບປຸງຈຶ່ງອາດພາໃຫ້ການຈົດນັບພົນລະເມືອງ ບໍ່ຄົບຖ້ວນໄດ້; ການຮ່ວມມືຂອງປະຊາຊົນໃນຂົງເຂດຊົນເຜົ່າ​ ແລະ ຂົງເຂດທຸລະກິດແມ່ນເປັນອຸປະສັດໃນການ ສຳພາດເກັບກຳຂໍ້ມູນ; ປະສານສົບທົບກັບທີ່ປຶກສາຕ່າງປະເທດໃຫ້ລະອຽດໃນການອອກແບບເຄື່ອງມືສຳລັບ ການສຳຫລວດເພື່ອໃຫ້ມີຄວາມສະດວກຂຶ້ນຕື່ມໃນການນຳໃຊ້; ການຈັດສັນງົບປະມານ ແລະ ອຸປະກອນການຊ່ວຍ ເຫລືອບໍ່ສາມາດທັນກັບເວລາ ແລະ ຍັງບໍ່ທັນໄດ້ງົບປະມານຈາກຜູ້ສະໜັບສະໜູນໝົດເທື່ອ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທ​ະ​ນາ

ບົດຄວາມຫຼ້າສຸດ

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...

ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ

ເສຍຊີວິດໝົດລຳ! ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງບາຍຂອງວັນທີ 10 ເມສາ 2025 ກີດເຫດເຮລິຄອບເຕີລຳໜຶ່ງປະສົບອຸບັດເຫດຄົກລົງໃນແມ່ນໍ້າຮັດສັນ ບໍລິເວນທ່າເຮືອ 40...

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ. ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​...

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...