HomeBaby-ແມ່ແລະເດັກເຄັດ(ບໍ່)ລັບຕັດບັນຫາກວນໃຈກັບກິ່ນຍ່ຽວຢູ່ບ່ອນນອນຂອງລູກ

ເຄັດ(ບໍ່)ລັບຕັດບັນຫາກວນໃຈກັບກິ່ນຍ່ຽວຢູ່ບ່ອນນອນຂອງລູກ

Published on

spd_20131208194603_b

ຫ້ອງ​ນອນ​ຄືຫ້ອງ​ທີ່​ຕ້ອງ​ການ​ບັນ​ຍາ​ກາດ​ອັນ​ປອດ​ໂປ່ງ​ເພື່ອ​ຊ່ວຍ​ສ້າງ​ຄວາມ​ຮູ້ສຶກ​ຜ່ອນ​ຄາຍ​ໃຫ້​ກັບ​ການ​ພັກ​ອາໄສແຕ່​ສຳລັບ​ຫ້ອງ​ນອນ​ຫລາຍໆເຮືອນ​ອາດຈະ​ປົກ​ຄຸມ​ໄປ​ດ້ວຍ​ກິ່ນ​ອັບ​ຂອງ​ສົບ​ໝອນ,ຜ້າ​ຫົ່ມ​ແລະ​ຜ້າ​ປູ​ບ່ອນຊຶ່ງ​ບໍ່​ໄດ້ຮັບ​ການ​ເບິ່ງແຍງ​ເອົາ​ໃຈ​ໃສ່​ມາ​ດົນ ສົ່ງ​ຜົນ​ໃຫ້​ຝຸ່ນ​ລະ​ອອງສິ່ງ​ສົກກະປົກ​ແລະ​ຄາບ​ເຫື່ອ​ຂອງ​ເຮົາ​ສະ​ສົມ​ຢູ່​ຕາມ​ເນື້ອ​ຜ້າ​ແບບ​ບໍ່​ຮູ້​ໂຕ

ເຊັ່ນ​ດຽວ​ກັນ​ກັບ​ຫ້ອງ​ນອນ​ທີ່​ມີ​ລູກ​ນ້ອຍ​ເຂົ້າ​ມາ​ເປັນ​ສ່ວນ​ປະກອບ​ຂອງ​ຄອບຄົວ​ແມ່​ຫລາຍ​ຄົນ​ເຄີຍ​ພົບ​ປະສົບການ​ລູກ​ນ້ອຍ​ຍ່ຽວ​ໃສ່ບ່ອນ​ນ​ອນ​ຢູ່​ເລື້ອຍໆກິ່ນ​ຍ່ຽວ​ອາດຈະ​ຕິດ​ສະ​ສົມແມ່ນ​ຈະ​ພະຍາຍາມ​ເຮັດ​ຄວາມ​ສະ​ອາດ​ເທົ່າ​ໃດ​ກໍ່​ບໍ່​ໝົດ​ຈົນ​ເຮັດໃຫ້​ບາງເທື່ອ​ຕ້ອງ​ປ່ຽນ​ຜ້າ​ປູ​ບ່ອນນ​ອນ​ຂອງ​ລູກ​ນ້ອຍ​ໃໝ່ແຕ່ຜືນ​ເກົ່າ​ຍັງ​ສາມາດ​ໃຊ້​ງານ​ໄດ້​ຢູ່ກ່ອນ​ການເຮັດ​ຄວາມ​ສະ​ອາດ​ເຫລົ່າ​ນີ້​ຈະ​ກາຍ​ເປັນ​ເລື່ອງ​ໜ້າ​ເຈັບ​ຫົວເຮົາ​ລອງ​ມາ​ຫາ​ທາງ​ອອກ​ດີໆທີ່​​ແມ່​ຫລາຍ​ຄົນ​ຍັງ​ບໍ່​ຮູ້​ຈາກ​ເຄັດ​ລັບ​ຕໍ່ໄປ​ນີ້​ກັນ​ດີກວ່າ​

ການ​ໃຊ້​ນ້ຳ​ສົ້ມ​ສາຍ​ຊູ​ແລະ​ເບກ​ກິງ​ໂຊ​ດາ​ຫລື​ແປ້ງ​ຝຸ່ນ​ເດັກ​ນ້ອຍກຳຈັດ​ກິ່ນ
ຫລັງ​ຈາກ​ທີ່​ພົບ​ວ່າ​ລູກ​ນ້ອຍ​ຍ່ຽວໃສ່ບ່ອນນ​ອນ​ແບບ​ສົດໆຮ້ອນ​ໆຄວນ​ເຮັດ​ຄວາມ​ສະ​ອາດ​ໃນ​ທັນ​ທີເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຍ່ຽວຊຶມ​ເລິກ​ເຂົ້າໄປ​ເຖິງ​ຊັ້ນ​ໃນບ່ອນນ​ອນຫລັກ​ການ​ງ່າຍໆ ພຽງ​ແຕ່​ນຳ​ເອົາ​ຜ້າ​ເຊັດ​ໂຕ​ໜາໆຜືນ​ທີ່​ບໍ່​ໃຊ້​ແລ້ວມາ​ຮອງ​ຊັບ​ເອົາ​ໄວ້​ບໍລິເວນ​ນັ້ນ​ພ້ອມ​ຮອງ​ອີກ1ຊັ້ນ​ດ້ວຍ​ເຈ້ຍອານາໄມ​ແບບ​ໜາເປັນ​ການ​ປ້ອງ​ກັນ​ເບື້ອງ​ຕົ້ນ​ເພື່ອ​ໃຫ້​ບ່ອນນ​ອນ​ບໍ່​ປຽກ​ຈົນ​ເກີນໄປຫລັງ​ຈາກ​ເຊັດ​ຄາບ​ຍ່ຽວ​ອອກ​ໄປ​ໄດ້​ແລ້ວ​ບາງ​ສ່ວນໃຫ້​ໃຊ້​ຜ້າ​ຂົນ​ໜູ​ຜືນ  ​ໃໝ່​ຈຸ່ມ​ນ້ຳ​ໝາດໆວາງ​ທັບ​ລົງ​ໄປ​ທີ່​ຮອຍ​ຄາບເທ​ນ້ຳ​ລ້າ​ສະ​ອາດ​​ລົງ​ໄປ​ເທື່ອລະ​ນ້ອຍ  ແນະ​ນຳ​ວ່າ​ໃຫ້​ເລືອກ​ໃຊ້​ເປັນ​ນ້ຳ​ອຸ່ນ​ເພື່ອ​ຂ້າ​ເຊື້ອ​ໄປ​ໃນ​ໂຕຈາກ​ນັ້ນ​ຄ່ອຍ​ໆກົດ​ເຊັດຄາບ​ເຫລືອງ​ທີ່​ປາກົດ​ອອກ​ໄປ​ໃຫ້​ໄດ້​ຫລາຍ​ທີ່ສຸດຕາມ​ດ້ວຍ​ການ​ສີດ​ນ້ຳ​ສົ້ມ​ສາຍ​ຊູ​ສີດ​ພົມ​ລົງ​ໄປ​​ໃຫ້​ທົ່ວ(ໃຊ້​ຟອກ​ກີ້​ໃນ​ການ​ສີດ)ອາດຈະ​ປະສົມ​ນ້ຳ​ໜ້ອຍໜຶ່ງຖິ້ມ​ເອົາ​ໄວ້​ໄລຍະໜຶ່ງ ຈາກ​ນັ້ນ​ໂຮຍ​ດ້ວຍ​ແປ້ງ​ຝຸ່ນ​ທາ​ໂຕ​ຂອງ​ລູກ​ນ້ອຍຊຶ່ງ​ມີ​ສ່ວນ​ໃນ​ການ​ຊ່ວຍ​ດູດ​ຊັບ​ນ້ຳ​ແລະ​ມີ​ກິ່ນ​ຫອມບາງ​ຄົນ​ອາດຈະ​ໃຊ້​ເບກ​ກິງ​ໂຊ​ດາ​ໂຮຍ​ໄປ​ໃຫ້​ທົ່ວເປັນ​ການ​ກຳຈັດ​ກິ່ນ​ແລະ​ຂ້າ​ເຊື້ອ​ໄປ​ໃນ​ໂຕ

ຫລັງ​ຈາກ​ສຳເລັດ​​ຂະ​ບວນ​ການ​ດັ່ງ​ກ່າວ​ຂ້າງ​ຕົ້ນໃຫ້​ຖິ້ມ​ຜ້າ​ປູ​ບ່ອນນ​ອນ​ຫລື​ສ່ວນ​ຂອງ​ຜ້າ​ທີ່​ຖືກຍ່ຽວ​​ລູກ​ນ້ອຍ​ເອົາ​ໄວ້2-3ຊົ່ວ​ໂມງຖ້າມີ​ກິ່ນ​ຮຸນແຮງ​ໃຫ້​ຖິ້ມ​ໄວ້​ຂ້າມ​ມື້ກ່ອນ​ນຳ​ມາ​ຊັກ​ແລະ​ຂັດ​ຖູ​ບໍລິເວນ​ນັ້ນໆໃຫ້​ສະ​ອາດ​ໝົດນຳ​ໄປ​ຕາກ​ແດດ​ໃຫ້​ແຫ້ງ

ພຽງ​ເທົ່າ​ນີ້ກິ່ນ​ອັນ​​ບໍ່ປະສົງ​ກໍ​ຈະ​ຈາງ​ຫາຍ​ໄປຖ້າ​ກິ່ນ​ຍັງ​ຢູ່​ນຳ​ເລັກໜ້ອຍ​ໃຫ້​ເປີດ​ປ່ອງຢ້ຽມໃນ​ໄລຍະ​ຕອນສວາຍ​ຮັບ​ແສງ​ເພື່ອ​ກຳຈັດ​ເຊື້ອ​ພະຍາດບໍ່ດົນ​ບ່ອນນ​ອນ​ຂອງ​​ລູກກໍ​ຈະ​ກັບ​ມາ​ຫອມ​​ແລະ​ໃຊ້​ງານ​ໄດ້​ຕໍ່ໄປ​ແລ້ວ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...