spot_img
Home​ຂ່າວທ່ອງທ່ຽວຕາດເລາະທຳມະຊາດ ທີ່ສະຫວັນສັນສ້າງ

ຕາດເລາະທຳມະຊາດ ທີ່ສະຫວັນສັນສ້າງ

Published on


ຕາດເລາະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ທີ່ສວຍງາມແລະອາກາດບໍລິສຸດ ຕາມລຳນ້ຳເຊັດ ແມ່ນ້ຳໄຫຼໃສເຢັນ ໄຫຼຜ່ານສາມຕາດຄື ຕາດເຊັດ, ຕາດເລາະ ແລະຕາດຮັງ ປະສົມປະສານກັບຕົ້ນໄມ້ໃຫຍ່ທີ່ຂຽວສົດ ລຽບຕາມສອງຟາກຝັ່ງຂອງແມ່ນ້ຳ ແລະມີຄວາມສະຫງົບ ບັນຍາກາດໃນຍາມເຊົ້າທີ່ເຢັນສະບາຍ ສຽງນົກຮ້ອງ ແລະສຽງນ້ຳຕົກຕາດດັງລະງົມຢູ່ຕະຫຼອດເວລາ ໄດ້ເຮັດໃຫ້ຜູ້ມາຢ້ຽມຊົມສະຖານທີ່ແຫ່ງນີ້ ມີຄວາມປະທັບໃຈໃນບັນຍາກາດທຳມະຊາດ ເພື່ອໃຫ້ຜູ້ມາທ່ອງທ່ຽວໄດ້ສຳຜັດກັບທຳມະຊາດ ອັນບໍລິສຸດຢ່າງແທ້ຈິງ ທີ່ສະຖານທີ່ທ່ອງທ່ຽວແຫ່ງນີ້ຍັງມີຊ້າງ ມາຄອຍຮັບຕ້ອນທ່ານເຂົ້າໄປທ່ຽວຊົມທິວທັດ ແລະໄປສຳຜັດກັບຄວາມອຸດົມສົມບູນຂອງທຳມະຊາດ ຢູ່ໃນປ່າດົງພົງໄພ ນອກຈາກທ່ຽວຊົມທຳມະຊາດແລ້ວ ຕາດເລາະຍັງມີຮ້ານອາຫານທີ່ມີຮູບແບບສະຖາປະນິກ ພ້ອມກັບການບໍລິການແບບລາວແທ້ໆ ໂດຍມີຮອຍຍິ້ມ ແລະຄວາມອ່ອນນ້ອມຢູ່ຕະຫຼອດເວລາ ສ້າງຄວາມປະທັບໃຈແກ່ແຂກຜູ້ມາໃຊ້ບໍລິການ ນອກຈາກນີ້ຍັງມີອາຫານລາວ, ອາຫານຫວຽດ, ອາຫານໄທ, ອາຫານຈີນ ແລະອາຫານເອີຣົບ ໄວ້ໃຫ້ແຂກໄດ້ເລືອກລິ້ມລອງລົດຊາດ ໄດ້ຕາມໃຈມັກ ພ້ອມເຄື່ອງດື່ມຫຼາກຫຼາຍຊະນິດໄວ້ ຄອຍບໍລິການເມື່ອທ່ານໄດ້ຊິມລົດຊາດອາຫານ ທີ່ທ່ານຕ້ອງການແລ້ວ ທ່ານຢາກນອນພັກຜ່ອນ ຮັບອາກາດອັນບໍລິສຸດຢູ່ບໍລິເວນດັ່ງກ່າວ ກໍຍັງມີເຮືອນພັກໄວ້ບໍລິການທ່ານ.
ສະເໜ່ແທ້ໆ ຂອງຕາດເລາະດ້ານໜຶ່ງນັ້ນແມ່ນບ້ານປະຊາຊົນ ທີ່ຢູ່ທາງດ້ານລຸ່ມຂອງຕາດ ເປັນຊຸມຊົນທີ່ໜ້າຮັກໃຊ້ຊີວິດກັບຮອຍຍິ້ມ ມີເຮືອນພັກຮັບນັກທ່ອງທ່ຽວລາຄາຖືກ ອາຫານກໍບໍ່ແພງ ວິວນ້ຳກໍງາມ ເຮັດໃຫ້ເປັນທີ່ພັກຜ່ອນຢູ່ຫຼາຍວັນ. ສ່ວນກະໂຕນ້ຳຕົກຕາດນັ້ນກໍຄືທີ່ເຫັນໃນຮູບ ເປັນນ້ຳຕົກຕາດທີ່ສາມາດລົງຫຼິ້ນນ້ຳໄດ້ ບໍ່ແມ່ນນ້ຳຕົກຕາດສູງເລິກເຫວຊັນຄືຕາດອື່ນໆ ດັ່ງນັ້ນ ຖ້າໃຜມາທ່ຽວໃນຍາມຮ້ອນ ຄົງຈະໄດ້ຫຼິ້ນນ້ຳຢ່າງສົມໃຈ ແລະນ້ຳກໍຕື້ນແລະສົດໃສ ເປັນຕາລົງລອຍຫຼິ້ນອິຫຼີ.

ຮູບຖ່າຍໂດຍ: ນ້ອຍ ໃສຫຼ້າຄຳ

ບົດຄວາມຫຼ້າສຸດ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025. ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025...

ຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

ຍທຂ ຊີ້ແຈງ ເສັ້ນທາງເປ່ເພ ຍ້ອນກໍ່ສ້າງມາດົນ ນຳໃຊ້ມາດົນ ງົບປະມານທີ່ນຳໃຊ້ໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ...