spot_img
Homeຂ່າວຕ່າງປະເທດແຕ່ງງານໝູ່ 3800 ຄູ່

ແຕ່ງງານໝູ່ 3800 ຄູ່

Published on

ແຕ່ງງານໝູ່ 3800 ຄູ່

ແຕ່ງງ

ເມື່ອວັນອັງຄານ ທີ 3 ມີນາ ທີ່ຜ່ານມາ ຢູ່ທີ່ບ່ອນທໍາການໃຫຍ່ຂອງໂບສຖ໌ ແຫ່ງຄວາມເປັນອັນໜຶ່ງອັນດຽວກັນ ຊຶ່ງກໍ່ຕັ້ງໂດຍນັກບວດຊັນ ມຽງ ມູນ ຊາວເກົາຫຼີໃຕ້ ຈັດພິທີ ແຕ່ງງານໝູ່ 3800 ຄູ່ ພາຍໃນສະໜາມກິລາ ແຖວຊານກຸງໂຊລ ຖືເປັນການຈັດງານແຕ່ງໝູ່ຄັ້ງທີ່ 3 ນັບຕັ້ງແຕ່ ບາທຫຼວງຊັນມຽງມູນ ເສຍຊີວິດ ຈາກການປ່ວຍປອດບວມ ດ້ວຍອາຍຸ 92ປີ ເມື່ອ ເດືອນ ກັນຍາ ປີ 2012

ພິທີແຕ່ງງານໝູ່ຄັັ້ງນີ້ ນາງ ຮັກ ຈາ ຮານ ພັນລະຍາຂອງບາທຫຼວງ ຊັນມຽງມູນ ອາຍຸ72ປີ ດໍາເນີນ ການແທນ ສືບຕໍ່ອຸດົມການຂອງສາມີ ຊຶ່ງຈັດງານສົມລົດໝູ່ ເກືອບທຸກປີຕັ້ງແຕ່ຊ່ວງຕົ້ນທົດສະວັດປີ1960 ໂດຍຊ່ວງປີທໍາອິດຈະມີຄູ່ແຕ່ງງານບໍ່ພໍ່ເທົ່າໃດຄູ່ ແລະ ເພີ່ມຂຶ້ນເລື່ອຍໆຈົນເຖີງ 3000 ຄູ່ໃນປີ 1997 ແລະ ອີກ 21000 ຄູ່ໃນປີ 1999, ຄູ່ແຕ່ງງານສ່ວນໃຫຍ່ເປັນກຸ່ມຄົນໜຸ່ມສາວຫຼາຍຄູ່ເປັນຊາວຕ່າງຊາດ ຕ່າງວັດທະນາທໍາ.

ແຕ່ງ

ແຕ່ງງານ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...