Homeຂ່າວຕ່າງປະເທດອິນ​ເດຍ​ສອບ​ລັດ​ທິ​ປະ​ຫລາດ ຕົ້ມ​ຜູ້​ຊາຍ​ 400 ກ່​ວາ​ຄົນ ​ໄປຕັດ​ອັນ​ທະ ເພື່ອ​ໃກ້​ຊິດ​ພະ​ເຈົ້າ!

ອິນ​ເດຍ​ສອບ​ລັດ​ທິ​ປະ​ຫລາດ ຕົ້ມ​ຜູ້​ຊາຍ​ 400 ກ່​ວາ​ຄົນ ​ໄປຕັດ​ອັນ​ທະ ເພື່ອ​ໃກ້​ຊິດ​ພະ​ເຈົ້າ!

Published on

Insdn_t

ອິນ​ເດຍ​ສອບ​ສວນ​ລັດ​ທິ​ປະ​ຫລາດ ຫລອກ​ລວງ​ໃຫ້​ຜູ້​ຊາຍ​ສາ​ວົກ​ລັດ​ທິ ໄປ​ຕັດ​ອັນ​ທະ​ຕົນ​ເອງ​ຖິ້ມ ເຊື່ອ​ວ່າ​ຈະ​ເຮັດ​ໃຫ້​ໃກ້​ຊິດ​ພະ​ເຈົ້າ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 2 ມີ​ນາ​ຜ່ານ​ມາ​ນີ້​ວ່າ ອິນ​ເດຍ​ເລັ່ງ​ສືບ​ສວນ​ລັດ​ທິ​ແປກ​ປະ​ຫລາດ ທີ່​ຫລອກ​ລວງ​ໃຫ້​ຜູ້​ຊາຍ​ທີ່​ນັບ​ຖື​ລັດ​ທິ​ດັ່ງ​ກ່າວ ຫລາຍ​ກ່​ວາ 400 ຄົນ ໄປ​ຕັດ​ອັນ​ທະ​ຂອງ​ຕົນ​ເອງ​ຖິ້ມ ຍ້ອນ​ເຊື່ອ​ວ່າ​ເຮັດ​ແລ້ວ​ຈະ​ສາ​ມາດ​ໃກ້​ຊິດ​ກັບ​ພະ​ເຈົ້າ​ຫລາຍ​ຂຶ້ນ.  ລັດ​ທິ​ດັ່ງ​ກ່າວ​ນີ້ ແມ່ນ​ມີ ທ້າວ ກຸ​ຣະ​ມິດ ຣາມ ຣາ​ຮຳ ຊິງ ນັກ​ສະ​ແດງ​ຊາວ​ອິນ​ເດຍ ທີ່​ຕັ້ງ​ລັດ​ທິ​ດັ່ງ​ກ່າວ​ນີ້​ຂຶ້ນໂດຍ​ໃສ່​ຊື່​ວ່າ ​ເທ​ຣະ ສາ​ຊາ ຊາອຸ​ດາ ໂດຍ​ໄດ້​ຫລອກ​ລວງ​ໃຫ້​ຜູ້​ຊາຍ​ຫລາຍ​ກ່​ວາ 400 ຄົນ ເຊິ່ງ​ເປັນ​ສະ​ມາ​ຊິກ​ຂອງ​ລັດ​ທິ ເຂົ້າ​ຮ​ັບ​ການ​ຜ່າ​ຕັດ​ເອົາ​ອັນ​ທະ​ອອກ ອ້າງວ່າ​ເຮັດ​ແລ້ວ​ຈະ​ໃກ້​ຊິດ​ກັບ​ພະ​ເຈົ້າຫລາຍ​ຂຶ້ນ ໂດຍ​ເກືອ​ບ​ທັງ​ໝົດ​ແມ່ນ​ເຂົ້າ​ຮັບ​ການ​ຜ່າ​ຕັດ ຢູ່​ໃນ​ໂຮງ​ໝໍ​ທີ່​ເຂົາ​ເອງ​ເປັນ​ເຈົ້າ​ຂອງ ສ້າງ​ລາຍ​ໄດ້​ໃຫ້​ເຈົ້າ​ຂອງ​ລັດ​ທິ​ດັ່ງ​ກາວ​ຢ່າງ​ມະ​ຫາ​ສານ.

ຢ່າງ​ໃດ​ກໍ​ຕາມ ລັດ​ທິ​ດັ່ງ​ກ່າວ​ນີ້ຖືກ​ຕັ້ງ​ຂຶ້ນ​ມາ​ຫລາຍ​ກ່​ວາ 15 ປີ​ແລ້ວ ແຕ່​ຫາ​ກໍ​ມີ​ຄົນ​ອອກ​ມາ​ເວົ້າ​ເຖິງ​ກໍ​ລະ​ນີ​ດັ່ງ​ກ່າວ ເນື່ອງ​ຈາກ​ເຮັດ​ໄປ​ແລ້ວ​ຮູ້​ສຶກ​ວ່າ​ຕົນ​ເອງ​ຖືກ​ຕົວະ​ຕົ້ມ ເຮັດ​ໃຫ້​ທາງ​ການ​ອິນ​ເດຍ​ເອງ ກໍ​ໄດ້​ເຂົ້າ​ມາ​ສືບ​ສວນ​ເລື່ອງ​ດັ່ງ​ກ່າວ​ນີ້​ຢ່າງ​ລະ​ອຽດ​ແລ້ວ.

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...