spot_img
Homeຂ່າວພາຍ​ໃນປັບ​ຫລຸດລາ​ຄານ້ຳ­ມັນ​​ຄັ້ງ​ທີ 5 ຂອງ​ປີ​ນີ້ ລົງ​ຕື່ມອີກເກືອບ 200 ກີບ!

ປັບ​ຫລຸດລາ​ຄານ້ຳ­ມັນ​​ຄັ້ງ​ທີ 5 ຂອງ​ປີ​ນີ້ ລົງ​ຕື່ມອີກເກືອບ 200 ກີບ!

Published on

599d684db5dcdab9ffd4273e1b60795c

ບ້ານ​ເຮົາ​ໃນ​ຖາ­ນະ​ຜູ້­ນຳ​ເຂົ້າ​ນ້ຳມັນ​ຍັງ​ສືບ­ຕໍ່​ປັບ​ລາ­ຄາ​ລົງ​ຕາມ​ ສະ­ພາບການ​ຊື້-ຂາຍ​ຕົວ​ຈິງ​ໃນ​ຕະ­ຫຼາດ​ໂລກ ໂດຍ​ຊຸດ​ນີ້​ລົງ​ເກືອບ 200 ກີບ​ຕໍ່​ລິດ ແນ່­ນອນ​ເປັນ​ຜົນ​ດີ​ຕໍ່​ຕົ້ນ​ທຶນ​ການ​ຜະ­ລິດ​ລະ­ດູ­ແລ້ງ​ນີ້​ຂອງ​ຊາວ​ ກະ­ສິ­ກອນ ແລະ ບັນ­ດາ ນັກ​ຂັບ​ຂີ່​ສາ­ມາດ​ປະ­ຢັດ​ຮ່ວງ​ເງິນ​ຊື້​ນ້ຳມັນ​ໄດ້​ຫຼາຍ​ຂຶ້ນ.

ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໄດ້​ສືບ­ຕໍ່​ປັບ​ຫຼຸດ​ລາ­ຄາ​ນ້ຳ­ມັນ​ຂາຍ­ຍ່ອຍໜ້າ​ປ້ຳ​ນັບ​ແຕ່​ເຊົ້າ​ມື້­ນີ້ (27 ກຸມ­ພາ) 6:00 ໂມງ​ເປັນ­ຕົ້ນ​ໄປ ຊຶ່ງ​ແອັດ​ຊັງ​ລົງ 180 ກີບ​ຕໍ່​ລິດ ແລະ ກາ​ຊວນ 160 ກີບ, ສັງລວມ​ແລ້ວ​ລາ­ຄາ​ນ້ຳ­ມັນ​ບ້ານ​ເຮົາ​ນັບ​ແຕ່ ກ້າວ​ເຂົ້າ 2015 ລັດ­ຖະ­ບານ​ໄດ້​ປະ­ກາດ ປັບ​ປ່ຽນ​ລວມ​ທັງ​ໝົດ 5 ຄັ້ງ ຊຶ່ງ​ແອັດຊັງ​ຫຼຸດ​ລົງ​ເຖິງ 1.220 ກີບ ຂະ­ນະ​ທີ່​ກາຊວນ​ກໍ​ລົງ​ມາ​ຢູ່​ໃນ 1.020 ກີບ.

ຕາມ​ແຈ້ງ​ການ​ສະ­ບັບ​ໃໝ່​ຫຼ້າ​ສຸດ​ທີ່​ອອກ​ໂດຍ​ທ່ານ ບຸນ​ມີ ມະ­ນີ​ວົງ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ສະ­ບັບ​ເລກ​ທີ 0389/ອຄ.ຄພນ​ລົງ​ວັນ​ທີ 26 ກຸມ­ພາ 2015, ສຳ­ລັບ​ລາ­ຄາ​ນ້ຳ­ມັນ​ຢູ່​ນະ­ຄອນ ຫຼວງ​ວຽງ​ຈັນ​ແອັດ​ຊັງ​ທຳ​ມະ​ດາ​ຫຼຸດລົງ​ໄດ້​ຫຼຸດ​ລົງ​ຈາກ​ຄັ້ງ​ຜ່ານ​ກ່ອນ 8.380 ເປັນ 8.200 ກີບ, ກາ​ຊວນ​ລົງ​ຈາກ 7.400 ກີບ​ມາ​ຢູ່ 7.220 ກີບ ແລະ ແອັດ ຊັງ​ພິ­ເສດ​ຂາຍ​ໃນ​ລາ­ຄາ 9.390 ກີບ.

ສ່ວນ​ແຂວງ​ຄຳ​ມ່ວນ​ແອັດ​ຊັງ​ພິ­ເສດ​ຢູ່ 9.420 ກີບ, ທຳ​ມະ​ດາ 8.230 ກີບ, ລາ­ຄາ​ກາ​ຊວນ 7.240 ກີບ​ຕໍ່​ລິດ, ແຂວງ ສະ­ຫວັນ​ນະ​ເຂດ ແອັດ​ຊັງ​ພິ­ເສດ 9.450 ກີບ, ທຳ​ມະ​ດາ 8.230 ກີບ ແລະ ນ້ຳ­ມັນ ກາ​ຊວນ​ຖືກ​ລິດ​ລະ 7.240 ກີບ.

ໃນ​ເວ­ລາ​ດຽວ​ກັນ​ຢູ່​ແຂວງ​ຈຳ­ປາ​ສັກ ແອັດ​ຊັງ​ພິ­ເສດ​ຕົກ​ຢູ່ 9.470 ກີບ​ຕໍ່​ລິດ, ທຳ​ມະ​ດາ 8.240 ກີບ, ກາ​ຊວນ​ຄິດ​ເປັນລິດ​ລະ 7.270 ກີບ, ຂະ­ນະ​ທີ່​ພາກ​ເໜືອບໍ່​ມີ​ແອັດ​ຊັງ​ພິ­ເສດ ແຕ່​ແອັດ​ຊັງ​ທຳ​ມະ​ດາຢູ່​ແຂວງ​ບໍ່​ແກ້ວ​ຂາຍ​ທີ່ 8.300 ກີບ, ກາຊວນ 7.310 ກີບ ແລະ ແຂວງ​ຊຽງ​ຂວາງ 8.410 ກີບ​ສຳ­ລັບ​ແອັດ​ຊັງ​ທຳ​ມະ​ດາ, ກາ​ຊວນ​ລິດ​ໜຶ່ງ 7.430 ກີບ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...