spot_img
Homeຂ່າວພາຍ​ໃນມີ 107 ກວ່າກິດຈະການ ຂຸດຄົ້ນບໍ່ແຮ່ຢູ່ລາວ ໃນ​ປັດ​ຈຸ​ບັນ

ມີ 107 ກວ່າກິດຈະການ ຂຸດຄົ້ນບໍ່ແຮ່ຢູ່ລາວ ໃນ​ປັດ​ຈຸ​ບັນ

Published on

mining

ຕາມບົດລາຍງານຂອງກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ມາຮອດ ປັດຈຸບັນໄດ້ອະນຸຍາດໃຫ້ບໍລິສັດຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ້ເຂົ້າມາ ລົງທຶນໃນລາວແລ້ວ 69 ບໍລິສັດ, ມີ 107 ກິດຈະການ, ໃນນັ້ນສະ ເພາະ 50 ບໍລິສັດແມ່ນພວມດຳເນີນການຂຸດຄົ້ນ ແລະ ຜະລິດແຮ່ທາດແລ້ວ ເຊັ່ນ: ຄຳ, ທອງ, ຖານຫີນ, ກົວ, ເກືອກາລີ, ຫີນ ກາວ ແລະ ອື່ນໆ, ສ່ວນອີກ 19 ບໍລິສັດແມ່ນ ກຳລັງກະກຽມ ເງື່ອນໄຂຕ່າງໆ ເພື່ອຈະເຂົ້າຮ່ວມຂຸດຄົ້ນ ແລະ ຜະລິດ, ເພື່ອໃຫ້ ເຮັດໃຫ້ການຄຸ້ມຄອງກິດກະການບໍ່ແຮ່ມີຄວາມຮັດກຸມ ແລະ ທັງເປັນການກະ ຕຸກຊຸກຍູ້ໃຫ້ບໍ່ລິສັດທີ່ມີສັດຍາ ແລ້ວ, ຮີບຮ້ອນປະຕິບັດຕາມສັນຍາ, ທາງຂະແໜງກ່ຽວຂ້ອງໄດ້ເຮັດການກວດ ກາປະ ເມີນຜົນບັນດາກິດຈະການ, ໂດຍການນຳໃຊ້ 7 ຫຼັກການພື້ນຖານ, ເພື່ອຈັດແບ່ງປະເພດໂຄງການ, ມາຮອດປັດຈຸບັນສາມາດ ຕີ​ລາຄາໄດ້ແລ້ວຫຼາຍ ກວ່າ 50 ບໍລິສັດ, ສ່ວນຍັງ ເຫຼືອແມ່ນກຳລັງດຳເນີນການກວດກາເພື່ອໃຫ້ສຳເລັດຕາມແຜນ ການທີ່ວາງໄວ້.

ບົດລາຍງານໃຫ້ຮູ້ອີກວ່າ: ການຂະຫຍາຍຕົວຂອງຂະແໜງບໍ່ແຮ່ໃນສົກປີ 2011-2012 ເພື່ມຂຶ້ນ 5,999%, ສົກປີ 2012-2013 ເພີ່ມຂຶ້ນ 7,98% ແລະ ສົກປີ 2013-2014 ລວມຍອດການຜະລິດປະຕິບັດໄດ້ຫຼາຍກວ່າ13.139 ຕື້ບກີບ, ທຽບໃສ່ປີກ່ອນການຂະຫຍາຍຕົວຫຼຸດລົງ 8,76%, ຍ້ອນລາຄາແຮ່ຢູ່ຕະຫຼາດໂລກຫຼຸດລົງ, ໂດຍສະເພາະ ແມ່ນແຮ່ຄຳ, ໂປຕາດ ແລະ ແຮ່ທອງເປັນຕົ້ນ, ພ້ອມຍັງໄດ້ຢຸດເຊົ້າການຂຸດຄົ້ນ ແຮ່ຄຳເຊໂປນ ແລະ ຖ່ານຫີນວຽງພູຄາ, ສ່ວນຜະລິດຕະພັນໃໝ່ທີ່ຈະກ້າວເຂົ້າສູ່ການຂຸດຄົ້ນແມ່ນຍັງມີໜ້ອຍ.

 

ແຫລ່ງ​ຂ່າວ: ລາ​ວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...