spot_img
Homeຂ່າວຕ່າງປະເທດກຸ່ມ​ IS ບຸກ​ໂຈມ​ຕີ​ຫລາຍ​ບ້ານ​ໃນ​ຊີ​ເຣຍ ລັກ​ພາ​ຕົວ​ຊາວ​ຄ​ຣິດ​ໄປ ປະ​ມານ 90 ຄົນ

ກຸ່ມ​ IS ບຸກ​ໂຈມ​ຕີ​ຫລາຍ​ບ້ານ​ໃນ​ຊີ​ເຣຍ ລັກ​ພາ​ຕົວ​ຊາວ​ຄ​ຣິດ​ໄປ ປະ​ມານ 90 ຄົນ

Published on

EyWwB5WU57MYnKOuFqOftrGHe8e8HqbhQ3W6agkkC1NZNWe3dK0hUm

ກຸ່ມ​ລັດ​ອິດ​ສະ​ລາມ ບຸກ​ໂຈມ​ຕີ​ຫລາຍ​ບ້ານ​ໃນ​ຊີ​ເຣຍ ລັກ​ພາ​ຕົວ​ຊາວ​ຄ​ຣິດ​ໄປ​ປະ​ມານ 90 ຄົນ ໂດຍ​ຍັງ​ບໍ່​ທັນ​ຮູ້​ສາ​ເຫດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 25 ກຸມ​ພາ​ນີ້​ວ່າ ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ໄດ້​ບຸກ​ໂຈມ​ຕີ​ບັນ​ດາ​ບ້ານ​ຫລາຍ​ແຫ່ງ ໃກ້​ກັບ​ເມືອງ ທັນ ທາ​ມາ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ ແລະ ລັກ​ພາ​ຕົວ​ຊົນ​ກຸ່ມ​ນ້ອຍ​ຊາວ​ອັດ​ຊີ​ເຣຍ ເຊິ່ງ​ນັບ​ຖື​ສາ​ສະ​ໜາ​ຄ​ຣິດ ທັງ​ຜູ້​ຊາຍ ແລະ ຜູ້ຍິງ ຕະ​ຫລອດ​ຮອດ​ເດັກ​ນ້ອຍ ໄປ​ຢ່າງ​ໜ້ອຍ​ປະ​ມານ 90 ຄົນ, ໃນ​ຂະ​ນະ​ທີ່​ຊາວ​ອັດ​ຊີ​ເຣຍ​ບາງ​ສ່ວນ ຕ້ອງ​ໄດ້​ອົບ​ພະ​ຍົບ​ໜີ​ໄປ​ຍັງ​ເມືອງ​ຮັດ​ຊາ​ຄາ ທາງ​ພາກ​ຕາ​ເວັນ​ອອກ ເຊິ່ງ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຊາວເຄີດ.

 

 

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...