ເທຍ໌ເລີຣ໌ ສວິຟຕ໌! ຄວ້າລາງວັນສິນລະປິນ ສ້າງຍອດຂາຍສູງສຸດໃນໂລກ

ເທຍ໌ເລີຣ໌ ສວິຟຕ໌! ຄວ້າລາງວັນສິນລະປິນ ສ້າງຍອດຂາຍສູງສຸດໃນໂລກ

 

973037

ເທຍ໌ເລີຣ໌ ສວິຟຕ໌ ນັກຮ້ອງສາວຊາວອາເມລິກັນ ຄວ້າລາງວັນສິນລະປິນ ທີ່ມີຍອດຂາຍສູງທີ່ສຸດໃນໂລກປະຈໍາປີ 2014 ເຖີງແມ່ນຄົນໃນວົງການເພງຈະອອກມາບອກວ່າ ເພງປະກອບພາບພະຍົນເລື່ອງ “ໂຟຣເຊັນ” ນ່າຈະມີຍອດຂາຍແຊງໜ້າສາວເທຍ໌ເລີຣ໌ ກໍ່ຕາມ

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອຣ໌ກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 24ກຸມພາ 2015​ ວ່າ ສະຫະພັນ ຜູ້ຜະລິດສິ່ງບັນທຶກສຽງລະຫວ່າງປະເທດ (ໄອເອຟພີໄອ) ຖະແຫຼງວ່ານັກຮ້ອງສາວຊາວອາເມລິກັນ ເທຍ໌ເລີຣ໌ ສວິຟຕ໌ ເປັນສິນລະປິນທີ່ສ້າງຍອດຂາຍສູງສຸດໃນໂລກ ປະຈໍາປີ2014 ຫຼັງຈາກການຄໍານວນຍອດຂາຍທັງຈາກແຜນ ຊີດີ, ດາວໂຫຼດ ແລະ ການຟັງຜ່ານສະຕຣີມມິ່ງ

ທັ່ງນີ້ ເພັງຂອງ ສວິຟຕ໌ ໄດ້ຂຶ້ນອັນດັບຕິດຊາຣ໌ທເພງ ໃນສະຫະລັດເມື່ອປາຍປີທີ່ແລ້ວ ລວມທັງຍັງຕິດ 1​ໃນ 5 ອັບດັບຊາຣ໌ທເພງ ໃນເຢຍລະມັນ ຢີ່ປຸ່ນ ແລະ ອັງກິດ ຊຶ່ງລ້ວນແລ້ວແຕ່ເປັນຕະຫຼາດເພງທີ່ໃຫຍ່ທີ່ສຸດຂອງໂລກ ຢ່າງໃດກໍ່ຕາມ ໄອເອຟພີໄອ ເຜີຍວ່າ ເພງປະກອບພາບພະຍົນເລື່ອງ “ໂຟຣເຊັນ” ທີ່ປະສົບຄວາມສໍາເລັດຢ່າງຖະຫຼົ່ມທະລາຍ ນ່າຈະສ້າງຍອດຂາຍໄດ້ຫຼາຍກວ່າ ເພງຂອງ ເທຍ໌ເລີຣ໌ ສວິຟຕ໌ຂະນະທີ່ ໄອເອຟພີໄອ ບໍ່ໄດ້ເປີດເຜີຍໂຕເລກຍອດຂາຍທີ່ແນ່ນອນອອກມາ ແຕ່ກໍ່ໄດ້ເຮັດການຈັດອັນດັບສິນລະປິນ ທີ່ມີຜົນງານຍອດນິຍົມອອກມາ

ສ່ວນອັນດັບ 2 ຕົກເປັນຂອງວົງບອຍແບນດ໌ຈາກເກາະອັງກິດ “ວັນໄດເຣ໊ດຊັ່ນ” ທີ່ເຄີຍຄອງຕໍາແໜ່ງອັນດັບ 1 ເມື່ອປີ2013 ຕາມຫຼັງມາດ້ວຍ “ເອ໊ດ ຊິແຣນ” ນັກຮ້ອງ ແລະ ນັກແຕ່ງເພງຊາວອັງກິດ ຢູ່ໃນອັນດັບທີ່ 3 ວົງໂຄລດ໌ເພລຍ໌ອັນດັບທີ່ 4 ວົງເອຊິດິຊິເປັນອັນດັບ 5 ແລະ ໄມເຄີລ ແຈ໊ກສັນ ຢູ່ໃນອັນດັບທີ່ 6 ເຖິງແມ່ນວ່າລາຊາເພງປ໊ອປຜູ້ນີ້ຈະຈາກໂລກໄປແລ້ວ ຕັ້ງແຕ່ປີ 2009 ກໍ່ຕາມ

ອັນລະບໍ້າ “1989” ຂອງ ສຕິຟຕ໌ ທີ່ອອກວາງຈໍາໜ່າຍເມື່ອປີທີ່ແລ້ວ ສ້າງຍອດຂາຍໄປໄດ້ 1.2 ລ້ານແຜ່ນໃນເວລາພຽງ 1 ອາທິດທໍາອິດ ທີ່ວາງຂາຍໃນສະຫະລັດ, ເຊິ່ງຫຼາຍທີ່ສຸດນັບຕັ້ງແຕ່ ເອ໊ມມິເນ໊ມ ແຮ໊ປເປີຣ໌ ໜຸ່ມຊາວອາເມລິກັນ ອັນລະບໍ້າ “ເດິ ເອ໊ມມິເນ໊ມ ໂຊວ໌” ເມື່ອປີ2002

ການທີ່ເພງ ຂອງ ເທຍ໌ເລີຣ໌ ສວິຟຕ໌ ຕິດອັນດັບ ມີຜົນມາຈາກການໃຫ້ບໍລິການຟັງເພງຜ່ານທາງລະບົບສະຕຣີມມິ່ງ ຊຶ່ງເມື່ອປີທີ່ແລ້ວສາວ ສວິຟຕ໌ ໄດ້ຖອດເພງຂອງລາວອອກຈາກ ສະປໍຕິຟາຍ ຜູ້ໃຫ້ບໍລິການຟັງເພງ ສະຕຣີມມິ່ງ ສັນຊາດສະວິເດນ ພ້ອມກັບອອກມາຮຽກຮ້ອງໃຫ້ບໍລິສັດເພີ່ມເງິນຄ່າຕອບແທນສິນລະປິນຫຼາຍກວ່າເກົ່າ

973038