spot_img
Homeຂ່າວພາຍ​ໃນ“ຫົງ” ກຣິດ! ຕໍຣ໌ເຣສກັບແອນຟິລດ໌ຫຼິ້ນເກັມອໍາລາ “ເຈີດ”

“ຫົງ” ກຣິດ! ຕໍຣ໌ເຣສກັບແອນຟິລດ໌ຫຼິ້ນເກັມອໍາລາ “ເຈີດ”

Published on

“ຫົງ” ກຣິດ! ຕໍຣ໌ເຣສກັບແອນຟິລດ໌ຫຼິ້ນເກັມອໍາລາ “ເຈີດ”

Liverpool's English midfielder Steven Ge

ສາວົກ “ເດິຄ໊ອບ” ຄິດຮອດຂ້ອຍບໍ່! ເຟຣ໌ນານໂດ ຕໍຣ໌ເຣສ ອະດີດດາວຍິງ ຈອມລີລາ ກຽມກັບຄືນຖິ່ນ ແອນຟິລດ໌ ບ້ານເກົ່າອີກຄັ້ງ ເພື່ອລົງຫຼິ້ນເກັມ ເທສຕິໂມເນຍລ໌ ແມ໊ຊຂອງ ສະຕິເວັນເຈີຣ໌ຣາຣ໌ດ ກັບຕັນທີມ ລີເວີຣ໌ພູລ ຊ່ວງປາຍເດືອນ ມີນາ ນີ້.

ເຟຣ໌ນານໂດ ຕໍຣ໌ເຣສ ອະດີດສູນໜ້າຄົນເກັ່ງຂອງ ລີເວີຣ໌ພູລ ຍັກໃຫຍ່ແຫ່ງສຶກພຣີເມຍລີກ ອັງກິດ ກຽມກັບມາທີ່ ແອນຟິລດ໌ ອີກຄັ້ງ ເພື່ອລົງສະໜາມໃນເກັມອໍາລາ “ຫົງແດງ” ຂອງ ສະຕີເວັນ ຈີຣ໌ຣາຣ໌ດ ກອງກາງກັບຕັນຂວັນໃຈ “ເດິຄອບ” ໃນຊ່ວງທ້າຍເດືອນ ມີນານີ້. ຈາກລາຍງານຂອງ ອາສ ໜັງສືພີມກິລາຊື່ດັງຂອງແດນກະທິງດຸ ເມື່ອວັນ ອາທິດ 22 ກຸມພາທີ່ຜ່ານມາ.

ມິດຟິລດ໌ໄວ 34 ປີ ກຽມຍ້າຍໄປຢູ່ກັບ ລອສແອງເຈລິສ ແກແລັກຊີ່ ສະໂມສອນໃນສຶກ ເມເຈີຣ໌ລີກ ຊອກເກີຣ໌ ສະຫະລັດອາເມລິກາ (ເອ໊ມແອລເອສ) ຫຼັງຈາກຈົບລະດູການນີ້ໂດຍມີລາຍງານວ່າ ດາວຍິງ ແອຕເລຕິິໂກ ມາດຣິດ ຈະມາຮ່ວມລົງແຂ່ງໃນເກັມເທສຕີໂມເນຍລ໌ແມຊ ອໍາລາ ລີເວີຣ໌ພູລ ຂອງ “ສະຕິວີ່ຈີ” ໃນວັນອາທິດທີ29 ມີນາ 2015 ນີ້. ໂດຍນອກຈາກ “ເອລນິນໂຢ່” ແລ້ວ ອາດີດ ເພື່ອນຮ່ວມທັບຂອງ ເຈີຣ໌ຣາຣ໌ດ ທັງ ຫຼຸຍສ໌ ຊົວເຣຊ, ຣາເວຍຣ໌ ມາສເຄຣາໂນ່, ໂຈເຊ່ ເຣນ່າ ແລະ ຊາບີ ອະລອນໂຊ່ ກໍ່ຈະມາຮ່ວມງານນີ້ດ້ວຍ.

ຢ່າງໃດກໍ່ຕາມ ຍັງບໍ່ມີໃຜກະລັງຕີໄດ້ວ່າ ຕໍຣ໌ເຣສ ຈະໄດ້ຮັບການຕອນຮັບທີ່ດີຈາກສາວົກ “ເດິຄອບ” ຫຼືບໍ່ ເນື່ອງຈາກເຄີຍທໍາລາຍຈິດໃຈດ້ວຍການອໍາລາຖິນ ແອນຟິລດ໌ ໄປຢູ່ກັບ ເຊລຊີ ຄູ່ປັບຮ່ວມລີກ ດ້ວຍຄ່າໂຕ 50 ລ້ານປອນດ໌ ເມື່ອເດືອນ ມັງກອນ ປີ2011 ນັ້ນເອງ.

096torres_468x494

 

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...