Homeຂ່າວຕ່າງປະເທດໄທ​ຍຶດ​ຊັບ​ສິນ​ເຈົ້າ​ອາ​ວາດ ວັດ​ພະ​ທຳ​ມະ​ກາຍ ເພາະໄດ້​ມາ​ຍ້ອນ​ການ​ສໍ້​ໂກງ!

ໄທ​ຍຶດ​ຊັບ​ສິນ​ເຈົ້າ​ອາ​ວາດ ວັດ​ພະ​ທຳ​ມະ​ກາຍ ເພາະໄດ້​ມາ​ຍ້ອນ​ການ​ສໍ້​ໂກງ!

Published on

ธรรมกาย500
​ວັດ​ພະ​ທຳ​ມະ​ກາຍ ປະ​ເທດ​ໄທ

ທາງ​ການ​ໄທ ມີ​ມະ​ຕິ​ຍຶດ​ຊັບ​ສິນ​ຂອງ​ພະ​ທຳ​ມະ​ໄຊ​ໂຍ ເຈົ້າ​ອາ​ວາດ​ວັດ​ພະ​ທຳ​ມະ​ກາຍ ພ້ອມ​ກຽມ​ກວດ​ສອບ​ພະ​ລູກວັດ​ອື່ນໆ ສົງ​ໄສ​ວັດເປັນ​ແຫລ່ງ​ຟອກ​ເງິນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ທ່ານ ໄພ​ບູນ ນິ​ຕິ​ຕະ​ວັນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຕິ​ຮູບແນວ​ທາງ ແລະ ມາດ​ຕະ​ການ​ປົກ​ປ້ອງ​ພິ​ທັກ​ກິດ​ຈະ​ການ​ພະ​ພຸດ​ທະ​ສາ​ສະ​ໜາ ສະ​ພາ​ປ​ະ​ຕິ​ຮູບ​ແຫ່ງ​ຊາດ​ໄທ ໄດ້​ອອກ​ຖະ​ແຫລງ ກ່ຽວ​ກັບ​ຄະ​ດີ​ທີ່​ສະ​ຫະ​ກອນ​ເຄ​ຣ​ດິດ​ຢູ​ນຽນ​ຄອງ​ຈັ່ນ ໄດ້​ອອກ​ແຊັກ​ເງິນ​ສົດ​ໃຫ້​ກັບ ພະ​ທຳ​ມະ​ໄຊ​ໂຍ ເຈົ້າ​ອາ​ວາດ​ວັດ​ພະ​ທຳ​ມະ​ກາຍ ເຊິ່ງ​ຄະ​ນະ​ກຳ​ມະ​ການ​ພົບ​ວ່າ ມີ​ການ​ກະ​ທຳ​ຜິດ​ໃນ​ເສັ້ນ​ທາງ​ການ​ເງິນ ທີ່​ໂອນ​ໄປ​ເຂົ້າ​ບັນ​ຊີ​ຂອງ​ພະ​ທຳ​ມະ​ໄຊ​ໂຍ 8 ສະ​ບັບ ລວມ​ຈຳ​ນວນ​ເງິນ 348 ລ້ານ​ບາດ ແລະ ໂອນ​ເຂົ້າ​ບັນ​ຊີ​ຂອງວັດ​ພະ​ທຳ​ມະ​ກາຍ​ອີກ 6 ສະ​ບັບ ຈຳ​ນວນ​ເງິນ​ກ່​ວາ 436 ລ້ານ​ບາດ ລວມ​ເຖິງ​ຈ່າຍ​ໃຫ້​ພະ​ລູກວັດ​ອີກ 119 ລ້ານ​ບາດ ເຊິ່ງ​ຈາກ​ການກວດ​ສອບ​ໄດ້​ພົບ​ວ່າ ຈຳ​ນວນ​ເງິນ​ດັ່ງ​ກ່າວ​ນີ້ ໄດ້​ມີ​ການ​ໂອນ​ຕໍ່​ໄປ​ຍັງ​ບັນ​ຊີ​ອື່ນໆ​ອີກ ເຊິ່ງ​ທາງ​ຄະ​ນະ​ກຳ​ມະ​ການ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ຟ້ອງ​ທາງ​ແພ່ງ ພ້ອມ​ທັງ​ລົງ​ມະ​ຕິ​ອາ​ຍັດ​ຊັບ​ສິນ​ຂອງ​ພະ​ທຳ​ມະ​ໄຊ​ໂຍ​ທັງ​ໝົດ ເພາະ​ວ່າ​ເກີດ​ຈາກ​ການ​ສໍ້​ໂກງ.

ນອກ​ຈາກ​ນີ້, ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ຍັງ​ຕັ້ງ​ຂໍ້​ສົງ​ໄສ​ອີກວ່າ ວັດ​ພະ​ທຳ​ມະ​ກາຍ ເປັນ​ແຫລ່ງ​ຟອກ​ເງິນ ຫລື ບໍ່ ເນື່ອງ​ຈາກ​ມີ​ການມອບ​ເງິນ​ໃຫ້​ກັບ​ວັດ​ແຕ່​ລະ​ຄັ້ງ ໂດຍ​ບໍ່​ມີ​ການ​ເສຍ​ພາ​ສີ ແລະ ການມອບ​ທີ່​ດິນ​ໃຫ້​ກັບ​ວັດ ກໍ​ບໍ່​ມີ​ການກວດ​ສອບ​ອີກ ເພາະ​ວ່າ​ເປັນ​ກໍ​ລະ​ນີ​ຂອງ​ພະ​ສົງ ເຊິ່ງ​ທາງ​ຄະ​ນະ​ກຳ​ມະ​ການ​ໄດ້​ເຫັນ​ດີ​ສະ​ເໜີ​ໃຫ້​ມີ​ການ​ອອກ​ກົດ​ໝາຍ ເພື່ອ​ຄຸ້ມ​ຄອງ​ກ່ຽວ​ກັບ​ຊັບ​ສິນ​ຂອງວັດ ພ້ອມ​ທັງ​ວາງ​ຫລັກ​ການ​ໃຫ້​ມີ​ການກວດ​ສອບ ເພື່ອ​ໃຫ້​ມີ​ຄວາມ​ໂປ່ງ​ໃສ.

ธัมมชโย
ພະ​ທຳ​ມະ​ໄຊ​ໂຍ ເຈົ້າ​ອາ​ວາດ​ວັດ​ພະ​ທຳ​ມະ​ກາຍ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...