ກຸ່ມ IS ລົງ​ໂທດ​ໂຫດ! ຈັບ​ຊາຍ​ຊາວ​ຊີ​ເຣຍ ໂຍນ​ລົງ​ຕຶກຈົນ​ຕາຍ ຍ້ອນ​ເປັນ​ເກ!

z-3_37

ຊາຍ​ຊາວ​ຊີ​ເຣຍ ຖືກ​​ກຸ່ມ IS ຈັບປິດ​ຕາ ແລະ ໂຍນ​ລົງ​ຈາກ​ຕຶກ ພ້ອມ​ທັງ​ຖືກ​ແກ່ວງ​ຫີນ​ໃສ່​ຊ້ຳ ໂທດ​ຖານ​ທີ່​ເປັນ​ເກ ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ກຸມ​ພາ​ນີ້​ວ່າ ເຫດ​ການ​ດັ່ງ​ກ່າວ​ແມ່ນ​ເກີດ​ຂຶ້ນ​ທີ່​ເມືອງ​ທານ ອັບ​ຢາດ ປະ​ເທດ​ຊີ​ເຣຍ ເມື່ອກອງ​ກຳ​ລັງ​ລັດ​ອິດ​ສະ​ລາມ ຫລື ກຸ່ມ IS ໄດ້​ທຳ​ການ​ລົງ​ໂທດ​ຊາຍ​ສູງ​ອາ​ຍຸ​ຄົນ​ໜຶ່ງ ດ້ວຍ​ການ​ປິດ​ຕາ​ແລ້ວ​ໂຍນ​ລົງ​ຈາກ​ຕຶກ​ສູງ ກ່ອນ​ທີ່​ຈະ​ແກ່ວງ​ກ້ອນ​ຫີນ​ໃສ່​ຊ້ຳ​ຈົນ​ຕາຍ ເຫດ​ເພາະ​ຊາຍ​ຄົນ​ດັ່ງ​ກ່າວ​ເປັນ​ພວກ​ຮັກ​ຮ່ວມ​ເພດ.

z-1_109

z-4_28