ປະຊາຊົນບ້ານນາທາມ ຢຸດເຊົາປູກມັນຕົ້ນ ອີ່ມ​ໂຮງ​ງານ​ຕິດ​ໜີ້!

e0ssj83s copy

ປະຊາຊົນຫລາຍຄອບຄົວຢູ່ບ້ານນາທາມ ແລະ ບ້ານໃກ້ຄຽງ ເມືອງປາກງື່ມ ນະຄອນຫລວງວຽງຈັນໄດ້ຢຸດເຊົາການປູກມັນຕົ້ນ, ພາຍຫລັງພົບຂໍ້ຫຍຸ້ງ ຍາກດ້ານການເກັບຊື້ຜົນຜະລິດ ແລະ ສິ່ງສຳຄັນແມ່ນໄດ້ຮັບບົດຮຽນ ອັນເຈັບ ແສບຈາກການຖືກເຈົ້າຂອງໂຮງງານຜະລິດແປ້ງມັນຕົ້ນທີ່ຕັ້ງຢູ່ໃນເຂດ ບ້ານດັ່ງ ກ່າວປະກາດຮັບຊື້ມັນຕົ້ນຂອງພວກເຂົາ ແລ້ວຕິດໜີ້ເປັນຈຳນວນຫລາຍ ໃນສອງສາມປີຜ່ານມານີ້.

ທ່ານ ແຊວ ນາຍບ້ານນາທາມ ໃຫ້ຮູ້ວ່າ: ບ້ານນາທາມມີປະມານ 360 ກວ່າຄອບຄົວ, ມີປະຊາກອນ 2 ພັນ ກວ່າຄົນ, ສ່ວນໃຫຍ່ແມ່ນຍຶດຖືອາຊີບກະສິກຳປູກຝັງ-ລ້ຽງສັດ ໂດຍສະເພາະແມ່ນປູກມັນຕົ້ນ, ເຊິ່ງກ່ອນໜ້ານີ້ປະຊາ ຊົນເກືອບທຸກຫລັງຄາເຮືອນແມ່ນປູກມັນຕົ້ນເປັນສິນຄ້າສະໜອງໃຫ້ໂຮງງານຜະລິດແປ້ງມັນຕົ້ນອິນໂດໄຊນາ, ແຕ່ຕົກ

ມາໄລຍະສອງສາມປີມານີ້ ໂຮງງານດັ່ງກ່າວປະສົບບັນຫາທາງດ້ານການເງິນຈຶ່ງເຮັດໃຫ້ຢຸດການຜະລິດ ແລະ ມັນຕົ້ນຂອງ ປະຊາຊົນທີ່ບໍລິສັດໄດ້ເອົາໄປເປັນຈຳນວນຫລາຍໂຕນ ກໍບໍ່ໄດ້ຈ່າຍເງິນຈົນມາຮອດດຽວນີ້. ຈາກສະພາບດັ່ງກ່າວ, ຈຶ່ງ ເຮັດໃຫ້ປະຊາຊົນອັບປະໂຫຍດ ແລະ ໝົດກຳລັງໃຈໃນການທີ່ຈະປູກມັນຕົ້ນອີກຕໍ່ໄປເພາະຫລາຍຄອບຄົວກໍຍັງເປັນໜີ້ ທະນາຄານຍ້ອນໄປກູ້ຢືມເງິນມາລົງທຶນປູກມັນຕົ້ນ. ນອກຈາກນີ້, ເມື່ອສືບຕໍ່ປູກກໍມີຄວາມຫຍຸ້ງຍາກດ້ານການເກັບຊື້ ເພາະວ່າຖ້າຈະເອົາໄປຂາຍໃຫ້ໂຮງງານແປ້ງມັນຕົ້ນແຫ່ງອື່ນໆກໍຢູ່ໄກ, ບໍ່ມີພາຫະນະຂົນສົ່ງ ແລະບໍ່ກຸ້ມຄ່າໃນການຂົນສົ່ງ.

ທ່ານນາຍບ້ານນາທາມ ກ່າວວ່າ: ປັດຈຸບັນ, ຍັງມີປະຊາຊົນພາຍໃນບ້ານບໍ່ເຖິງ 20% ຍັງສືບຕໍ່ປູກມັນຕົ້ນ ເພື່ອຂາຍ ອອກໃຫ້ໝົດກໍຈະຫັນໄປປູກພືດຊະນິດໃໝ່ ແລະ ມີຫລາຍຄອບຄົວໄດ້ຫັນປ່ຽນສວນມັນຕົ້ນມາເປັນສວນປູກຜັກ ແລະ ປູກເຂົ້າແລ້ວ ແລະ ກໍເຫັນວ່າມີຜົນຜະລິດດີ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ