spot_img
Homeຂ່າວຕ່າງປະເທດອາດີດພາວເວີຣ໌ເຣນເຈີຣ໌ ຖືກຈັບໃນຂໍ້ຫາໃຊ້ ດາບຂ້າເພື່ອນຮ່ວມຫ້ອງ

ອາດີດພາວເວີຣ໌ເຣນເຈີຣ໌ ຖືກຈັບໃນຂໍ້ຫາໃຊ້ ດາບຂ້າເພື່ອນຮ່ວມຫ້ອງ

Published on

Cc

ດາລາໜຸ່ມ ໜັງເລື່ອງ ພາວເວີຣ໌ ເຣນເຈີຣ໌ ເກີດຢາກຮ້າຍໃສ່ເພື່ອນຮ່ວມຫ້ອງ ຈັບດາບແທງສັງຫານ ກໍາລັງຖືກວິຈານທົ່ວສະຫະລັດ.

ລາຍງານຂອງສໍານັກຂ່າວ ດີອີນດີເພນເດນທ໌ ນັກສະແດງໜຸ່ມ ຣິຄາຣ໌ໂດ ເມດິນ່າ ຈູເນຍຮ໌(Ricardo Medina, Jr.) ຖືກຈັບໃນຂໍ້ຫາຂ້າຕະກໍາ ຫຼັງຕົກເປັນຜູ້ຕ້ອງສົງໃສເອົາດາບແທງເພື່ອນຮ່ວມຫ້ອງ.

ຜູ້ເສຍຫາຍລາຍນີຊື່ວ່າ: ໂຈຊົວ ຊັທເທີຣ໌ ອາຍຸ 36ປີ ຖືກແທງທີ່ບໍລິເວນທ້ອງນ້ອຍຫຼັງຈາກລາວໄດ້ມີການຖົບຖຽງກັບ ເມດີນ່າ ໃນຊ່ວງປາຍຂອງວັນເສົາ (31 ມັງກອນ ) ໃນບ້ານພັກທີ່ຫ່າງໄກໃນເຂດພູເຂົາຂອງລອສແອງເຈລິສ.

ເຈົ້າໜ້າທີ່ຕໍາຫຼວດ ກ່າວວ່າ ເມດີນ່າ ແລະ ແຟນສາວ ໄດ້ເຂົ້າໄປໃນຫ້ອງນອນຂອງພວກເຂົາ ແລະ ປິດປະຕູ ແຕ່ຊັທເທີຣ໌ ໃຊ້ກໍາລັງຍູ້ປະຕູເຂົ້າໄປ ເມດີນ່າຈຶ່ງແທງເຂົາດ້ວຍ ດາບ ທີ່ປະໄວ້ຫຼັງປະຕູ ຊຶ່ງເຫດການດັ່ງກ່າວນີ້ ເຮັດໃຫ້ໜັງເລື່ອງ ພາວເວີຣ໌ເຣນເຈີຣ໌ ຊາມູໄລ ຖືກວິຈານບໍ່ໜ້ອຍ ວ່າມີອິດທິພົນໃນແງ່ຂອງຄວາມຮຸນແຮງ ທີ່ປະກົດໃນໜັງ.

ggC

ທັງນີ້ ເມດິນ່າ ອາຍຸ 37ປີ ຮັບບົດເປັນ ເຣດ ເຣນເຈີຣ໌ ໂຄລ ອີແວນສ໌ໃນ ພາວເວີຣ໌ເຣນເຈີຣ໌ສ ໄວລ໌ດ ຟອຣ໌ສ ປີ 2002 ແລະ ຫຼ້າສຸດລາວຮັບບົດໄດເປັນ ເດເກີຣ໌ ໃນພາວເວີຣ໌ ເຣນເຈີຣ໌ ຊາມູໄລ ປີ2012 ຊຶ່ງດາບເປັນອາວຸດປະຈໍາໂຕຂອງລາວໃນໜັງເລື່ອງຕ່າງໆເຫຼົ່ານີ້.

ຂະນະທີ່ລາຍງານຂອງ ເດິແຣປ ລະບຸວ່າ ເມດິນ່າ ໂທແຈ້ງເຈົ້າໜ້າທີ່ຕໍາຫຼວດຫຼັງເກີດເຫດປະມານ 15 ນາທີ ກ່ອນຖືກຈັບ ແລະ ຕັ້ງຂໍ້ຫາຂ້າຕະກໍາ ໂດຍຄ້າປະກັນໂຕຂອງລາວຖືກຕັ້ງຢູ່ທີ່ 1 ລ້ານດອນລາສະຫະລັດ ສ່ວນ ຊັທເທີຣ໌ ຖືກນໍາໂຕສົ່ງໂຮງໝໍໂດຍເລັ່ງດວນ ແຕ່ແພດກໍ່ບໍ່ສາມາດຊ່ວຍຊີວິດລາວໄວ້ໄດ້.

>>ຂອບໃຈແຫຼ່ງຂໍ້ມູນ http://news.sanook.com/1741889/

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...