HomeBaby-ແມ່ແລະເດັກຄວາມ​ເຊື່ອ​ເລື່ອງ​ການ​ລ້ຽງ​ລູກ​ 0-1 ປີ

ຄວາມ​ເຊື່ອ​ເລື່ອງ​ການ​ລ້ຽງ​ລູກ​ 0-1 ປີ

Published on

35383_002

     ສຳລັບ​ແມ່​ຫລາຍ​ຄົນການ​ລ້ຽງ​ລູກ​ເປັນ​ຄວາມ​ຮູ້​ທີ່​ໄດ້ຮັບ​ການ​ຖ່າຍ​ທອດ​ມາ​ຈາກ​ທັງ​ຜູ້​ມີ​ປະສົບການ​ຫລື​ປະ​ສົບ​ມາ​ດ້ວຍ​ຕົວ​ເອງຄວາມ​ເຊື່ອ​ຄວາມ​ເຂົ້າໃຈ​ໃນ​ການ​ເບິ່ງແຍງ​ເດັກນ້ອຍ​ຫລາຍ​ຢ່າງ​ທີ່​ໄດ້ຮັບ​ການ​ຖ່າຍ​ທອດ​ມາ​ນັ້ນກໍ​ມີ​ທັງ​ເປັນ​ເລື່ອງ​ທີ່​ດີແລະ​ເຂົ້າໃຈ​ຜິດ​ກັນ​ໄດ້ດັ່ງນັ້ນເຮົາຈະ​ມາ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງກັບ​ຄວາມ​ເຊື່ອ​ຕ່າງໆດັ່ງນີ້

ຄວາມ​ເຊື່ອ: ດັດ​ຂາ​ຕັ້ງ​ແຕ່​ນ້ອຍ​ຈະ​ໄດ້​ຂາ​ບໍ່​ໂຂ ສຳລັບ​ລັກສະນະ​ຂາ​ເດັກ​ແຮກ​ເກີດ​ຈະ​ເບິ່ງ​ໂຂງໆຢູ່​ແລ້ວຊຶ່ງ​ພັດທະນາ​ການ​ຕາມ​ໄວ​ນັ້ນພໍ​ໄລຍະ 2 ປີຂາ​ໂຂງໆທີ່​ເຫັນ​ກໍ​ຈະ​ຊື່​ເອງເຖິງ​ບໍ່​ດັດ​ແລະ​ກໍ​ຊື່ເອງແລະ​ພໍ​ເລີຍ 2 -7ປີ​ໄປຊື່​ຫົວ​ເຂົ່າ​ກໍ​ຈະ​ເອນ​ແລະ​ແບະ​ອອກ​ຂ້າງ​ນອກ​ເລັກນ້ອຍແລະ7ປີ​ເຖິງ​ຈະ​ກັບ​ເຂົ້າ​ທີ່​ເກົ່າຄື​ເບິ່ງ​ຊື່​ຄື​ເກົ່າ

ດັ່ງ​ນັ້ນເຖິງ​ເຮົາ​ບໍ່​ດັດ​ຫລື​ເຮັດຫຍັງຂາ​ກໍ​ຈະ​ກັບ​ມາ​ຊື່​ງາມ​ຢູ່​ແລ້ວຖ້າ​ໄປ​ດັດ​ຂາ​ໃຫ້​ລູກກໍ​ອາດຈະ​ສົ່ງ​ຜົນ​ໄດ້ເຊັ່ນຖ້າ​ເຖິງ​ໄວ​ທີ່​ມັນ​ຈະ​ຊື່ມັນ​ອາດຈະ​ບໍ່​ຊື່​ຢ່າງ​ທີ່​ຄວນ​ຈະ​ຊື່ແຕ່​ຖ້າ​ຂາ​ລູກ​ຜິດ​ປົກກະຕິຫລື​ເປັນ​ພະຍາດ​ບາງຢ່າງ​ທີ່​ເຮັດໃຫ້​ຂາ​ໂຂງ​ຜິດ​ປົກກະຕິ​

ຄວາມ​ເຊື່ອ: ເອົາ​ຜ້າ​ອ້ອມ​ປຽກ​ຍ່ຽວ​ກວາດ​ລິ້ນຈະ​ໄດ້​ບໍ່​ເປັນ​ຝ້າ​ຂາ ຍ່ຽວຄື​ຂອງ​ເສຍ​ຂອງ​ຮ່າງກາຍທີ່​ຂັບ​ສານ​ບາງຢ່າງ​ທີ່​ຮ່າງກາຍ​ບໍ່​ຕ້ອງ​ການ​ອອກ​ມາຊຶ່ງ​ຄົງ​ບໍ່​ເໝາະ​ສົມ​ທີ່​ຈະ​ເອົາ​ມາແຕ້ມໃສ່ລິ້ນ​ເດັກແຕ່​ການ​​ເຮັດ​ຄວາມ​ສະ​ອາດ​ລິ້ນ​ລູກ​ນັ້ນໃຊ້​ພຽງ​ນ້ຳ​​ທຳມະດາຫລື​ນ້ຳ​ຕົ້ມ​ທີ່ປະ​​ໄວ້​ໃຫ້​ມັນ​ເຢັນແລ້ວ​ໃຊ້​ຜ້າ​ອ້ອມ​ທີ່​ສະ​ອາດຫລື​ຜ້າ​ສະ​ອາດຊຸບ​ນ້ຳ​​ກວາດ​ລິ້ນ​ກໍ​ສະ​ອາດ​ແລ້ວສ່ວນ​ລິ້ນ​ຂອງ​ເດັກ​ທີ່​ຈະ​ເຫັນ​ເປັນ​ຝ້າ ສ່ວນ​ໃຫຍ່​ເກີດ​ຈາກ​ຄາບ​ນົມ​ທີ່​ກິນທີ່​ຈະ​ມີ​ຄາບ​ຕົກ​ຢູ່​ຄື​ຄາບ​ອາຫານ​ຕິດ​ຕາມ​ລິ້ນກໍ​ຈະ​ເຈີ​ໄດ້​ເລື້ອຍຊຶ່ງ​ການເຮັດ​ຄວາມ​ສະ​ອາດ​ໂດຍ​ນ້ຳ​​ທຳມະດາ​ກໍ​ຈະ​ອອກ​ແລ້ວ​ມັນ​ກໍ​ຈະ​ມີ​ບາງ​ຄົນ​ເປັນ​ຝ້າ​ຈາກ​ເຊື້ອ​ລາ​ກໍ​ຈະ​ເຫັນ​ເປັນ​ຝ້າ​ຂາວໆໄດ້​ຄືກັນຖ້າ​ເປັນ​ຄາບ​ອາຫານເດັກ​ກໍ​ຈະ​ປົກກະຕິ​ບໍ່​ງໍ​ແງແຕ່​ຖ້າ​ເປັນ​ເຊື້ອ​ລາເດັກ​ຈະ​ເຈັບ ຈະ​ງໍ​ແງເວລາ​ທີ່​ກິນ​ນົມ​ແລະ​ເຊັດ​ທຳ​ຄວາມ​ສະ​ອາດ​ກໍ​ອາດຈະ​ເຈັບ

ຄວາມ​ເຊື່ອ: ໃຫ້​ນອນ​ຄວ່ຳຫົວ​ງາມນອນ​ໄດ້​ດົນ ການ​ນອນ​ຄວ່ຳ​ຕາມ​ຫລັກ​ວິ​ຊາ​ການ​ບໍ່​ແນະ​ນຳ​ເລີຍກໍ​ອາດ​ເຮັດໃຫ້​ຫົວ​ງາມ​ແທ້ແຕ່​ຈະ​ພົບ​ເຄດ​ເດັກ​ທີ່ນ​ອນ​ຄວ່ຳແລ້ວ​ມີ​ຢຸດ​ຫາຍ​ໃຈ​ແລະ​ເສຍຊີວິດ​ໄດ້ຊຶ່ງ​ເກີດ​ໄດ້​ຈາກ​ຫລາຍ​ສາ​ເຫດ​ທີ່​ຈະ​ເປັນ​ໄດ້ເຊັ່ນພໍ​ກິນ​ສຳເລັດ​ກໍ​ໄປ​ຈັບ​ນອນ​ຄວ່ຳມີ​ສະໜັກນົມ​ອອກ​ມາ​ແມ່​ກໍ​ຈະ​ບໍ່​ເຫັນ​ໜ້າ​ລູກກໍ​ອາດ​ໄດ້ຍິນ​ສຽງ​ຮ້ອງແລ້ວ​ງຽບ​ໄປ​ໂດຍ​ເຮົາ​ບໍ່​ທັນ​ສັງເກດຄິດວ່າ​ລູກ​ນອນ​ຫລັບກໍ​ອາດຈະ​ເກີດ​ເຫດການ​ບໍ່​ຄາດ​ຝັນ​ຂຶ້ນ​ມາ​ໄດ້ຖ້າ​ຢາກ​ໃຫ້​ເດັກ​ນອນ​ໄດ້​ດົນ​ຫົວ​ງາມ​ນຳກໍ​ໃຊ້​ເປັນ​ນອນ​ຕະ​ແຄງ​ເອົາຫລື​ນອນ​ຫງາຍ​ກໍ​ຈະ​ດີ​ທີ່ສຸດ

ຄວາມ​ເຊື່ອ: ບີບ​ດັງ​ເວລາ​ອາບ​ນ້ຳ​ຈະ​ໄດ້​ດັງ​ໂມ: ກະດູກ​ບ່ອນດັງ​ຂອງ​ເຮົາ​ເປັນ​ກະດູກ​ອ່ອນເພາະ​ສະ​ນັ້ນກະດູກ​ອ່ອນ​ຈະ​ເຕີບໃຫຍ່​ຂອງ​ມັນ​ເອງການ​ໄປ​ບີບໆດຶງໆບໍ່​ໄດ້​ຊ່ວຍ​ໃຫ້​ໃຫຍ່​ຫລື​ໃຫຍ່​ຂຶ້ນ ແຕ່​ການ​ທີ່​ໄປ​ບີບໆດຶງ​ອາດ​ເຮັດໃຫ້​ເບິ່ງ​ນູນ​ຂຶ້ນເພາະ​ພວກ​ເນື້ອ​ເຍື່ອ​ອ່ອນໆບ່ອນ​ດັງ​ນູນ​ຂຶ້ນ​ມາ​ຊົ່ວ​ຄາວ ແຕ່​ແລ້ວ​ກໍ​ຈະ​​ຍຸບລົງ​ໄປ​ຕາມ​ແນວ​ກະດູກ​​ທີ່​ມັນ​ມີ
ຄວາມ​ເຊື່ອ: ແຖ​ຜົມ​ໄຟຜົມ​ຈະ​ໄດ້​ດົກດຳ ແທ້ ໆແລ້ວ: ຜົມ​ດົກ​ຫລື​ບໍ່​ດົກກໍ​ຈະ​ຢູ່​ກັບ​ພັນ​ທຸ​ກຳ​ນຳສ່ວນຫນຶ່ງແຕ່​ຖ້າ​ເດັກ​ແຖ​ຜົມ​ໄຟແຕ່​ພັນ​ທຸ​ກຳ​ຜົມ​ບໍ່​ດົກຜົມ​ທີ່​ຂຶ້ນ​ໃໝ່​ກໍ​ບໍ່​ໄດ້​ດົກ​ຂຶ້ນ​ຈະ​ປະລິມານ​ເທົ່າ​ເກົ່າພຽງ​ແຕ່​ຜົມ​ທີ່​ຂຶ້ນ​ໃໝ່​ຈະ​ເບິ່ງ​ແຂງ​ກວ່າ​ຜົມ​ອ່ອນ​ທີ່​ຕິດ​ມາ​ຕັ້ງ​ແຕ່​ແຮກ​ເກີດເຮັດໃຫ້​ເບິ່ງ​ຄື​ມັນ​ໜາ​ດົກ​ຂຶ້ນແຕ່ໂດຍ​ປົກກະຕິ​ເຖິງ​ບໍ່​ແຖແຕ່​ຜົມ​ທີ່​ຕິດ​ມາ​ຕັ້ງ​ແຕ່​ແຮກ​ເກີດ​ກໍ​ຈະ​ຜັດ​ຫລຸດ​ອອກ​ໄປ​ເອງແລະ​ສ້າງ​ຂຶ້ນ​ໃໝ່​ຢູ່​ແລ້ວຊຶ່ງ​ຈະ​ຫລຸດ​ປະ​ມານ 2-3 ເດືອນ​

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ກວາດລ້າງແກ້ງສະແກມເມີ ພ້ອມກັນ 6 ຈຸດ ໃນ ນວ

ເຈົ້າໜ້າທີ່ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດປະຕິບັດການຄັ້ງໃຫຍ່ເຂົ້າກວດຄົ້ນ ແລະ ກວາດລ້າງກຸ່ມແກ້ງເປົ້າໝາຍສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ ພ້ອມກັນເຖິງ 6 ຈຸດ ໃນເຂດນະຄອນຫຼວງວຽງຈັນ. ໃນວັນທີ 1 ສິງຫາ...

ຊົມເຊີຍ ທັບນັກກິລາກະຕໍ້ແຂວງຈຳປາສັກ ມາແຮງຄອງແຊ້ມ 2 ລາຍການ.

ການແຂ່ງຂັນໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 185 ຄົນ ຈາກ 22 ພາກສ່ວນ ທົ່ວປະເທດ, ໂດຍແບ່ງການແຂ່ງຂັນອອກເປັນ 4 ລາຍການ ຄື: ທີມດ່ຽວຊາຍ ຮຸ່ນທົ່ວໄປ,...

ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕ້ານການຄ້າມະນຸດແບບຈິງຈັງ.

ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ສາກົນ "Trapped Behind the Scam" ຫຼື ຕິດກັບດັກຢູ່ເບື້ອງຫຼັງການຫຼອກລວງ, ທ່ານ ປອ ຄຳພັນ ພົມມະທັດ...

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...