ບໍ​ລິ​ສັດລັດ ສະກາຍໂທລະຄົມ ເປີດໂຕຢ່າງເປັນທາງການ

20150130132924

ບໍລິສັດ ລັດ​ສະ​ກາຍ​ໂທລະ​ຄົມ (SKY TELECOM) ເປີດ​ໂຕຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 30 ມັງກອນ 2015 ທີ່​ຜ່ານ​ມາ ຢູ່ບ້ານ​ຫັດສະດີ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມພາຍ​ໃນ​ງານ​ມີທ່ານ ພົນ​ໂທ ແສງ​ນວນ ໄຊ​ຍະ​ລາດ ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ທ່ານ ຫຽມ ພົມມະຈັນ ລັດຖະ​ມົນຕີ​ວ່າການ ກະຊວງ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການສື່ສານ ທ່ານ ຄຳ​ຄິດ ໄຊ​ສົງຄາມ ຜູ້ອຳນວຍການ​ໃຫຍ່​ບໍລິສັດ ລັດສະ​ກາຍ​ໂທລະ​ຄົມ ພ້ອມ​ດ້ວຍ​ບັນດາ​ພະນັກງານວິຊາ​ການ ແລະ ແຂກ​ຖືກ​ເຊີນ.

ທ່ານ ຄຳ​ຄິດ ໄຊ​ສົງຄາມ ກ່າວ​ວ່າ: ບໍລິສັດ ລັດ​ສະ​ກາຍ​ໂທລະ​ຄົມ ແມ່ນ​ຫົວໜ່ວຍ​ກົມ​ກອງໜຶ່ງ ​ທີ່​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາປະເທດ​ຊາດ ທີ່​ມີ​ເປົ້າ​ໝາຍ​ເພື່ອສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ ທາງ​ລະບົບ​ຄົມມະນາຄົມ ແລະ ການ​ສື່ສານ ​ໃຫ້​ມີ​ຄວາມ​ເຂັ້ມແຂງ ມີ​ຄວາມ​ທົນ​ທານ ມີ​ຄວາມ​ທັນສະໄໝ ແລະ ໄດ້​ມາດຕະຖານສາກົນ ທັງ​ນີ້ກໍ່​ເພື່ອ​ຮອງ​ຮັບ​ວຽກງານ​ປົກ​ປັກ​ຮັກສາ​ປະເທດ​ຊາດ ໃຫ້​ມີ​ຄວາມ​ສະຫງົບ ແລະ ໝັ້ນຄົງ ທັງ​ເປັນ​ການ​ພັດທະນາ​ເສດຖະ​ກິດ-ສັງຄົມ ໃຫ້​ມີ​ການ​ຂະຫຍາຍ​ຕົວ​ມີ​ຄວາມ​ສະດວກ​ໃນການ​ເຊື່ອມ​ໂຍງ​ກັບ​ອະນຸ​ພາກ​ພື້ນ ແລະ ສາກົນ ເຮັດ​ໃຫ້​ປະເທດ​ຫຼຸດພົ້ນ​ອອກ​ຈາກ​ປະເທດ​ດ້ອຍ​ພັດທະ​ນາ ​ໃນ​ປີ 2020.

ບໍລິສັດ ລັດ​ສະ​ກາຍ​ໂທລະ​ຄົມ ໄດ້​ສ້າງຕັ້ງ​ໃນ​ປີ 2011 ພາຍ​ໃຕ້ການ​ຊີ້​ນຳ​ຂອງ​ຂັ້ນ​ເທິງ​ຢ່າງ​ໃກ້ຊິດ ແລະ ການ​ຮ່ວມ​ມື​ຂອງ​ບັນດາ​ອົງ​ການຈັດຕັ້ງ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ຈຶ່ງ​ເຮັດ​ໃຫ້ມີ​ການ​ຂະຫຍາຍຕົວ​ມາ​ຮອດ​ປັດຈຸ​ບັນ ບໍລິສັດ​ມີ​ສຳນັກງານ​ໃຫຍ່ທາງ​ດ້ານ​ການ​ບໍລິການ 1 ແຫ່ງ ແລະ ສຳນັກງານ​ທາງ​ດ້ານ​ເຕັກນິກ 1 ແຫ່ງ ມີ 117 ສູນ​ບໍລິການ ລວມ​ທັງ​ນະຄອນຫຼວງ​ວຽງ​ຈັນ ແລະ 16 ແຂວງ​ໃນ​ທົ່ວ​ປະເທດ ມີ 18 ໜ່ວຍ​ງານ​ເຝົ້າ​ລະວັງ​ໃນການ​ຕິດ​ຕັ້ງ-ສ້ອມແປງ​ທາງສາຍ​ໄຍ​ແກ້ວ​ຍຸດ​ທະ​ສາດ ແລະ ສຳຮອງ ມີ​ພະນັກງານ​ທັງ​ໝົດ 505 ຄົນ ໃນ​ນັ້ນຍັງ​ໄດ້​ກໍ່ສ້າງ-ຕິດ​ຕັ້ງ​ລະບົບ​ສາຍ​ໄຍ​ແກ້ວ​ລະບົບໃຕ້​ດິນ​ຜ່ານ​ ນະຄອນຫຼວງ ແລະ 16 ແຂວງ​ໃນ​ທົ່ວ​ປະເທດ ເຊື່ອມ​ຕໍ່ກັບ 5 ປະເທດ​ໃກ້​ຄຽງ ລວມ​ມີ 11 ຈຸດ​ເຊື່ອມ​ຕໍ່ ສ້າງຕັ້ງ​ລະບົບ​ເຄື່ອຂ່າຍ​ສູນ​ກາງ​ອິນ​ເຕີ​ເນັດ​ຄວາມໄວ​ສູງ IP DATA Network 6 ສະຖານີ BBSR ໄດ້​ເຊື່ອມ​ຕໍ່​ອິນເຕີ​ເນັດ​ກັບ​ຕ່າງປະເທດ​ເຊັ່ນ: ປະເທດ​ຈີນ ຫວຽດນາມ ແລະ ໄທ ສ້າງຕັ້ງ​ລະບົບ​ສູນ​ກາງ​ສົ່ງ​ສັນຍານ​ໂທລະພາບ​ຄວາມ​ໄວ​ສູງ IPTV 24 ຊ້ອງ​ສັນຍານ ກໍ່ສ້າງຕິດ​ຕັ້ງ​ລະບົບ​ຮັບ​ໃຊ້​ການ​ບໍລິການ ການ​ຕະຫຼາດ ແລະ ການ​ເງິນ Provisioning and Billing System ອີກ​ດ້ວຍ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່